ປັນຍາຈານ 7:25 - ພຣະຄຳພີສັກສິ25 ແຕ່ຂ້າພະເຈົ້າໄດ້ອຸທິດຊີວິດໃສ່ການສຶກສາແລະການຫາຄວາມຮູ້; ຂ້າພະເຈົ້າຕັ້ງໃຈຄົ້ນຄ້ວາຊອກຫາປັນຍາ ແລະຕອບບັນຫາຕ່າງໆທັງຊອກຮຽນຮູ້ວ່າ ຄວາມໂງ່ຈ້ານັ້ນມັນຊົ່ວຊ້າແລະບ້າບໍ່ມີສະຕິສໍ່າໃດ. Uka jalj uñjjattʼäta |
ຈົ່ງລຸກຂຶ້ນ ໄປເຮັດພິທີຊຳລະປະຊາຊົນໃຫ້ບໍຣິສຸດ ແລະຕຽມພວກເຂົາໃຫ້ພ້ອມທີ່ຈະເຂົ້າມາພົບເຮົາ. ຈົ່ງບອກພວກເຂົາໃຫ້ຕຽມພ້ອມໃນມື້ອື່ນ ເພາະພຣະເຈົ້າຢາເວ ພຣະເຈົ້າຂອງຊາດອິດສະຣາເອນ ກ່າວດັ່ງນີ້, ‘ຊາດອິດສະຣາເອນເອີຍ ພວກເຈົ້າໄດ້ລັກເອົາບາງສິ່ງບາງຢ່າງທີ່ເຮົາໄດ້ສັ່ງໃຫ້ທຳລາຍນັ້ນ ມາເປັນຂອງຕົນ ພວກເຈົ້າຈະສູ້ຮົບເຫຼົ່າສັດຕູບໍ່ໄດ້ ຈົນກວ່າພວກເຈົ້າຈະທຳລາຍສິ່ງເຫຼົ່ານັ້ນເສຍ.’