ປັນຍາຈານ 6:2 - ພຣະຄຳພີສັກສິ2 ພຣະເຈົ້າຈະໃຫ້ຄົນໃດຄົນໜຶ່ງຮັ່ງມີ, ມີກຽດ ແລະມີຊັບສົມບັດຄື: ໃຫ້ລາວມີທຸກສິ່ງທີ່ລາວຕ້ອງການ, ແຕ່ແລ້ວພັດບໍ່ໃຫ້ລາວສະໜຸກຢູ່ກັບສິ່ງນັ້ນ. ຄົນແປກໜ້າຊໍ້າພັດໄດ້ສະໜຸກຢູ່ກັບສິ່ງເຫຼົ່ານັ້ນແທນ. ມັນຊ່າງອະນິຈັງ ແລະບໍ່ເປັນການຖືກຕ້ອງເສຍເລີຍ. Uka jalj uñjjattʼäta |
ພຣະເຈົ້າໄດ້ຕອບໂຊໂລໂມນວ່າ, “ເຈົ້າເລືອກເອົາສິ່ງທີ່ຖືກຕ້ອງ. ແທນທີ່ຈະຂໍຄວາມຮັ່ງມີ ຫລືຊັບສົມບັດ ຫລືຊື່ສຽງ ຫລືຄວາມຕາຍຂອງສັດຕູ ຫລືໃຫ້ຊີວິດຂອງເຈົ້າເອງໝັ້ນຍືນ ແຕ່ເຈົ້າກັບຂໍສະຕິປັນຍາ ແລະຄວາມຮູ້ ເພື່ອວ່າເຈົ້າຈະປົກຄອງປະຊາຊົນຂອງເຮົາໄດ້ ຊຶ່ງເຮົາໄດ້ຕັ້ງເຈົ້າໃຫ້ເປັນກະສັດຂອງພວກເຂົາ.
ຂ້າແດ່ພຣະເຈົ້າຢາເວ ໂຜດຊ່ວຍໃຫ້ພົ້ນຈາກຄົນເຫຼົ່ານີ້ ຄືຈາກມະນຸດທີ່ເຫັນແກ່ໄດ້ ໃນຊີວິດນີ້ພວກເຂົາເອົາໄດ້ທຸກສິ່ງທີ່ພວກເຂົາຕ້ອງການ. ໂຜດລົງໂທດພວກເຂົາໃຫ້ທົນທຸກໂດຍໂທດກຳ ທີ່ພວກເຂົາໄດ້ສະສົມໄວ້ນັ້ນ. ຂໍໃຫ້ພວກລູກຫລານຂອງເຂົາເຈົ້າ ໄດ້ຮັບໂທດກຳນັ້ນຈົນທົນບໍ່ໄຫວ ທັງປະໄວ້ໃຫ້ຫລານເຫຼັນຫລ້ອນ ຂອງພວກເຂົາເຊັ່ນຕໍ່ໆໄປອີກດ້ວຍ.
ຢູ່ໃຕ້ດວງຕາເວັນມີຊາຍຄົນໜຶ່ງທີ່ຢູ່ຜູ້ດຽວ. ລາວບໍ່ມີລູກແລະບໍ່ມີອ້າຍເອື້ອຍນ້ອງ; ເຖິງປານນັ້ນ ລາວກໍເຮັດວຽກຢູ່ບໍ່ເຊົາໂດຍຍັງບໍ່ພໍໃຈກັບຊັບສິນທີ່ຕົນມີຢູ່ນັ້ນ. ລາວເຮັດວຽກຢ່າງໜັກເພື່ອຜູ້ໃດ ໂດຍບໍ່ຍອມແມ່ນແຕ່ເຮັດໃຫ້ຕົນເອງສະໜຸກຈັກດີ້? ອັນນີ້ກໍອະນິຈັງຄືກັນ ເພາະເປັນການໃຊ້ຊີວິດຢູ່ຢ່າງຍາກລຳບາກ.