Biblia Todo Logo
Internet tuqin Biblia

- Anuncios ukanaka -




ປັນຍາຈານ 5:7 - ພຣະຄຳພີສັກສິ

7 ບໍ່​ວ່າ​ເຈົ້າ​ໄຝ່ຝັນ​ຫລາຍ​ສໍ່າໃດ ເຈົ້າ​ເຮັດ​ວຽກ​ບໍ່ມີ​ປະໂຫຍດ​ຫລາຍ​ສໍ່າໃດ ຫລື​ເຈົ້າ​ເວົ້າ​ຫລາຍ​ສໍ່າໃດ ເຈົ້າ​ຕ້ອງ​ເຮັດ​ທຸກຢ່າງ​ດ້ວຍ​ການ​ຢຳເກງ​ພຣະເຈົ້າ.

Uka jalj uñjjattʼäta Copia luraña




ປັນຍາຈານ 5:7
11 Jak'a apnaqawi uñst'ayäwi  

ຢ່າ​ອິດສາ​ຄົນບາບ, ແຕ່​ຈົ່ງ​ຢຳເກງ​ພຣະເຈົ້າຢາເວ​ຢູ່​ສະເໝີ​ໃນ​ຊີວິດ​ຂອງເຈົ້າ


ໃນທີ່ສຸດ​ນີ້ ຍັງ​ມີ​ພຽງ​ສິ່ງດຽວ​ທີ່​ຈະ​ເວົ້າ ຈົ່ງ​ຢຳເກງ​ພຣະເຈົ້າ ແລະ​ເຮັດ​ຕາມ​ຂໍ້ຄຳສັ່ງ​ຂອງ​ພຣະອົງ ເພາະ​ພຣະອົງ​ໄດ້​ສ້າງ​ມະນຸດ​ຂຶ້ນ​ມາ​ກໍ​ເພື່ອ​ສິ່ງ​ທັງໝົດ​ນີ້.


ຂ້າພະເຈົ້າ​ຮູ້ວ່າ ທຸກສິ່ງ​ທີ່​ພຣະເຈົ້າ​ກະທຳ​ນັ້ນ​ດຳລົງ​ຢູ່​ຕະຫລອດໄປ. ທ່ານ​ຕື່ມ​ສິ່ງໃດສິ່ງໜຶ່ງ​ໃສ່​ບໍ່ໄດ້ ຫລື​ເອົາ​ສິ່ງໃດສິ່ງໜຶ່ງ​ອອກ​ໄປ​ຈາກ​ນັ້ນ​ບໍ່ໄດ້. ມີ​ສິ່ງໜຶ່ງ​ທີ່​ພຣະເຈົ້າ​ໄດ້​ກະທຳ ແມ່ນ​ເຮັດ​ໃຫ້​ມະນຸດ​ຢຳເກງ​ພຣະອົງ.


ນອກຈາກນີ້ ຂ້າພະເຈົ້າ​ຍັງ​ໄດ້​ສັງເກດ​ເຫັນ​ວ່າ ຢູ່ໃຕ້​ດວງຕາເວັນ​ທ່ານ​ໄດ້​ພົບ​ເຫັນ​ຄວາມ​ຊົ່ວຊ້າ ໃນ​ບ່ອນ​ທີ່​ຄວນ​ມີ​ຄວາມ​ຍຸດຕິທຳ ແລະ​ຄວາມ​ຊອບທຳ.


ຄົນໂງ່ຈ້າ​ວິຕົກ​ກັງວົນ​ຫລາຍ​ເທົ່າໃດ ກໍ​ແຮ່ງ​ຝັນ​ບໍ່​ດີ​ຫລາຍ​ເທົ່ານັ້ນ ແລະ​ຄົນໂງ່ຈ້າ​ເວົ້າ​ຫລາຍ​ເທົ່າໃດ ແຮ່ງ​ເວົ້າ​ສິ່ງ​ໂງ່ຈ້າ​ອອກ​ມາ​ຫລາຍ​ເທົ່ານັ້ນ.


ຈົ່ງ​ຫລີກລ້ຽງ​ທັງສອງ​ຢ່າງ​ນີ້ ຖ້າ​ເຈົ້າ​ຢຳເກງ​ພຣະເຈົ້າ ເຈົ້າ​ກໍ​ຈະ​ພົ້ນ​ຈາກ​ສອງ​ສິ່ງ​ທີ່​ກ່າວ​ມາ.


ຄົນບາບ​ຜູ້ໜຶ່ງ​ອາດ​ໄດ້​ເຮັດ​ຊົ່ວ​ໄວ້​ຕັ້ງ​ຮ້ອຍ​ຢ່າງ ແລະ​ຍັງ​ມີ​ຊີວິດ​ຢູ່. ເອີ​ແມ່ນ​ແລ້ວ ຂ້າພະເຈົ້າ​ຮູ້​ສິ່ງ​ທີ່​ພວກເຂົາ​ເວົ້າ​ວ່າ, “ຖ້າ​ທ່ານ​ຢຳເກງ​ພຣະເຈົ້າ ທຸກສິ່ງ​ກໍ​ຈະ​ເປັນ​ໄປ​ໂດຍ​ດີ;


ແຕ່​ສຳລັບ​ຄົນຊົ່ວ​ທຸກສິ່ງ​ຈະ​ບໍ່​ເປັນ​ໄປ​ໂດຍ​ດີ. ຊີວິດ​ພວກເຂົາ​ເປັນ​ດັ່ງ​ເງົາ ແລະ​ພວກເຂົາ​ຈະ​ຕ້ອງ​ຕາຍ​ແຕ່​ຍັງ​ໜຸ່ມ ເພາະ​ພວກເຂົາ​ບໍ່ໄດ້​ຢຳເກງ​ພຣະເຈົ້າ.”


ຂ້າພະເຈົ້າ​ໄດ້​ພິຈາລະນາ​ເບິ່ງ​ຢ່າງ​ຄັກແນ່ ເຖິງ​ທຸກສິ່ງ​ທີ່​ໄດ້​ເກີດຂຶ້ນ​ຢູ່ໃຕ້​ດວງຕາເວັນ ຄື​ບ່ອນ​ທີ່​ມະນຸດ​ໃຊ້​ອຳນາດ​ຢູ່​ເໜືອ​ເພື່ອນມະນຸດ​ດ້ວຍກັນ ແລະ​ເຮັດ​ໃຫ້​ຊີວິດ​ຂອງ​ເຂົາ​ລຳບາກ​ຍາກແຄ້ນ.


“ເຮົາ​ບອກ​ພວກເຈົ້າ​ວ່າ, ຖ້ອຍຄຳ​ເປົ່າໆ​ທຸກ​ຄຳ​ທີ່​ມະນຸດ​ເວົ້າ ຈະ​ຕ້ອງ​ໃຫ້​ການ​ເພາະ​ຄຳ​ນັ້ນ​ໃນ​ວັນ​ພິພາກສາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka