21 ຢ່າສູ່ສົນໃຈນຳທຸກເລື່ອງທີ່ຄົນເວົ້າ ເຈົ້າອາດໄດ້ຍິນຄົນຮັບໃຊ້ຂອງເຈົ້າປ້ອຍດ່າເຈົ້າກໍໄດ້
ກະສັດກ່າວຕໍ່ອາບີໄຊແລະໂຢອາບອ້າຍຂອງລາວວ່າ, “ບໍ່ແມ່ນເລື່ອງຂອງພວກເຈົ້າ ຖ້າຄຳປ້ອຍດ່ານັ້ນເປັນຍ້ອນພຣະເຈົ້າຢາເວໄດ້ບອກລາວ ຜູ້ໃດແດ່ມີສິດຖາມວ່າ, ‘ເປັນຫຍັງລາວຈຶ່ງດ່າເຮົາ?”’
ແລະເວົ້າວ່າ, “ຂ້າແດ່ພະຣາຊາ ຂໍລືມຄວາມຜິດທີ່ຂ້ານ້ອຍໄດ້ເຮັດໃນມື້ທີ່ທ່ານໄດ້ອອກມາແຕ່ນະຄອນເຢຣູຊາເລັມນັ້ນເຖີດ ຢ່າໄດ້ຖືໂທດຂ້ານ້ອຍແລະຢ່າຄິດເຖິງເລື່ອງນັ້ນອີກເລີຍ.
ຢ່າຕິຕຽນຄົນຮັບໃຊ້ຕໍ່ໜ້ານາຍຂອງລາວຈັກເທື່ອ ເຈົ້າຈະຖືກດ່າແລະເຈັບຊໍ້າໃຈຍ້ອນ.
ແລະເຈົ້າຮູ້ວ່າ ເຈົ້າເອງກໍເຄີຍໄດ້ປ້ອຍດ່າຄົນອື່ນຕັ້ງຫລາຍເທື່ອ.
ພຣະເຈົ້າຈະທຳລາຍພວກທີ່ໃສ່ຮ້າຍປ້າຍສີຄົນອື່ນ, ພວກທີ່ປົກປ້ອງຜູ້ຂ້າຄົນບໍ່ໃຫ້ຖືກໂທດ ແລະພວກທີ່ເວົ້າຕົວະເພື່ອບໍ່ໃຫ້ຄົນສັດຊື່ໄດ້ຮັບຄວາມຍຸດຕິທຳ.
ແຕ່ນັກເລງບາງຄົນໄດ້ເວົ້າວ່າ, “ຄົນນີ້ຈະຊ່ວຍພວກເຮົາໄດ້ຢ່າງໃດ?” ພວກເຂົາໝິ່ນປະໝາດໂຊນ ແລະບໍ່ໄດ້ນຳເອົາຂອງຂວັນຫຍັງມາໃຫ້ລາວເລີຍ, ແຕ່ລາວກໍມິດເສີຍ.