Biblia Todo Logo
Internet tuqin Biblia

- Anuncios ukanaka -




ປັນຍາຈານ 7:13 - ພຣະຄຳພີສັກສິ

13 ຈົ່ງ​ຄິດເຖິງ​ສິ່ງ​ທີ່​ພຣະເຈົ້າ​ໄດ້​ສ້າງ ສິ່ງ​ທີ່​ພຣະເຈົ້າ​ໄດ້​ສ້າງ​ໃຫ້​ຄົດ​ແລ້ວ ຜູ້ໃດ​ເຮັດ​ໃຫ້​ຊື່​ໄດ້​ແດ່?

Uka jalj uñjjattʼäta Copia luraña




ປັນຍາຈານ 7:13
19 Jak'a apnaqawi uñst'ayäwi  

ຖ້າ​ພຣະເຈົ້າ​ຈັບ​ເຈົ້າ ແລະ​ນຳ​ເຈົ້າ​ຂຶ້ນ​ສານ ຜູ້ໃດ​ຈະ​ກ້າ​ຂັດຂວາງ​ພຣະອົງ​ໄດ້?


ເມື່ອ​ພຣະອົງ​ມ້າງລົງ​ແລ້ວ ມີ​ຜູ້ໃດ​ເດ​ຈະ​ກໍ່​ຂຶ້ນ​ໃໝ່​ໄດ້​ແດ່? ແລະ​ຜູ້​ທີ່​ພຣະອົງ​ຄຸມຂັງ ໃຜ​ຈະ​ປົດປ່ອຍ​ໄດ້?


ຖ້າ​ພຣະເຈົ້າ​ຕັດສິນໃຈ​ບໍ່​ເຮັດ​ສິ່ງໜຶ່ງ​ສິ່ງໃດ ກໍ​ບໍ່ມີ​ຜູ້ໃດ​ຕິຕຽນ​ວ່າ​ກ່າວ​ພຣະອົງ​ໄດ້. ຖ້າ​ພຣະອົງ​ເຊື່ອງ​ໜ້າ ມະນຸດ​ກໍ​ຂາດ​ທີ່​ເພິ່ງພາ​ອາໄສ ແຕ່​ພຣະອົງ​ບັງຄັບ​ທຸກ​ຊາດ ແລະ​ທຸກ​ພາສາ​ໄດ້.


ໂຢບ​ເອີຍ ຢຸດ​ຄິດ​ບຸດ​ໜຶ່ງ ຈົ່ງ​ຟັງ​ຂ້ອຍ​ຕໍ່ໄປ​ເທາະ ຈົ່ງ​ພິຈາລະນາ​ສິ່ງ​ອັດສະຈັນ ທີ່​ພຣະເຈົ້າ​ກະທຳ​ນັ້ນ.


ພຣະອົງ​ເອົາ​ສິ່ງ​ທີ່​ຊົງ​ຢາກໄດ້ ຜູ້ໃດ​ຢຸດຢັ້ງ​ໄດ້ນໍ; ບໍ່ມີ​ຜູ້ໃດ​ກ້າ​ຖາມ​ວ່າ, ‘ກຳລັງ​ເຮັດ​ຫຍັງ?’


ຂໍ​ໃຫ້​ຄົນມີ​ປັນຍາ​ຄິດເຖິງ​ສິ່ງ​ເຫຼົ່ານີ້​ດີໆ ຂໍ​ໃຫ້​ພວກເຂົາ​ພິຈາລະນາ​ເບິ່ງ​ຄວາມຮັກ​ອັນ​ໝັ້ນຄົງ​ຂອງ​ພຣະເຈົ້າຢາເວ.


ເມື່ອ​ຂ້ານ້ອຍ​ຫລຽວ​ເບິ່ງ​ຟ້າ​ສະຫວັນ​ທີ່​ພຣະອົງ​ໄດ້​ສ້າງ​ຂຶ້ນ​ມາ ເດືອນ​ດາວ​ທີ່​ພຣະອົງ​ຕັ້ງ​ໄວ້​ໃນ​ບ່ອນ​ຂອງ​ມັນ​ນັ້ນ


ທ່ານ​ເຮັດ​ສິ່ງ​ທີ່​ຄົດ​ໃຫ້​ຊື່​ບໍ່ໄດ້​ສັນໃດ ທ່ານ​ກໍ​ນັບ​ສິ່ງ​ທີ່​ບໍ່ມີ​ຕົນ​ຕົວ​ບໍ່ໄດ້​ສັນນັ້ນ.


ພຣະອົງ​ໄດ້​ຕັ້ງ​ເວລາ​ອັນ​ເໝາະສົມ​ໄວ້​ສຳລັບ​ທຸກສິ່ງ. ພຣະອົງ​ຢາກ​ໃຫ້​ມະນຸດ​ຮູ້ຈັກ​ອະດີດ ແລະ​ອະນາຄົດ, ແຕ່​ມະນຸດ​ເຂົ້າໃຈ​ບໍ່ໄດ້​ຢ່າງ​ເຕັມປ່ຽມ​ຕໍ່​ສິ່ງ​ທີ່​ພຣະອົງ​ໄດ້​ຊົງ​ກະທຳ ຕັ້ງແຕ່​ອະດີດຕະການ​ເຖິງ​ອະວະສານ.


ແລະ​ບໍ່​ສາມາດ​ເຂົ້າໃຈ​ສິ່ງ​ທີ່​ພຣະເຈົ້າ​ກຳລັງ​ກະທຳການ​ນັ້ນ​ໄດ້​ຈັກເທື່ອ. ເຖິງ​ແມ່ນ​ວ່າ​ເຂົາ​ອົດສາ​ພະຍາຍາມ​ຄົ້ນຫາ​ຈັກ​ພຽງໃດ​ກໍຕາມ ເຂົາ​ກໍ​ຈະ​ພົບ​ບໍ່ໄດ້​ຈັກເທື່ອ. ຄົນມີ​ປັນຍາ​ອາດ​ອວດຕົວ​ວ່າ​ຮູ້, ແຕ່​ວ່າ​ພວກເຂົາ​ບໍ່​ຮູ້.


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ຕັ້ງໃຈ​ເຮັດ​ສິ່ງນີ້ ພຣະອົງ​ຢຽດ​ແຂນ​ພຣະອົງ​ອອກ​ເພື່ອ​ລົງໂທດ ແລະ​ບໍ່ມີ​ຜູ້ໃດ​ທີ່​ຢຸດຢັ້ງ​ພຣະອົງ​ໄດ້.


ເຮົາ​ເປັນ​ພຣະເຈົ້າ ເຮົາ​ເປັນ​ຢູ່ສືບໄປ ບໍ່ມີ​ຜູ້ໃດ​ປົບໜີ​ຈາກ​ຣິດອຳນາດ​ຂອງເຮົາ​ໄດ້. ມີ​ຜູ້ໃດ​ແດ່​ທີ່​ປ່ຽນແປງ​ເຫດການ​ຕ່າງໆ​ໄດ້​ນໍ ສິ່ງ​ທີ່​ເຮົາ​ໄດ້​ເຮັດ​ໄປ​ບໍ່ມີ​ຜູ້ໃດ​ປ່ຽນແປງ​ໄດ້.”


ໃນ​ງານກິນລ້ຽງ ພວກເຈົ້າ​ມີ​ພິນ​ແລະ​ມີ​ກອງ ແລະ​ມີ​ຂຸ່ຍ​ພ້ອມ​ທັງ​ເຫຼົ້າ​ອະງຸ່ນ. ແຕ່​ພວກເຈົ້າ​ບໍ່​ເຂົ້າໃຈ​ສິ່ງ​ທີ່​ພຣະເຈົ້າຢາເວ​ກຳລັງ​ຈະ​ເຮັດ


ພຣະອົງ​ຖື​ວ່າ​ຄົນ​ໃນ​ໂລກນີ້​ບໍ່ມີ​ຫຍັງ​ໝົດ ຕ່າງ​ກໍ​ບໍ່ມີ​ຄຸນຄ່າ​ບໍ່ມີ​ຫຍັງ​ທັງນັ້ນ; ມະນຸດ​ໃນໂລກ ແລະ​ເທວະດາ​ເທິງ​ສະຫວັນ ກໍ​ຢູ່​ໃຕ້​ການປົກຄອງ​ຂອງ​ພຣະອົງ​ທັງນັ້ນ. ບໍ່ມີ​ຜູ້ໃດ​ສາມາດ​ຂັດຂວາງ​ພຣະປະສົງ ຫລື​ສອບຖາມ​ເຖິງ​ສິ່ງ​ທີ່​ພຣະອົງ​ຊົງ​ກະທຳ.


ດັ່ງນັ້ນ ຖ້າ​ພວກເຈົ້າ​ຈັດ​ການ​ກັບ​ສິ່ງ​ເລັກນ້ອຍ​ເຊັ່ນນີ້​ບໍ່ໄດ້ ເປັນຫຍັງ​ຈຶ່ງ​ກະວົນ​ກະວາຍ​ເຖິງ​ສິ່ງ​ອື່ນ?


ເພາະ​ພຣະອົງ​ກ່າວ​ແກ່​ໂມເຊ​ວ່າ ເຮົາ​ຢາກ​ຈະ​ກະລຸນາ​ຜູ້ໃດ ເຮົາ​ກໍ​ກະລຸນາ​ຜູ້ນັ້ນ ເຮົາ​ຢາກ​ຈະ​ເມດຕາ​ຜູ້ໃດ ເຮົາ​ກໍ​ເມດຕາ​ຜູ້ນັ້ນ.


ແລ້ວ​ເຈົ້າ​ຈະ​ກ່າວ​ຕໍ່​ເຮົາ​ວ່າ, “ຖ້າ​ເປັນ​ດັ່ງນັ້ນ ເປັນຫຍັງ​ພຣະເຈົ້າ​ຈຶ່ງ​ຍັງ​ຊົງ​ຕິຕຽນ​ຢູ່? ຜູ້ໃດ​ຈະ​ຂັດຂືນ​ນໍ້າພຣະໄທ​ຂອງ​ພຣະເຈົ້າ​ໄດ້?”


ໃນ​ພຣະອົງ​ນັ້ນ ພວກເຮົາ​ໄດ້​ຕົກ​ເປັນ​ສ່ວນ​ຂອງ​ພຣະເຈົ້າ ຕາມ​ການ​ຊົງ​ຕັ້ງ​ພຣະໄທ​ໄວ້​ກ່ອນ​ຂອງ​ພຣະອົງ ຜູ້​ຊົງ​ກະທຳ​ໃຫ້​ສິ່ງສາລະພັດ​ດຳເນີນ​ໄປ ໃຫ້​ສົມ​ກັບ​ນໍ້າພຣະໄທ​ຂອງ​ພຣະອົງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka