22 ແລະເຈົ້າຮູ້ວ່າ ເຈົ້າເອງກໍເຄີຍໄດ້ປ້ອຍດ່າຄົນອື່ນຕັ້ງຫລາຍເທື່ອ.
ເຈົ້າກໍຮູ້ດີເຖິງຄວາມຜິດທຸກຢ່າງທີ່ເຈົ້າໄດ້ເຮັດຕໍ່ກະສັດດາວິດພໍ່ຂອງເຮົາ. ພຣະເຈົ້າຢາເວຈະລົງໂທດເຈົ້າທີ່ເຈົ້າໄດ້ເຮັດດັ່ງນີ້.
ຢ່າສູ່ສົນໃຈນຳທຸກເລື່ອງທີ່ຄົນເວົ້າ ເຈົ້າອາດໄດ້ຍິນຄົນຮັບໃຊ້ຂອງເຈົ້າປ້ອຍດ່າເຈົ້າກໍໄດ້
ຂ້າພະເຈົ້າໄດ້ໃຊ້ປັນຍາຂອງຂ້າພະເຈົ້າ ເພື່ອທົດສອບເບິ່ງສິ່ງທັງໝົດນີ້. ຂ້າພະເຈົ້າຕັ້ງໃຈວ່າຈະເປັນຄົນມີປັນຍາ, ແຕ່ປັນຍາພັດຢູ່ເໜືອຄວາມເຂົ້າໃຈຂອງຂ້າພະເຈົ້າ.
ເພາະຄວາມຄິດຊົ່ວ ຊຶ່ງນຳໄປສູ່ການຂ້າຄົນ, ການຫລິ້ນຊູ້ສູ່ຜົວເມຍ ແລະການຜິດສິນທຳທາງເພດ, ການລັກ, ການກ່າວຄຳພະຍານບໍ່ຈິງ ແລະການກ່າວຮ້າຍປ້າຍສີຜູ້ອື່ນ ແມ່ນສິ່ງທີ່ອອກມາຈາກໃຈມະນຸດ.
ພວກເຮົາໃຊ້ລີ້ນສັນລະເສີນອົງພຣະຜູ້ເປັນເຈົ້າຄື ພຣະບິດາເຈົ້າ, ທັງໃຊ້ລີ້ນປ້ອຍດ່າເພື່ອນມະນຸດດ້ວຍກັນ ຜູ້ທີ່ພຣະເຈົ້າໄດ້ຊົງສ້າງຕາມພຣະລັກສະນະຂອງພຣະອົງ.