Biblia Todo Logo
Internet tuqin Biblia

- Anuncios ukanaka -




ປັນຍາຈານ 7:1 - ພຣະຄຳພີສັກສິ

1 ຊື່ສຽງ​ດີ​ກໍດີກວ່າ​ນໍ້າຫອມ​ທີ່​ດີເລີດ ແລະ​ມື້​ຕາຍ​ກໍດີກວ່າ​ມື້​ເກີດ.

Uka jalj uñjjattʼäta Copia luraña




ປັນຍາຈານ 7:1
23 Jak'a apnaqawi uñst'ayäwi  

ໃນ​ຂຸມຝັງສົບ​ນັ້ນ ຄົນຊົ່ວ​ໄດ້​ຢຸດ​ການຊົ່ວ​ຂອງຕົນ ຄົນ​ເຮັດ​ວຽກ​ໜັກ​ກໍ​ນອນ​ພັກຜ່ອນ​ໃນ​ທີ່ສຸດ​ໄດ້.


ດັ່ງ​ນໍ້າມັນ​ເຈີມ​ອັນ​ປະເສີດ​ທີ່​ໄຫລ​ລົງ​ຈາກ​ຫົວ ແລະ​ໜວດ​ຂອງ​ອາໂຣນ​ແລະ​ຕາມ​ຄໍ​ເສື້ອຄຸມ​ຂອງ​ເພິ່ນ.


ໜ້າຕາ​ຍິ້ມແຍ້ມ​ເຮັດ​ໃຫ້​ມີ​ຄວາມສຸກ ແລະ​ຂ່າວດີ​ເຮັດ​ໃຫ້​ມີ​ຈິດໃຈ​ສະບາຍ​ຂຶ້ນ.


ຖ້າ​ຕ້ອງ​ເລືອກ​ເອົາ​ລະຫວ່າງ​ຊື່ສຽງ​ດີ​ກັບ​ຄວາມ​ຮັ່ງມີ ຈົ່ງ​ເລືອກ​ເອົາ​ຊື່ສຽງ​ດີ​ສາ​ເຖີດ.


ບໍ່​ດັ່ງນັ້ນ ທຸກຄົນ​ກໍ​ຈະ​ຮູ້​ເລື່ອງ​ນຳ ແລະ​ເຈົ້າ​ຈະ​ໄດ້​ຮັບ​ຄວາມ​ອັບອາຍ​ບໍ່​ສິ້ນສຸດ​ເປັນ​ຈັກເທື່ອ.


ເຄື່ອງ​ສຳອາງ​ແລະ​ນໍ້າຫອມ​ໃຫ້​ຈິດໃຈ​ສົດຊື່ນ, ແຕ່​ຄວາມ​ລຳບາກ​ໃຫ້​ຈິດໃຈ​ລະທົມ.


ແມງວັນ​ຕາຍ​ຍ່ອມ​ເຮັດ​ໃຫ້​ນໍ້າຫອມ​ທັງ​ແກ້ວ​ເໝັນ​ໄດ້​ສັນໃດ ຄວາມ​ໂງ່ຈ້າ​ພຽງແຕ່​ເລັກນ້ອຍ​ກໍ​ຍ່ອມ​ເຮັດ​ໃຫ້​ປັນຍາ​ອັນ​ຍິ່ງໃຫຍ່​ຖືກ​ເສຍຫາຍ​ໄປ​ໄດ້​ສັນນັ້ນ.


ຂ້າພະເຈົ້າ​ຄິດ​ວ່າ ຄົນ​ທີ່​ຕາຍໄປ​ແລ້ວ​ກໍດີກວ່າ​ຄົນ​ທີ່​ຍັງ​ມີ​ຊີວິດ​ຢູ່,


ບັ້ນປາຍ​ຂອງ​ທຸກສິ່ງ​ກໍດີກວ່າ​ບັ້ນຕົ້ນ. ໃຈ​ອົດທົນ​ກໍດີກວ່າ​ໃຈ​ຈອງຫອງ.


ກິ່ນ​ຫອມຫວນ​ໃນ​ຕົວ​ອ້າຍ​ເຮັດ​ໃຫ້​ນ້ອງ​ໄດ້​ຊື່ນໃຈ ຊື່​ຂອງ​ອ້າຍ​ພາ​ໃຫ້​ນ້ອງ​ຄໍ່າຄວນ​ເຝົ້າ​ສະເໜ່ຫາ​ຢູ່​ບໍ່​ຂາດ ຈຶ່ງ​ບໍ່​ເປັນ​ສິ່ງ​ປະຫລາດ​ທີ່​ຍິງສາວ​ໃດໆ ຈຳ​ຕ້ອງ​ຫລົງໄຫລ​ຍ້ອນ​ຮັກ​ອ້າຍ​ແຕ່​ຜູ້ດຽວ.


ຄວາມຮັກ​ຂອງນ້ອງ ເຮັດ​ໃຫ້​ອ້າຍ​ຊື່ນໃຈ ຄູ່ຮັກ​ຂອງອ້າຍ ເຈົ້າສາວ​ຂອງອ້າຍ​ເອີຍ ຄວາມຮັກ​ຂອງນ້ອງ ກໍດີກວ່າ​ເຫຼົ້າ​ອະງຸ່ນ ກິ່ນໂຕ​ນ້ອງ ຫອມຫວນ​ກວ່າ​ນໍ້າຫອມ​ໃດໆ​ທັງສິ້ນ.


ແລ້ວ​ເຮົາ​ກໍ​ຈະ​ຈົດ​ຊື່​ຂອງ​ເຈົ້າ​ໄວ້​ໃນ​ວິຫານ​ຂອງເຮົາ ແລະ​ໃນ​ທ່າມກາງ​ປະຊາຊົນ​ຂອງເຮົາ​ຍາວນານ​ກວ່າ ຖ້າ​ເຈົ້າ​ມີ​ລູກຊາຍ​ແລະ​ລູກສາວ​ຫລາຍ​ຄົນ. ເຮົາ​ຈະ​ບໍ່​ລືມໄລ​ເຈົ້າ​ຈັກເທື່ອ.”


ແຕ່​ບັດນີ້ ພຣະເຈົ້າຢາເວ​ເອີຍ ຈົ່ງ​ປ່ອຍ​ໃຫ້​ຂ້ານ້ອຍ​ຕາຍ​ເສຍ. ຂ້ານ້ອຍ​ຕາຍໄປ​ກໍດີກວ່າ​ທີ່​ຈະ​ມີ​ຊີວິດ​ຢູ່.”


ແຕ່​ຢ່າ​ໄດ້ຍິນດີ​ຢູ່​ໃນ​ສິ່ງ​ເຫຼົ່ານີ້ ຄື​ເພາະ​ຜີຮ້າຍ​ຍອມ​ເຊື່ອຟັງ​ພວກເຈົ້າ, ແຕ່​ຈົ່ງ​ຊົມຊື່ນ​ຍິນດີ ເພາະ​ຊື່​ຂອງ​ພວກເຈົ້າ​ໄດ້​ຈົດ​ໄວ້​ແລ້ວ​ໃນ​ສະຫວັນ.”


ເມື່ອ​ພຣະເຢຊູເຈົ້າ​ກັບ​ພວກ​ສາວົກ​ຂອງ​ພຣະອົງ ກຳລັງ​ຮ່ວມ​ຮັບປະທານ​ອາຫານ​ຢູ່​ນັ້ນ ມານຮ້າຍ​ໄດ້​ເຂົ້າ​ສິງ​ຢູ່​ໃນ​ໃຈ​ຂອງ​ຢູດາ​ອິດສະກາຣີອົດ ລູກຊາຍ​ຂອງ​ຊີໂມນ ໃຫ້​ມີ​ຄວາມ​ຄິດ​ທໍລະຍົດ​ຕໍ່​ພຣະເຢຊູເຈົ້າ.


ເພາະ​ເຮົາ​ຮູ້​ແລ້ວ​ວ່າ, ຖ້າ​ວ່າ​ເຮືອນ​ຂອງເຮົາ​ໃນ​ໂລກນີ້ ຄື​ຮ່າງກາຍ​ນັ້ນ​ໄດ້​ຖືກ​ມ້າງ​ລົງ​ເສຍ ເຮົາ​ກໍ​ຍັງ​ມີ​ບ່ອນ​ຢູ່​ອາໄສ ຊຶ່ງ​ພຣະເຈົ້າ​ຊົງ​ໂຜດ​ປະທານ​ໃຫ້​ເປັນ​ບ່ອນ​ຢູ່​ທີ່​ບໍ່ໄດ້​ສ້າງ​ດ້ວຍ​ມື​ມະນຸດ ແລະ​ຊົງ​ຕັ້ງ​ຢູ່​ຖາວອນ​ເປັນນິດ​ໃນ​ສະຫວັນ.


ພວກເຮົາ​ມີ​ໃຈ​ກ້າ​ຢ່າງ​ເຕັມປ່ຽມ ແລະ​ພໍໃຈ​ຢາກ​ຈະ​ອອກ​ຈາກ​ເຮືອນ ຄື​ຮ່າງກາຍ​ນີ້ ໄປ​ຢູ່​ເຮືອນ​ກັບ​ອົງພຣະ​ຜູ້​ເປັນເຈົ້າ​ກໍດີກວ່າ.


ເພາະ​ໂດຍ​ຄວາມເຊື່ອ​ແບບ​ນີ້​ເອງ ທີ່​ຄົນ​ໃນ​ສະໄໝ​ບູຮານ​ໄດ້​ຮັບ​ຄຳ​ເຫັນຊອບ​ຈາກ​ພຣະເຈົ້າ.


ຍ້ອນ​ຄວາມເຊື່ອ​ຂອງ​ຄົນ​ເຫຼົ່ານີ້ ຈຶ່ງ​ເປັນ​ທີ່​ພໍພຣະໄທ​ພຣະເຈົ້າ ແຕ່​ພວກເພິ່ນ​ກໍ​ຍັງ​ບໍ່ໄດ້​ຮັບ​ຕາມ​ທີ່​ໄດ້​ຊົງ​ສັນຍາ​ໄວ້​ແລ້ວ​ນັ້ນ,


ແລະ​ຂ້າພະເຈົ້າ​ໄດ້ຍິນ​ພຣະ​ສຸລະສຽງ​ຈາກ​ສະຫວັນ ຊົງ​ສັ່ງ​ວ່າ, “ຈົ່ງ​ຂຽນ​ໄວ້​ວ່າ ‘ຄົນ​ທັງຫລາຍ​ທີ່​ຕາຍ​ໃນ​ອົງພຣະ​ຜູ້​ເປັນເຈົ້າ ຕັ້ງແຕ່​ນີ້​ໄປ​ກໍ​ເປັນ​ສຸກ.”’ ແລະ​ພຣະວິນຍານ​ຊົງ​ຢືນຢັນ​ວ່າ, “ຈິງ​ຢູ່​ແລ້ວ ເພື່ອ​ພວກເຂົາ​ຈະ​ໄດ້​ພັກຜ່ອນ​ຈາກ​ການ​ເມື່ອຍຍາກ​ຂອງຕົນ ເພາະ​ການງານ​ທີ່​ພວກເຂົາ​ໄດ້​ເຮັດ​ນັ້ນ ກໍ​ຕິດຕາມ​ພວກເຂົາ​ໄປ.”


ດັ່ງນັ້ນ ນາງຣຸດ​ຈຶ່ງ​ນອນ​ຢູ່​ທີ່​ນັ້ນ​ທີ່​ຕີນ​ຂອງ​ໂບອາດ; ແຕ່​ກ່ອນ​ແຈ້ງ​ພໍເຫັນຮຸ່ງ ນາງ​ຈຶ່ງ​ລຸກ​ຂຶ້ນ​ຈາກ​ໄປ ເພາະ​ໂບອາດ​ບໍ່​ຢາກ​ໃຫ້​ຜູ້ໃດ​ຜູ້ໜຶ່ງ​ຮູ້​ວ່າ ນາງ​ນອນ​ຢູ່​ໃນ​ທີ່ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka