Biblia Todo Logo
Internet tuqin Biblia

- Anuncios ukanaka -




ປັນຍາຈານ 6:6 - ພຣະຄຳພີສັກສິ

6 ຄື​ໄດ້​ພັກຜ່ອນ​ຫລາຍກວ່າ​ຄົນ​ທີ່​ບໍ່ເຄີຍ​ມີ​ຄວາມ​ສະໜຸກ​ຢູ່​ໃນ​ຊີວິດ ເຖິງ​ແມ່ນ​ວ່າ​ລາວ​ອາດ​ຈະ​ມີ​ຊີວິດ​ຢູ່​ຮອດ​ສອງພັນ​ປີ​ກໍຕາມ. ໃນ​ທີ່ສຸດ​ຄົນ​ທັງສອງ​ກໍ​ຕ້ອງ​ໄປ​ສູ່​ບ່ອນ​ດຽວກັນ.

Uka jalj uñjjattʼäta Copia luraña




ປັນຍາຈານ 6:6
18 Jak'a apnaqawi uñst'ayäwi  

ແລະ​ໄດ້​ຕາຍໄປ​ເມື່ອ​ລາວ​ອາຍຸ​ໄດ້ 930 ປີ.


ເພິ່ນ​ເວົ້າ​ວ່າ, “ຂ້ານ້ອຍ​ໄດ້​ອອກ​ມາ​ຈາກ​ທ້ອງ​ແມ່​ດ້ວຍ​ຕົວເປົ່າ ແລະ​ຂ້ານ້ອຍ​ກໍ​ຈະ​ຈາກ​ໂລກ​ໄປ​ດ້ວຍ​ຕົວເປົ່າ. ພຣະເຈົ້າຢາເວ​ໄດ້​ໂຜດ​ໃຫ້ ແລະ​ພຣະເຈົ້າຢາເວ​ໄດ້​ເອົາ​ຄືນ​ໄປ. ຂໍ​ໃຫ້​ພຣະນາມ​ຂອງ​ພຣະເຈົ້າຢາເວ​ເປັນ​ທີ່​ຍ້ອງຍໍ​ສັນລະເສີນ​ເທີ້ນ.”


ຂ້ານ້ອຍ​ຮູ້ວ່າ​ພຣະອົງ​ກຳລັງ​ສົ່ງ​ຂ້ານ້ອຍ​ໄປ​ສູ່​ຄວາມຕາຍ ໄປ​ສູ່​ເຄາະກຳ​ທີ່​ຮັກສາ​ໄວ້​ສຳລັບ​ທຸກໆຄົນ​ນັ້ນ.


ຂ້າແດ່​ພຣະເຈົ້າ ໂຜດ​ຈົ່ງ​ຈົດຈຳ​ຊີວິດ​ຂອງ​ຂ້ານ້ອຍ​ວ່າ ເປັນ​ພຽງແຕ່​ລົມຫາຍໃຈ ຄວາມ​ຊົມຊື່ນ​ຍິນດີ​ຂອງ​ຂ້ານ້ອຍ​ນັ້ນ ໄດ້​ສິ້ນສຸດ​ໄປ​ໝົດ​ສາ​ແລ້ວ.


ພວກເຈົ້າ​ມັກ​ມ່ວນ​ໃນ​ຊີວິດ​ນີ້​ຊັ້ນບໍ? ຢາກ​ໄດ້​ຊີວິດ​ຍືນຍາວ​ແລະ​ຄວາມສຸກ​ຫລື​ບໍ່?


ຮ່າງກາຍ​ຂອງ​ພວກເຮົາ​ຈະ​ກັບ​ເປັນ​ຂີ້ຝຸ່ນ​ດິນ​ອີກ ແລະ​ຈິດວິນຍານ​ຂອງ​ພວກເຮົາ​ກໍ​ຈະ​ກັບຄືນ​ໄປ​ຫາ​ພຣະເຈົ້າ ຜູ້​ຊົງ​ປະທານ​ໃຫ້​ນັ້ນ.


ຄົນມີ​ປັນຍາ​ຮູ້ຈັກ​ບ່ອນ​ທີ່​ຕົນ​ກຳລັງ​ໄປ​ໄດ້ ແລະ​ຄົນໂງ່ຈ້າ​ບໍ່​ອາດ​ຮູ້​ໄດ້​ເລີຍ.” ແຕ່​ຂ້າພະເຈົ້າ​ຮູ້​ຄືກັນ​ວ່າ ຊາຕາກຳ​ຢ່າງ​ດຽວກັນ​ນັ້ນ​ກຳລັງ​ລໍຄອຍ​ທຸກຄົນ​ຢູ່.


ທັງສອງ​ກຳລັງ​ຈະ​ໄປ​ສູ່​ບ່ອນ​ດຽວກັນ​ຄື​ສູ່​ຂີ້ຝຸ່ນ​ດິນ ທັງສອງ​ມາ​ຈາກ​ຂີ້ຝຸ່ນ​ດິນ​ສັນໃດ ທັງສອງ​ຈະ​ຕ້ອງ​ຄືນ​ໄປ​ສູ່​ຂີ້ຝຸ່ນ​ດິນ​ສັນນັ້ນ.


ຄົນ​ໜຶ່ງ​ອາດ​ຈະ​ມີ​ລູກ​ເຖິງ​ຮ້ອຍ​ຄົນ ແລະ​ມີ​ຊີວິດ​ຍືນຍາວ​ກໍໄດ້ ເຖິງ​ແມ່ນ​ວ່າ​ລາວ​ຈະ​ມີ​ອາຍຸ​ຍືນຍາວ​ຈັກ​ເທົ່າໃດ​ກໍຕາມ, ແຕ່​ຖ້າ​ລາວ​ບໍ່ໄດ້​ຮັບ​ຄວາມສຸກ​ທີ່​ລາວ​ຄວນ​ໄດ້​ຮັບ ແລະ​ບໍ່ມີ​ຄົນ​ເຮັດ​ພິທີ​ຝັງສົບ​ໃຫ້​ຢ່າງ​ມີ​ກຽດ​ແລ້ວ ຂ້າພະເຈົ້າ​ຂໍ​ບອກ​ວ່າ, ເປັນ​ແອນ້ອຍ​ເກີດ​ມາ​ແລ້ວ​ຕາຍ​ກໍ​ຍັງ​ດີກວ່າ.


ລາວ​ບໍ່ເຄີຍ​ເຫັນ​ແສງແຈ້ງ​ຂອງ​ດວງ​ຕາເວັນ ຫລື​ຮູ້ຈັກ​ວ່າ​ຊີວິດ​ຄື​ຫຍັງ​ຊໍ້າ, ແຕ່​ຢ່າງ​ນ້ອຍ​ລາວ​ກໍໄດ້​ພັກຜ່ອນ


ໄປ​ເຮືອນ​ທີ່​ມີ​ການ​ໄວ້ທຸກ​ກໍດີກວ່າ​ໄປ​ເຮືອນ​ທີ່​ມີ​ການ​ກິນລ້ຽງ ເພາະ​ຜູ້​ທີ່​ຍັງ​ມີ​ຊີວິດ​ຢູ່​ຈະ​ໄດ້​ສຳນຶກ​ສະເໝີ​ວ່າ ຄວາມຕາຍ​ພວມ​ລໍ​ຖ້າ​ທຸກຄົນ​ຢູ່.


ມັນ​ບໍ່​ຕ່າງ​ກັນ​ຫຍັງ​ເລີຍ. ຊາຕາກຳ​ຢ່າງ​ດຽວກັນ​ນັ້ນ​ມາ​ສູ່​ທັງ​ຄົນ​ຊອບທຳ​ແລະ​ຄົນຊົ່ວ ມາ​ສູ່​ທັງ​ຜູ້​ທີ່​ເຄັ່ງ​ສາສະໜາ ແລະ​ຜູ້​ທີ່​ບໍ່​ເຄັ່ງ​ສາສະໜາ ມາ​ສູ່​ທັງ​ຜູ້​ທີ່​ຖວາຍບູຊາ ແລະ​ຜູ້​ທີ່​ບໍ່​ຖວາຍບູຊາ. ຄົນດີ​ກໍ​ບໍ່​ເຫັນ​ດີ​ລື່ນ​ຄົນຊົ່ວ; ຄົນ​ທີ່​ສາບານ​ກໍ​ບໍ່​ເຫັນ​ດີ​ລື່ນ​ຄົນ​ທີ່​ບໍ່ໄດ້​ສາບານ.


ພວກ​ແອນ້ອຍ​ຈະ​ບໍ່​ຕາຍ​ຕັ້ງແຕ່​ຕອນ​ເກີດໃໝ່​ອີກ​ຕໍ່ໄປ ແລະ​ປະຊາຊົນ​ທັງໝົດ​ຈະ​ມີ​ອາຍຸ​ໝັ້ນຍືນ​ຫລາຍ. ຄົນ​ທີ່​ມີ​ຊີວິດ​ຮ້ອຍ​ປີ​ກໍ​ນັບ​ວ່າ​ຍັງ​ໜຸ່ມ​ຢູ່. ຄົນ​ຕາຍ​ກ່ອນ​ນັ້ນ ເປັນ​ສັນຍານ​ບອກ​ວ່າ, ຖືກ​ເຮົາ​ລົງໂທດ​ເຂົາ.


ພວກເຂົາ​ເປັນ​ດັ່ງ​ພຸ່ມໄມ້​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ທີ່​ໃຫຍ່​ຂຶ້ນ​ໃນ​ດິນແດນ​ເປົ່າປ່ຽວ​ແລະ​ແຫ້ງແລ້ງ ເທິງ​ພື້ນດິນ​ເຄັມ​ທີ່​ບໍ່ມີ​ຫຍັງ​ເກີດຂຶ້ນ​ມາ ບໍ່ມີ​ສິ່ງດີ​ຫຍັງ​ເກີດຂຶ້ນ​ມາ​ແກ່​ພວກເຂົາ.


ມະນຸດ​ທຸກຄົນ​ຖືກ​ຊົງ​ກຳນົດ​ໄວ້​ແລ້ວ​ວ່າ, ຈະ​ຕ້ອງ​ຕາຍ​ເທື່ອ​ດຽວ ແລະ​ຫລັງຈາກ​ນັ້ນ​ຈະ​ຖືກ​ມີ​ການ​ພິພາກສາ​ສັນໃດ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka