Biblia Todo Logo
Internet tuqin Biblia

- Anuncios ukanaka -




ປັນຍາຈານ 5:9 - ພຣະຄຳພີສັກສິ

9 ແມ່ນແຕ່​ກະສັດ​ກໍ​ຍັງ​ເພິ່ງພາ​ອາໄສ​ຜົນ​ຂອງ​ການ​ເກັບກ່ຽວ.

Uka jalj uñjjattʼäta Copia luraña




ປັນຍາຈານ 5:9
15 Jak'a apnaqawi uñst'ayäwi  

ຈັກກະວານ ​ເປັນ​ຂອງ​ພຣະເຈົ້າຢາເວ​ເທົ່ານັ້ນ ແຕ່​ພຣະອົງ​ໄດ້​ປະທານ​ແຜ່ນດິນ​ໂລກ​ໃຫ້​ແກ່​ມະນຸດ.


ໄຮ່​ນາ​ຂອງ​ຄົນທຸກ​ອາດ​ເກີດ​ອາຫານ​ໄດ້​ຢ່າງ​ອຸດົມສົມບູນ, ແຕ່​ຄວາມ​ບໍ່​ຍຸດຕິທຳ​ເຮັດ​ໃຫ້​ຄວາມ​ອຸດົມ​ສົມບູນ​ຖືກ​ທຳລາຍ.


ພໍ່ນາ​ທີ່​ດຸໝັ່ນ​ມີຢູ່​ມີກິນ​ພຽງພໍ ຄົນ​ທີ່​ນັ່ງ​ເສຍ​ເວລາ​ຈະ​ທຸກຈົນ​ຢູ່ເລື້ອຍ.


ຢູ່ໃຕ້​ດວງຕາເວັນ​ມີ​ຊາຍ​ຄົນ​ໜຶ່ງ​ທີ່​ຢູ່​ຜູ້ດຽວ. ລາວ​ບໍ່ມີ​ລູກ​ແລະ​ບໍ່ມີ​ອ້າຍ​ເອື້ອຍ​ນ້ອງ; ເຖິງ​ປານ​ນັ້ນ ລາວ​ກໍ​ເຮັດ​ວຽກ​ຢູ່​ບໍ່​ເຊົາ​ໂດຍ​ຍັງ​ບໍ່​ພໍໃຈ​ກັບ​ຊັບສິນ​ທີ່​ຕົນ​ມີ​ຢູ່​ນັ້ນ. ລາວ​ເຮັດ​ວຽກ​ຢ່າງ​ໜັກ​ເພື່ອ​ຜູ້ໃດ ໂດຍ​ບໍ່​ຍອມ​ແມ່ນແຕ່​ເຮັດ​ໃຫ້​ຕົນເອງ​ສະໜຸກ​ຈັກດີ້? ອັນ​ນີ້​ກໍ​ອະນິຈັງ​ຄືກັນ ເພາະ​ເປັນ​ການ​ໃຊ້​ຊີວິດ​ຢູ່​ຢ່າງ​ຍາກ​ລຳບາກ.


ຖ້າ​ເຈົ້າ​ຮັກ​ເງິນ ເຈົ້າ​ກໍ​ຈະ​ບໍ່​ຮູ້​ເມື່ອ​ພໍ​ຈັກເທື່ອ ຖ້າ​ເຈົ້າ​ຢາກ​ຮັ່ງມີ ເຈົ້າ​ກໍ​ຈະ​ບໍ່ໄດ້​ທຸກສິ່ງ​ທີ່​ຕ້ອງການ​ຈັກເທື່ອ ທຸກສິ່ງ​ລ້ວນແຕ່​ອະນິຈັງ​ທັງສິ້ນ.


ຖ້າ​ເຈົ້າ​ເຫັນ​ຄົນ​ຍາກຈົນ​ໃນ​ເມືອງ​ຖືກ​ຂົ່ມເຫັງ ທັງ​ຄວາມ​ຍຸດຕິທຳ ແລະ​ຄວາມ​ທ່ຽງທຳ​ເອົາ​ໄປ​ເສຍ​ຈາກ​ພວກເຂົາ ຢ່າ​ປະຫລາດ​ໃຈ​ເລີຍ. ດ້ວຍວ່າ, ຍັງ​ມີ​ນາຍ​ເໜືອ​ພວກເຂົາ​ຄອຍ​ຈັບຕາ​ເບິ່ງ​ພວກເຂົາ​ຢູ່ ແລະ​ຜູ້​ເປັນ​ນາຍເໜືອ​ພວກເຂົາ​ນັ້ນ ກໍ​ຍັງ​ມີ​ນາຍ​ຊັ້ນ​ຜູ້ໃຫຍ່​ກວ່າ​ອີກ​ຈັບຕາ​ເບິ່ງ​ພວກເຂົາ.


ວຽກ​ທຸກ​ຊະນິດ​ທີ່​ຄົນໜຶ່ງ​ເຮັດ ແມ່ນ​ເພື່ອ​ໃຫ້​ມີ​ອາຫານ​ກິນ​ພຽງພໍ​ເທົ່ານັ້ນ, ແຕ່​ລາວ​ພໍ​ບໍ່​ເປັນ​ຈັກເທື່ອ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka