9 ທຸກສິ່ງລ້ວນແຕ່ອະນິຈັງທັງສິ້ນ ແລະເປັນດັ່ງການແລ່ນໄລ່ໄປຕາມລົມ. ການພໍໃຈກັບສິ່ງທີ່ຕົນມີຢູ່ ກໍດີກວ່າການປ່ອຍຕົວເລື້ອຍໄປຕາມຕັນຫາຂອງຕົນ.
ຖ້າຂ້ອຍຫັນປ່ຽນຈາກທິດທາງເດີນ ຄືທິດທາງເດີນອັນຍຸດຕິທຳແລະຖືກຕ້ອງ; ຫລືປ່ອຍຕົວເອງໃຫ້ຄວາມຊົ່ວຈ່ອງດຶງໄປ ຖ້າມືຂ້ອຍດ່າງພອຍດ້ວຍຮອຍເປື້ອນເປິໃດໆນັ້ນ
ຂ້າພະເຈົ້າເຄີຍເຫັນສັບພະທຸກສິ່ງທີ່ຄົນໄດ້ເຮັດຢູ່ໃຕ້ດວງຕາເວັນ ແລະຂ້າພະເຈົ້າຂໍບອກວ່າ, ສິ່ງເຫຼົ່ານັ້ນລ້ວນແຕ່ອະນິຈັງທັງສິ້ນ. ເປັນດັ່ງການແລ່ນໄລ່ໄປຕາມລົມ.
ຂ້າພະເຈົ້າຕັ້ງໃຈຮໍ່າຮຽນໄຈ້ແຍກ ລະຫວ່າງຄວາມຮູ້ແລະຄວາມໂງ່ຈ້າ, ປັນຍາແລະຄວາມບ້າຄັ່ງ, ແຕ່ຂ້າພະເຈົ້າໄດ້ພົບວ່າ ຂ້າພະເຈົ້າກຳລັງແລ່ນໄລ່ໄປຕາມລົມຄືກັນ.
ປັນຍາຈານໄດ້ເວົ້າວ່າ, ອະນິຈັງ ອະນິຈັງ ຊີວິດນີ້ອະນິຈັງ ທຸກສິ່ງລ້ວນແຕ່ອະນິຈັງທັງສິ້ນ.
ຄົນໜຸ່ມເອີຍ ຈົ່ງສະໜຸກຢູ່ໃນຄວາມໜຸ່ມແໜ້ນຂອງເຈົ້າ. ຈົ່ງຫາຄວາມສຸກເມື່ອເຈົ້າຍັງໜຸ່ມແໜ້ນຢູ່ ຈົ່ງເຮັດທຸກສິ່ງທີ່ເຈົ້າຕ້ອງການຢາກເຮັດ ແລະທຸກສິ່ງທີ່ເຈົ້າພໍໃຈເຮັດດ້ວຍ. ແຕ່ຈົ່ງຈຳໄວ້ວ່າ ພຣະເຈົ້າຈະຕັດສິນທຸກໆສິ່ງທີ່ເຈົ້າໄດ້ເຮັດນັ້ນ.
ແລ້ວຂ້າພະເຈົ້າກໍຕຶກຕອງເບິ່ງສິ່ງທັງໝົດ ແລະເຫື່ອແຮງທີ່ໄດ້ທຸ້ມເທເຮັດສິ່ງເຫຼົ່ານັ້ນ. ດັ່ງນັ້ນ ຂ້າພະເຈົ້າຈຶ່ງເຫັນໄດ້ຢ່າງຈະແຈ້ງວ່າ ສິ່ງນັ້ນບໍ່ມີຄວາມໝາຍຫຍັງເລີຍ. ເປັນດັ່ງການແລ່ນໄລ່ໄປຕາມລົມ ຄືທຸກສິ່ງຢູ່ໃຕ້ດວງຕາເວັນລ້ວນແຕ່ອະນິຈັງທັງສິ້ນ.
ຂ້າພະເຈົ້າໄດ້ຄົ້ນພົບເຊັ່ນດຽວກັນວ່າ ເປັນຫຍັງມະນຸດຈຶ່ງເຮັດວຽກຢ່າງໜັກເພື່ອຈະປະສົບຜົນສຳເລັດ ເພາະລາວຢາກມີລື່ນເພື່ອນບ້ານຂອງຕົນ, ແຕ່ມັນກໍອະນິຈັງ ເປັນດັ່ງກຳລັງແລ່ນໄລ່ໄປຕາມລົມ.
ອັນນີ້ ແມ່ນສິ່ງທີ່ຂ້າພະເຈົ້າໄດ້ຄົ້ນພົບຄື: ສິ່ງດີທີ່ສຸດທີ່ຜູ້ໃດໆກໍເຮັດໄດ້ ແມ່ນກິນແລະດື່ມ ແລະສະໜຸກຢູ່ກັບສິ່ງທີ່ຕົນຫາມາໄດ້ ໃນຊີວິດອັນສັ້ນໆທີ່ພຣະເຈົ້າໂຜດໃຫ້ ອັນນີ້ ແມ່ນຊາຕາກຳຂອງມະນຸດຢູ່ໃຕ້ດວງຕາເວັນ.
ພຣະເຈົ້າຈະໃຫ້ຄົນໃດຄົນໜຶ່ງຮັ່ງມີ, ມີກຽດ ແລະມີຊັບສົມບັດຄື: ໃຫ້ລາວມີທຸກສິ່ງທີ່ລາວຕ້ອງການ, ແຕ່ແລ້ວພັດບໍ່ໃຫ້ລາວສະໜຸກຢູ່ກັບສິ່ງນັ້ນ. ຄົນແປກໜ້າຊໍ້າພັດໄດ້ສະໜຸກຢູ່ກັບສິ່ງເຫຼົ່ານັ້ນແທນ. ມັນຊ່າງອະນິຈັງ ແລະບໍ່ເປັນການຖືກຕ້ອງເສຍເລີຍ.
ອົງພຣະຜູ້ເປັນເຈົ້າກ່າວວ່າ, “ຊາດອິດສະຣາເອນເອີຍ ເຫິງນານແລ້ວ ທີ່ເຈົ້າບໍ່ຍອມຢູ່ໃຕ້ສິດອຳນາດຂອງເຮົາ ບໍ່ເຊື່ອຟັງເຮົາແລະນະມັດສະການເຮົາດ້ວຍ. ທີ່ເນີນທີ່ສູງແຕ່ລະໜ່ວຍ ທີ່ກ້ອງຕົ້ນໄມ້ແຕ່ລະກົກ ເຈົ້າຂາບໄຫວ້ພະແຫ່ງຄວາມອຸດົມສົມບູນທັງນັ້ນ.