Biblia Todo Logo
Internet tuqin Biblia

- Anuncios ukanaka -




ປັນຍາຈານ 7:5 - ພຣະຄຳພີສັກສິ

5 ຟັງ​ຄຳ​ຕຳໜິ​ຂອງ​ຄົນມີ​ປັນຍາ ກໍດີກວ່າ​ຟັງ​ເພງ​ຂອງ​ຄົນໂງ່ຈ້າ.

Uka jalj uñjjattʼäta Copia luraña




ປັນຍາຈານ 7:5
14 Jak'a apnaqawi uñst'ayäwi  

ຝ່າຍ​ຄົນດີ​ອາດ​ລົງໂທດ​ແລະ​ຕຳໜິ​ຕິຕຽນ ດ້ວຍ​ຄວາມຫວັງ​ດີ​ຕໍ່​ຂ້ານ້ອຍ​ກໍໄດ້, ແຕ່​ຂ້ານ້ອຍ​ຈະ​ບໍ່​ຍອມ​ຮັບ​ກຽດ​ຈາກ​ຄົນຊົ່ວ​ເລີຍ ເພາະ​ຂ້ານ້ອຍ​ຍັງ​ພາວັນນາ​ອະທິຖານ​ຕໍ່ສູ້​ການກະທຳ​ຊົ່ວ​ຂອງ​ພວກເຂົາ​ຢູ່.


ຄົນ​ເວົ້າ​ເລື່ອງ​ຂ້ານ້ອຍ​ນັ້ນ​ຕາມ​ຫົນທາງ ແລະ​ຄົນ​ຂີ້ເຫລົ້າ​ກໍ​ແຕ່ງເພງ​ຮ້ອງ​ສຽດສີ​ໃສ່​ຂ້ານ້ອຍ.


ຖ້າ​ເຈົ້າ​ປະຕິເສດ​ຖ້ອຍຄຳ​ຂອງ​ພຣະເຈົ້າ ກໍ​ນຳ​ຄວາມ​ເດືອດຮ້ອນ​ມາ​ສູ່​ຕົນ ເຮັດ​ຕາມ​ຖ້ອຍຄຳ​ແລ້ວ​ເຈົ້າ​ກໍ​ຈະ​ປອດໄພ.


ຜູ້​ທີ່​ບໍ່​ຮຽນຮູ້​ຈະ​ຍາກຈົນ​ແລະ​ໄຮ້​ກຽດ ຜູ້​ທີ່​ໄດ້​ຮັບ​ກຽດ​ຄື​ຜູ້​ຍອມ​ຟັງ​ການ​ແອບສອນ.


ຄຳ​ຕິຕຽນ​ຄັ້ງດຽວ​ເກີດ​ປະໂຫຍດ​ແກ່​ຄົນ​ມີ​ປັນຍາ ຫລາຍກວ່າ​ຄົນ​ໂງ່ຈ້າ​ຖືກ​ຂ້ຽນຕີ​ເຖິງ​ຮ້ອຍບາດ.


ຜູ້​ທີ່​ຍອມ​ຟັງ​ຄຳເຕືອນ​ຂອງ​ຄົນມີ​ປັນຍາ ກໍ​ມີ​ຄຸນຄ່າ​ກວ່າ​ແຫວນ ຫລື​ເຄື່ອງເອ້​ທີ່​ເປັນ​ຄຳ​ນໍ້າໜຶ່ງ.


ໝູ່ເພື່ອນ​ແທ້​ເຮັດ​ໃຫ້​ເຈັບຊໍ້າ​ເພາະ​ເຈດຕະນາ​ດີ, ແຕ່​ຖ້າ​ສັດຕູ​ເອົາ​ແຂນ​ກ່າຍ​ບ່າ​ໃຫ້​ຄອຍ​ລະວັງ​ເອົາໄວ້.


ຄຳສັ່ງສອນ​ຂອງ​ເພິ່ນ​ເປັນ​ແສງແຈ້ງ​ເຍືອງ​ທາງເດີນ ຄຳບອກເຕືອນ​ຂອງເພິ່ນ​ສັ່ງສອນ​ເຈົ້າ​ໃຫ້​ຮູ້ຈັກ​ການ​ດຳເນີນ​ຊີວິດ.


ຢ່າ​ບອກສອນ​ຄົນ​ທີ່​ອວດດີ​ຈັກເທື່ອ ເພາະ​ລາວ​ຈະ​ຊັງ​ເຈົ້າ​ຍ້ອນ​ຄຳ​ບອກສອນ​ນັ້ນ ແຕ່​ຖ້າ​ເຈົ້າ​ບອກສອນ​ຄົນມີ​ປັນຍາ ລາວ​ຈະ​ນັບຖື​ເຈົ້າ.


ຄຳເວົ້າ​ຂອງ​ຄົນມີ​ປັນຍາ​ເປັນ​ດັ່ງ​ໄມ້ເທົ້າ​ອັນ​ແຫລມຄົມ ທີ່​ຄົນລ້ຽງແກະ​ໃຊ້​ເພື່ອ​ນຳພາ​ຝູງແກະ ແລະ​ສຸພາສິດ​ທີ່​ເພິ່ນ​ໄດ້​ຮວບຮວມ​ໄວ້​ຈະ​ດຳລົງ​ຢູ່​ຕໍ່ໄປ ດັ່ງ​ຕະປູ​ຕອກ​ລົງ​ໃນ​ແປ້ນ​ຢ່າງ​ໜັກແໜ້ນ ສິ່ງ​ເຫຼົ່ານີ້ ແມ່ນ​ຖືກ​ມອບໝາຍ​ໃຫ້​ໂດຍ​ພຣະເຈົ້າ ພຣະຜູ້ລ້ຽງ​ອົງດຽວ​ຂອງ​ພວກເຮົາ​ທຸກຄົນ.


ຜູ້ໃດ​ທີ່​ຄິດເຖິງ​ແຕ່​ຄວາມສຸກ​ຢູ່ເລື້ອຍ ຜູ້ນັ້ນ​ກໍ​ເປັນ​ຄົນໂງ່ຈ້າ. ຄົນມີ​ປັນຍາ​ຍ່ອມ​ຄິດເຖິງ​ຄວາມຕາຍ.


ຟັງ​ຄຳເວົ້າ​ອັນ​ສຸຂຸມ​ຂອງ​ຄົນມີ​ປັນຍາ ກໍດີກວ່າ​ຟັງ​ສຽງ​ຮ້ອງ​ຂອງ​ນັກປົກຄອງ​ໃນ​ທີ່​ປະຊຸມ​ຂອງ​ຄົນໂງ່ຈ້າ.


ຝ່າຍ​ເຮົາ ເຮົາ​ຮັກ​ຜູ້ໃດ ເຮົາ​ກໍ​ຕິຕຽນ​ຂ້ຽນ​ສອນ​ຜູ້ນັ້ນ. ເຫດສະນັ້ນ ຈົ່ງ​ມີ​ໃຈ​ຮ້ອນຮົນ​ແລະ​ກັບໃຈ​ເສຍ​ໃໝ່.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka