8 ຄົນມີປັນຍາດີກວ່າຄົນໂງ່ຈ້າຢ່າງໃດແດ່? ເປັນການດີຫຍັງແດ່ທີ່ຄົນຍາກຈົນຮູ້ຈັກປະເຊີນໜ້າກັບຊີວິດ?
ເມື່ອອັບຣາມອາຍຸໄດ້ 99 ປີ; ພຣະເຈົ້າຢາເວໄດ້ປາກົດແກ່ເພິ່ນ ແລະກ່າວວ່າ, “ເຮົາເປັນພຣະເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່. ຈົ່ງເຊື່ອຟັງເຮົາ ແລະປະພຶດແຕ່ສິ່ງທີ່ຊອບທຳ.
ຂ້ານ້ອຍຈະດຳເນີນຊີວິດໂດຍບໍ່ມີຄວາມຜິດ ເມື່ອໃດເດພຣະອົງຈະມາພົບ? ຢູ່ໃນເຮືອນຂ້ານ້ອຍຈະດຳເນີນຊີວິດຢູ່ຢ່າງບໍຣິສຸດ ຈະບໍ່ໂຍະຍານໃຫ້ເລີຍກັບຄວາມຊົ່ວຊ້າ.
ດັ່ງນັ້ນ ຂ້ານ້ອຍຈຶ່ງຍ່າງຢູ່ຊ້ອງໜ້າພຣະເຈົ້າຢາເວ ໃນໂລກມະນຸດຂອງຜູ້ມີຊີວິດຢູ່ນີ້.
ເປັນຄົນທຸກຈົນທີ່ສັດຊື່ກໍດີກວ່າຄົນໂງ່ຈ້າທີ່ກ່າວຄຳຕົວະ.
ເຈົ້າຮັ່ງມີຫລາຍເທົ່າໃດ ເຈົ້າກໍຕ້ອງລ້ຽງຫລາຍຄົນເທົ່ານັ້ນ. ສິ່ງທັງໝົດທີ່ເຈົ້າໄດ້ຮັບນັ້ນ ກໍພຽງແຕ່ຄວາມຮູ້ທີ່ວ່າຕົນຮັ່ງມີ.
ທຸກສິ່ງລ້ວນແຕ່ອະນິຈັງທັງສິ້ນ ແລະເປັນດັ່ງການແລ່ນໄລ່ໄປຕາມລົມ. ການພໍໃຈກັບສິ່ງທີ່ຕົນມີຢູ່ ກໍດີກວ່າການປ່ອຍຕົວເລື້ອຍໄປຕາມຕັນຫາຂອງຕົນ.
ສອງຜົວເມຍນີ້ດຳເນີນຊີວິດຢ່າງຖືກຕ້ອງຕໍ່ສາຍພຣະເນດຂອງພຣະເຈົ້າ ໂດຍເຊື່ອຟັງກົດບັນຍັດຂອງອົງພຣະຜູ້ເປັນເຈົ້າ ແລະຂໍ້ຄຳສັ່ງຂອງພຣະອົງຢ່າງບໍ່ມີທີ່ຕິ.
ຈົ່ງສັ່ງເນັ້ນຄົນທີ່ຮັ່ງມີສີສຸກຝ່າຍວັດຖຸສິ່ງຂອງແຫ່ງໂລກນີ້ ຢ່າໃຫ້ເຂົາເປັນຄົນອວດອົ່ງທະນົງຕົວ ຢ່າໃຫ້ເຂົາມອບຄວາມຫວັງໄວ້ໃນສິ່ງອະນິຈັງ, ແຕ່ມອບໄວ້ໃນພຣະເຈົ້າ ອົງຊົງໂຜດໃຫ້ສັບພະທຸກສິ່ງຢ່າງບໍຣິບູນແກ່ເຮົາທັງຫລາຍ ເພື່ອຈະໃຫ້ພວກເຮົາໃຊ້ດ້ວຍຄວາມປິຕິຍິນດີ.