ພໍເຢັບທາຫລຽວເຫັນນາງ ລາວຈຶ່ງຈີກເສື້ອຜ້າຂອງຕົນດ້ວຍຄວາມທຸກໃຈ ແລະເວົ້າວ່າ, “ລູກເອີຍ! ຫົວໃຈພໍ່ແທບຈະແຕກຕາຍສາແລ້ວ ເປັນຫຍັງຈຶ່ງແມ່ນລູກທີ່ເຮັດໃຫ້ພໍ່ໄດ້ຮັບຄວາມເຈັບປວດເຊັ່ນນີ້? ພໍ່ໄດ້ສັນຍາໄວ້ຢ່າງໜັກແໜ້ນກັບພຣະເຈົ້າຢາເວແລ້ວ ແລະພໍ່ເອງຖອນຄຳສັນຍານີ້ຄືນບໍ່ໄດ້.”