Biblia Todo Logo
Internet tuqin Biblia

- Anuncios ukanaka -




ປັນຍາຈານ 7:23 - ພຣະຄຳພີສັກສິ

23 ຂ້າພະເຈົ້າ​ໄດ້​ໃຊ້​ປັນຍາ​ຂອງ​ຂ້າພະເຈົ້າ ເພື່ອ​ທົດສອບ​ເບິ່ງ​ສິ່ງ​ທັງໝົດ​ນີ້. ຂ້າພະເຈົ້າ​ຕັ້ງໃຈ​ວ່າ​ຈະ​ເປັນ​ຄົນມີ​ປັນຍາ, ແຕ່​ປັນຍາ​ພັດ​ຢູ່​ເໜືອ​ຄວາມ​ເຂົ້າໃຈ​ຂອງ​ຂ້າພະເຈົ້າ.

Uka jalj uñjjattʼäta Copia luraña




ປັນຍາຈານ 7:23
9 Jak'a apnaqawi uñst'ayäwi  

ພຣະເຈົ້າ​ກ່າວ​ເຊັ່ນ​ນັ້ນ​ເພາະ​ພຣະອົງ​ຮູ້​ວ່າ ຖ້າ​ເຈົ້າ​ກິນ​ໝາກໄມ້​ນັ້ນ​ເມື່ອໃດ ເຈົ້າ​ກໍ​ຈະ​ເປັນ​ເໝືອນ​ພຣະເຈົ້າ ເມື່ອນັ້ນ, ແລ້ວ​ເຈົ້າ​ກໍ​ຈະ​ຮູ້ຈັກ​ຄວາມດີ ແລະ​ຮູ້ຈັກ​ຄວາມຊົ່ວ.”


ຂ້າພະເຈົ້າ​ຕັ້ງໃຈ​ຮໍ່າຮຽນ​ໄຈ້ແຍກ ລະຫວ່າງ​ຄວາມຮູ້​ແລະ​ຄວາມ​ໂງ່ຈ້າ, ປັນຍາ​ແລະ​ຄວາມ​ບ້າຄັ່ງ, ແຕ່​ຂ້າພະເຈົ້າ​ໄດ້​ພົບ​ວ່າ ຂ້າພະເຈົ້າ​ກຳລັງ​ແລ່ນ​ໄລ່​ໄປ​ຕາມ​ລົມ​ຄືກັນ.


ພຣະອົງ​ໄດ້​ຕັ້ງ​ເວລາ​ອັນ​ເໝາະສົມ​ໄວ້​ສຳລັບ​ທຸກສິ່ງ. ພຣະອົງ​ຢາກ​ໃຫ້​ມະນຸດ​ຮູ້ຈັກ​ອະດີດ ແລະ​ອະນາຄົດ, ແຕ່​ມະນຸດ​ເຂົ້າໃຈ​ບໍ່ໄດ້​ຢ່າງ​ເຕັມປ່ຽມ​ຕໍ່​ສິ່ງ​ທີ່​ພຣະອົງ​ໄດ້​ຊົງ​ກະທຳ ຕັ້ງແຕ່​ອະດີດຕະການ​ເຖິງ​ອະວະສານ.


ແລະ​ເຈົ້າ​ຮູ້​ວ່າ ເຈົ້າເອງ​ກໍ​ເຄີຍ​ໄດ້​ປ້ອຍດ່າ​ຄົນອື່ນ​ຕັ້ງ​ຫລາຍເທື່ອ.


ແລະ​ບໍ່​ສາມາດ​ເຂົ້າໃຈ​ສິ່ງ​ທີ່​ພຣະເຈົ້າ​ກຳລັງ​ກະທຳການ​ນັ້ນ​ໄດ້​ຈັກເທື່ອ. ເຖິງ​ແມ່ນ​ວ່າ​ເຂົາ​ອົດສາ​ພະຍາຍາມ​ຄົ້ນຫາ​ຈັກ​ພຽງໃດ​ກໍຕາມ ເຂົາ​ກໍ​ຈະ​ພົບ​ບໍ່ໄດ້​ຈັກເທື່ອ. ຄົນມີ​ປັນຍາ​ອາດ​ອວດຕົວ​ວ່າ​ຮູ້, ແຕ່​ວ່າ​ພວກເຂົາ​ບໍ່​ຮູ້.


ພວກເຂົາ​ອ້າງ​ຕົນ​ວ່າ ເປັນ​ຄົນ​ສະຫລາດ ພວກເຂົາ​ຈຶ່ງ​ກາຍເປັນ​ຄົນ​ໂງ່​ໄປ,


ຄົນມີ​ປັນຍາ​ຢູ່​ໃສ? ຫລື​ຄົນ​ສະຫລາດ​ຢູ່​ໃສ? ຫລື​ນັກ​ໂຕ້ຕອບ​ບັນຫາ​ຂອງ​ໂລກນີ້​ຢູ່​ໃສ? ພຣະເຈົ້າ​ກະທຳ​ໃຫ້​ເຫັນ​ວ່າ ປັນຍາ​ຂອງ​ຝ່າຍ​ໂລກນີ້​ເປັນ​ຄວາມ​ໂງ່​


Jiwasaru arktasipxañani:

Anuncios ukanaka


Anuncios ukanaka