Biblia Todo Logo
Internet tuqin Biblia

- Anuncios ukanaka -




ປັນຍາຈານ 6:7 - ພຣະຄຳພີສັກສິ

7 ວຽກ​ທຸກ​ຊະນິດ​ທີ່​ຄົນໜຶ່ງ​ເຮັດ ແມ່ນ​ເພື່ອ​ໃຫ້​ມີ​ອາຫານ​ກິນ​ພຽງພໍ​ເທົ່ານັ້ນ, ແຕ່​ລາວ​ພໍ​ບໍ່​ເປັນ​ຈັກເທື່ອ.

Uka jalj uñjjattʼäta Copia luraña




ປັນຍາຈານ 6:7
11 Jak'a apnaqawi uñst'ayäwi  

ຄວາມຫິວ​ເຮັດ​ໃຫ້​ຄົນງານ​ດຸໝັ່ນ ເພາະ​ຄວາມ​ຕ້ອງການ​ຕອບ​ສະໜອງ​ຄວາມຫິວ​ນັ້ນ.


ທຸກໆສິ່ງ​ນຳ​ໄປ​ສູ່​ຄວາມ​ເບື່ອໜ່າຍ ຊຶ່ງ​ເກີນກວ່າ​ທີ່​ຄົນ​ເຮົາ​ຈະ​ບັນລະຍາຍ​ອອກ​ມາ​ເປັນ​ຖ້ອຍຄຳ​ໄດ້. ຕາ​ຂອງເຮົາ​ເບິ່ງ​ບໍ່​ຮູ້ຈັກ​ອີ່ມ ຫູ​ຂອງເຮົາ​ຟັງ​ບໍ່​ຮູ້ຈັກ​ພໍ.


ຖ້າ​ເຈົ້າ​ຮັກ​ເງິນ ເຈົ້າ​ກໍ​ຈະ​ບໍ່​ຮູ້​ເມື່ອ​ພໍ​ຈັກເທື່ອ ຖ້າ​ເຈົ້າ​ຢາກ​ຮັ່ງມີ ເຈົ້າ​ກໍ​ຈະ​ບໍ່ໄດ້​ທຸກສິ່ງ​ທີ່​ຕ້ອງການ​ຈັກເທື່ອ ທຸກສິ່ງ​ລ້ວນແຕ່​ອະນິຈັງ​ທັງສິ້ນ.


ແມ່ນແຕ່​ກະສັດ​ກໍ​ຍັງ​ເພິ່ງພາ​ອາໄສ​ຜົນ​ຂອງ​ການ​ເກັບກ່ຽວ.


ຄົນ​ໜຶ່ງ​ອາດ​ຈະ​ມີ​ລູກ​ເຖິງ​ຮ້ອຍ​ຄົນ ແລະ​ມີ​ຊີວິດ​ຍືນຍາວ​ກໍໄດ້ ເຖິງ​ແມ່ນ​ວ່າ​ລາວ​ຈະ​ມີ​ອາຍຸ​ຍືນຍາວ​ຈັກ​ເທົ່າໃດ​ກໍຕາມ, ແຕ່​ຖ້າ​ລາວ​ບໍ່ໄດ້​ຮັບ​ຄວາມສຸກ​ທີ່​ລາວ​ຄວນ​ໄດ້​ຮັບ ແລະ​ບໍ່ມີ​ຄົນ​ເຮັດ​ພິທີ​ຝັງສົບ​ໃຫ້​ຢ່າງ​ມີ​ກຽດ​ແລ້ວ ຂ້າພະເຈົ້າ​ຂໍ​ບອກ​ວ່າ, ເປັນ​ແອນ້ອຍ​ເກີດ​ມາ​ແລ້ວ​ຕາຍ​ກໍ​ຍັງ​ດີກວ່າ.


ຄົນມີ​ປັນຍາ​ດີກວ່າ​ຄົນໂງ່ຈ້າ​ຢ່າງໃດ​ແດ່? ເປັນ​ການດີ​ຫຍັງ​ແດ່​ທີ່​ຄົນ​ຍາກຈົນ​ຮູ້ຈັກ​ປະເຊີນ​ໜ້າ​ກັບ​ຊີວິດ?


“ດັ່ງນັ້ນ ເຮົາ​ຈຶ່ງ​ບອກ​ພວກເຈົ້າ ບໍ່​ໃຫ້​ກະວົນ​ກະວາຍ​ເຖິງ​ເລື່ອງ​ອາຫານ​ສຳລັບ​ຊີວິດ​ຕົນ​ວ່າ, ຈະ​ກິນ​ຫຍັງ ຈະ​ດື່ມ​ຫຍັງ ຫລື​ເຖິງ​ເລື່ອງ​ເຄື່ອງນຸ່ງຫົ່ມ​ສຳລັບ​ຮ່າງກາຍ ຊີວິດ​ສຳຄັນ​ກວ່າ​ອາຫານ ແລະ​ຮ່າງກາຍ​ກໍ​ສຳຄັນ​ກວ່າ​ເຄື່ອງນຸ່ງຫົ່ມ​ບໍ່ແມ່ນ​ບໍ?


ແລ້ວ​ເຮົາ​ກໍ​ຈະ​ເວົ້າ​ກັບ​ຕົວ​ເອງ​ວ່າ, ‘ຈິດໃຈ​ເອີຍ ເຮົາ​ມີ​ເຂົ້າ​ຂອງ​ດີ ເພື່ອ​ໄວ້​ກິນ​ຫລາຍໆ​ປີ​ຕາມ​ຄວາມ​ຕ້ອງການ ຈົ່ງ​ໃຊ້​ຊີວິດ​ຢ່າງ​ສຸກ​ສະບາຍ ຈົ່ງ​ກິນ ຈົ່ງ​ດື່ມ ແລະ​ຈົ່ງ​ເຮັດ​ໃຫ້​ຕົນເອງ​ມ່ວນຊື່ນ​ເທາະ.’


ຢ່າ​ພະຍາຍາມ​ຫາ​ອາຫານ​ທີ່​ເສຍ​ໄປ ແຕ່​ຈົ່ງ​ຫາ​ອາຫານ​ທີ່​ຕັ້ງໝັ້ນ​ຢູ່ ຄື​ອາຫານ​ສຳລັບ​ຊີວິດ​ນິຣັນດອນ ອາຫານ​ນີ້​ແມ່ນ​ບຸດ​ມະນຸດ​ທີ່​ຈະ​ໃຫ້​ແກ່​ພວກເຈົ້າ ເພາະ​ແມ່ນ​ພຣະອົງ​ນີ້​ແຫຼະ ທີ່​ພຣະເຈົ້າ​ຄື​ພຣະບິດາເຈົ້າ​ໄດ້​ປະທັບຕາ​ໝາຍ​ໄວ້​ແລ້ວ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka