Biblia Todo Logo
Internet tuqin Biblia

- Anuncios ukanaka -




ປັນຍາຈານ 7:16 - ພຣະຄຳພີສັກສິ

16 ສະນັ້ນ ຢ່າ​ສູ່​ເປັນ​ຄົນ​ຊອບທຳ​ໂພດ​ຫລື​ເປັນ​ຄົນມີ​ປັນຍາ​ເກີນ​ໄປ ເປັນຫຍັງ​ຈຶ່ງ​ຢາກ​ທຳລາຍ​ຕົນເອງ?

Uka jalj uñjjattʼäta Copia luraña




ປັນຍາຈານ 7:16
25 Jak'a apnaqawi uñst'ayäwi  

ຜູ້ຍິງ​ເຫັນ​ວ່າ ຕົ້ນໄມ້​ນັ້ນ​ຊ່າງ​ງາມ​ແທ້ ແລະ​ໝາກໄມ້​ກໍ​ເປັນ​ຕາ​ຢາກ​ກິນ​ອີຫລີ ທັງ​ຄິດ​ວ່າ ຖ້າ​ຕົນ​ສະຫລາດ​ຂຶ້ນ​ອີກ​ກໍ​ຄົງ​ດີ​ຫລາຍ. ດັ່ງນັ້ນ ນາງ​ຈຶ່ງ​ປິດ​ເອົາ​ໝາກໄມ້​ມາ​ກິນ ແລ້ວ​ກໍ​ຍື່ນໃຫ້​ຜົວ​ຂອງຕົນ​ກິນ​ນຳ​ດ້ວຍ ລາວ​ກໍໄດ້​ກິນ.


ຄົນໂງ່​ເລີ່ມ​ຈະ​ມີ​ປັນຍາ​ໄດ້​ກໍ​ຕໍ່​ເມື່ອ​ໂຕ​ລໍປ່າ ຖືກ​ຄົນ​ນຳ​ມັນ​ມາ​ຝຶກຫັດ​ໃຫ້​ຮູ້ຄວາມ​ໄດ້.


ພຣະເຈົ້າ​ໄດ້​ກ່າວ​ອອກ​ເປັນຖ້ອຍ​ເປັນຄຳ​ ແກ່​ມວນ​ມະນຸດ​ທັງຫລາຍ​ດັ່ງ​ຕໍ່​ລົງ​ໄປ​ນີ້: ‘ເພື່ອ​ຈະ​ມີ​ປັນຍາ​ຕ້ອງ​ຢຳເກງ​ອົງພຣະ​ຜູ້​ເປັນເຈົ້າ ເພື່ອ​ຈະ​ເຂົ້າໃຈ​ຕ້ອງ​ຫັນໜີ​ຈາກ​ຄວາມ​ຊົ່ວຊ້າ.”’


ຈົ່ງ​ສະຫລາດ​ພໍ​ທີ່​ເຈົ້າເອງ​ຈະ​ບໍ່​ຕົກ​ເປັນ​ທາດ​ຂອງ​ເງິນ,


ຢ່າ​ກິນ​ນໍ້າເຜິ້ງ​ເກີນ​ຄວາມ​ຕ້ອງການ ກິນຫລາຍ​ເກີນໄປ​ອາດ​ເຮັດ​ໃຫ້​ເຈົ້າ​ຮາກ​ອອກ.


ລູກ​ເອີຍ ຍັງ​ມີ​ສິ່ງໜຶ່ງ​ອີກ​ທີ່​ເຮົາ​ຕ້ອງ​ເຝົ້າ​ລະວັງ​ໄວ້. ການຂຽນ​ລົງ​ໃນ​ໜັງສື​ນັ້ນ​ບໍ່​ເປັນ​ການ​ສິ້ນສຸດ​ຈັກເທື່ອ ແລະ​ການຮຽນ​ຫລາຍໂພດ​ຈະ​ພາ​ໃຫ້​ເຈົ້າ​ອ່ອນເພຍ.


“ວິບັດ​ແກ່​ເຈົ້າ ພວກ​ທຳມະຈານ​ແລະ​ພວກ​ຟາຣີຊາຍ​ເອີຍ ຄົນ​ໜ້າຊື່​ໃຈຄົດ ພວກເຈົ້າ​ສ້າງ​ອຸບມຸງ​ຝັງສົບ​ໃຫ້​ພວກ​ຜູ້ທຳນວາຍ ແລະ​ຕົບແຕ່ງ​ອຸບມຸງ​ຝັງສົບ​ຂອງ​ຄົນ​ສິນທຳ​ໃຫ້​ງົດງາມ.


ເບິ່ງແມ! ພຣະວິຫານ​ຂອງ​ພວກເຈົ້າ​ໄດ້​ຖືກ​ປະຖິ້ມ​ໃຫ້​ຮ້າງເປົ່າ​ຢ່າງ​ໝົດສິ້ນ.


ພວກເຂົາ​ເຮັດ​ທຸກໆ​ຢ່າງ ເພື່ອ​ໃຫ້​ຄົນ​ເຫັນ​ພວກເຂົາ, ມີ​ແອບ​ໜັງ​ທີ່​ບັນຈຸ​ຂໍ້​ພຣະຄຳພີ​ມັດ​ໄວ້​ທີ່​ໜ້າຜາກ ແລະ​ທີ່​ແຂນ​ຂອງ​ພວກເຂົາ ສ່ວນ​ຍອຍ​ແຄມ​ເສື້ອຄຸມ ຂອງ​ພວກເຂົາ​ກໍ​ເຮັດ​ໃຫ້​ຍາວ​ອອກ​ໄປ


ຕໍ່ມາ ມີ​ພວກ​ສິດ​ຂອງ​ໂຢຮັນ​ບັບຕິສະໂຕ​ໄດ້​ມາ​ຫາ​ພຣະເຢຊູເຈົ້າ ແລະ​ຖາມ​ວ່າ, “ດ້ວຍເຫດໃດ ພວກ​ຂ້ານ້ອຍ​ກັບ​ພວກ​ຟາຣີຊາຍ​ຈຶ່ງ​ຖືສິນ​ອົດອາຫານ​ຢູ່​ເລື້ອຍ ສ່ວນ​ພວກ​ສາວົກ​ຂອງທ່ານ​ພັດ​ບໍ່​ຖື?”


ໃນ​ອາທິດ​ໜຶ່ງ ຂ້ານ້ອຍ​ຖືສິນ​ອົດອາຫານ​ສອງ​ວັນ ແລະ​ຂ້ານ້ອຍ​ໄດ້​ຖວາຍ​ໜຶ່ງສ່ວນສິບ​ແກ່​ພຣະອົງ ຈາກ​ສິ່ງ​ຂອງ​ທັງໝົດ​ທີ່​ຂ້ານ້ອຍ​ຫາ​ມາ​ໄດ້.’


ເຮົາ​ເປັນ​ພະຍານ​ໄດ້​ວ່າ ພວກເຂົາ​ມີ​ໃຈ​ຮ້ອນຮົນ​ປະຕິບັດ​ພຣະເຈົ້າ, ແຕ່​ບໍ່ໄດ້​ເປັນ​ໄປ​ຕາມ​ຄວາມຮູ້ ແລະ​ສະຕິປັນຍາ.


ພີ່ນ້ອງ​ທັງຫລາຍ​ເອີຍ ນີ້​ຄື​ຄວາມຈິງ​ອັນ​ລັບເລິກ ຊຶ່ງ​ເຮົາ​ຢາກ​ໃຫ້​ພວກເຈົ້າ​ຮູ້ ເພື່ອ​ບໍ່​ໃຫ້​ພວກເຈົ້າ​ຄິດ​ຖື​ຕົນ​ວ່າ ເປັນ​ຄົນ​ສະຫລາດ, ຄື​ວ່າ​ຄວາມ​ດື້ດຶງ​ຂອງ​ຊົນຊາດ​ອິດສະຣາເອນ​ນັ້ນ​ມີ​ພຽງ​ຊົ່ວຄາວ, ຈົນກວ່າ​ຄົນຕ່າງຊາດ​ຈະ​ມາ​ຄົບ​ຈຳນວນ​ໃນ​ການ​ກັບຄືນ​ມາ​ຫາ​ພຣະເຈົ້າ.


ເນື່ອງ​ຈາກ​ວ່າ ພຣະເຈົ້າ​ໄດ້​ໂຜດ​ໃຫ້​ພຣະຄຸນ​ແກ່​ເຮົາ, ເຮົາ​ຈຶ່ງ​ຂໍ​ບອກ​ພວກເຈົ້າ​ທຸກຄົນ​ວ່າ ຢ່າ​ຄິດ​ຖືຕົວ​ເກີນ​ທີ່​ຕົນ​ເປັນ​ຢູ່ ແຕ່​ໃຫ້​ຄິດ​ສົມເຫດ​ສົມຜົນ ໃຫ້​ຄິດ​ສົມກັບ​ຂະໜາດ​ແຫ່ງ​ຄວາມເຊື່ອ ທີ່​ພຣະເຈົ້າ​ໄດ້​ໂຜດ​ໃຫ້​ແຕ່ລະຄົນ​ນັ້ນ.


ຢ່າ​ມົວ​ແຕ່​ຫລອກລວງ​ຕົນເອງ​ຢູ່​ເລີຍ, ຖ້າ​ຜູ້ໃດ​ໃນ​ທ່າມກາງ​ຂອງ​ພວກເຈົ້າ ຄິດ​ວ່າ​ຕົນ​ມີ​ປັນຍາ​ໃນ​ສະໄໝ​ນີ້ ຈົ່ງ​ໃຫ້​ຜູ້​ນັ້ນ​ຍອມ​ເປັນ​ຄົນ​ໂງ່ ເພື່ອ​ຈະ​ໄດ້​ເປັນ​ຜູ້​ມີ​ປັນຍາ​ຢ່າງ​ແທ້ຈິງ.


ແລະ​ຍັງ​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ​ອີກ​ວ່າ, “ອົງພຣະ​ຜູ້​ເປັນເຈົ້າ​ຮູ້​ຄວາມ​ຄິດ​ຂອງ​ຄົນມີ​ປັນຍາ​ນັ້ນ​ວ່າ ເປັນ​ຂອງ​ໄຮ້​ປະໂຫຍດ.”


ໃນ​ດ້ານ​ໃຈ​ຮ້ອນຮົນ, ເຮົາ​ກໍໄດ້​ຂົ່ມເຫັງ​ຄຣິສຕະຈັກ ໃນ​ດ້ານ​ຄວາມ​ຊອບທຳ ຊຶ່ງ​ມີ​ຢູ່​ໂດຍ​ກົດບັນຍັດ ເຮົາ​ກໍ​ບໍ່ມີ​ທີ່​ຕິຕຽນ​ໄດ້.


ຢ່າ​ໃຫ້​ຜູ້ໃດ​ໄດ້​ສໍ້ໂກງ​ເອົາ​ລາງວັນ​ຂອງ​ເຈົ້າ​ທັງຫລາຍ ດ້ວຍ​ໃຊ້​ກິຣິຍາ​ທຳທ່າ​ເປັນ​ຜູ້​ຖ່ອມຕົວ​ລົງ ໄຫວ້​ເທວະດາ ແລະ ໄຝ່ຝັນ​ຢູ່​ໃນ​ນິມິດ​ທີ່​ເຂົາ​ເຫັນ ແລະ​ອວດອ້າງ​ຕົວ​ຂຶ້ນ​ເປົ່າໆ​ດ້ວຍ​ຄວາມ​ຄິດ​ຢ່າງ​ທຳມະດາ​ມະນຸດ


ຈິງ​ຢູ່ ສິ່ງ​ເຫຼົ່ານີ້​ເບິ່ງ​ທ່າທີ​ເໝືອນ​ມີ​ປັນຍາ ຄື​ການ​ເຕັມໃຈ​ນະມັດສະການ, ການ​ຖ່ອມຕົວ​ລົງ, ການ​ທໍລະມານ​ຮ່າງກາຍ ຊຶ່ງ​ບໍ່ມີ​ປະໂຫຍດ​ອັນ​ໃດ ໃນ​ການ​ຕໍ່ສູ້​ກັບ​ຄວາມ​ປາຖະໜາ​ຝ່າຍ​ເນື້ອກາຍ.


ພວກເຂົາ​ຫ້າມ​ບໍ່​ໃຫ້​ເອົາ​ກັນ​ເປັນ​ຜົວ​ເມຍ ຫ້າມ​ກິນ​ອາຫານ​ບາງ​ຊະນິດ ຊຶ່ງ​ພຣະເຈົ້າ​ໄດ້​ສ້າງ​ໄວ້ ແຕ່​ພຣະເຈົ້າ​ໄດ້​ສ້າງ​ອາຫານ​ເຫຼົ່ານີ້ ເພື່ອ​ໃຫ້​ບັນດາ​ຄົນ​ທີ່​ເຊື່ອ ແລະ​ຮູ້ຈັກ​ຄວາມຈິງ​ນັ້ນ ກິນ​ດ້ວຍ​ການ​ໂມທະນາ​ຂອບພຣະຄຸນ.


ພວກເຂົາ​ໄດ້​ເອົາ​ຂີ້ຝຸ່ນ​ດິນ​ໃສ່​ຫົວ​ຂອງຕົນ ພ້ອມ​ທັງ​ຮ້ອງໄຫ້​ແລະ​ໂສກເສົ້າ ເອີ່ຍ​ຂຶ້ນ​ວ່າ, “ວິບັດ ວິບັດ​ແລ້ວ ມະຫາ​ນະຄອນ​ນີ້ ຊຶ່ງ​ໄດ້​ເຮັດ​ໃຫ້​ຄົນ​ທັງໝົດ​ທີ່​ມີ​ເຮືອ​ກຳປັ່ນ​ເດີນ​ທະເລ ເປັນ​ຄົນ​ຮັ່ງມີ​ດ້ວຍ​ຊັບສົມບັດ​ຂອງ​ນາງ, ພາຍ​ໃນ​ຊົ່ວໂມງ​ດຽວ ກໍ​ຖືກ​ຊົງ​ທຳລາຍ​ເສຍ​ໄປ​ໝົດ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka