4 ສະນັ້ນ ເມື່ອເຈົ້າເຮັດຄຳສາບານກັບພຣະເຈົ້າ ຈົ່ງປະຕິບັດຕາມຄຳສາບານນັ້ນໄວເທົ່າທີ່ຈະໄວໄດ້. ພຣະເຈົ້າບໍ່ພໍໃຈນຳຄົນໂງ່ຈ້າ. ຈົ່ງເຮັດຕາມຄຳສາບານທີ່ເຈົ້າວ່າຈະເຮັດ.
ແລ້ວຢາໂຄບກໍໄດ້ສາບານວ່າ, “ຖ້າພຣະເຈົ້າສະຖິດຢູ່ກັບຂ້ານ້ອຍ ແລະປົກປັກຮັກສາຂ້ານ້ອຍໃນການເດີນທາງ ແລະໃຫ້ອາຫານແລະເຄື່ອງນຸ່ງຫົ່ມ
ພຣະເຈົ້າໄດ້ບອກຢາໂຄບວ່າ, “ຈົ່ງຮີບຕຽມຕົວໄປທີ່ເບັດເອນດຽວນີ້ ແລະອາໄສຢູ່ທີ່ນັ້ນ. ໃນທີ່ນັ້ນ ຈົ່ງສ້າງແທ່ນບູຊາຖວາຍແກ່ພຣະເຈົ້າ ອົງທີ່ໄດ້ປາກົດແກ່ເຈົ້າຄາວທີ່ເຈົ້າກຳລັງໄດ້ປົບໜີຈາກເອຊາວ ອ້າຍຂອງເຈົ້າ.”
ພວກເຮົາຈະໜີຈາກທີ່ນີ້ໄປຢູ່ເບັດເອນ; ໃນທີ່ນັ້ນ ຂ້ອຍຈະສ້າງແທ່ນບູຊາຖວາຍແກ່ພຣະເຈົ້າ ອົງທີ່ໄດ້ຊ່ວຍເຫລືອຂ້ອຍຍາມເດືອດຮ້ອນ ແລະອົງທີ່ສະຖິດຢູ່ນຳຂ້ອຍໃນທຸກບ່ອນທີ່ຂ້ອຍໄປ.”
ຂ້ານ້ອຍຈະຖວາຍສິ່ງທີ່ໄດ້ສາບານໄວ້ກັບພຣະເຈົ້າຢາເວ ໃນທີ່ຊຸມນຸມຊົນທັງປວງຂອງພຣະອົງນັ້ນ.
ຂ້ານ້ອຍຈະຢຶດໝັ້ນຄຳສັນຍາທີ່ໄດ້ມີໄວ້ ແລະເຊື່ອຟັງຄຳແນະນຳອັນຖືກຕ້ອງຂອງພຣະອົງ.
ຂ້ານ້ອຍຈະສັນລະເສີນພຣະອົງ ໃນທີ່ຊຸມນຸມໃຫຍ່ ສຳລັບສິ່ງທີ່ພຣະອົງໄດ້ກະທຳນັ້ນ ຂ້ານ້ອຍຈະຖວາຍບູຊາຕາມທີ່ໄດ້ສາບານໄວ້ ຢູ່ຊ້ອງໜ້າພວກທີ່ນະມັດສະການພຣະອົງ
ຈົ່ງຖວາຍໂມທະນາຂອບພຣະຄຸນເປັນເຄື່ອງບູຊາແກ່ພຣະເຈົ້າ ຖວາຍແກ່ຜູ້ຊົງຣິດອຳນາດຍິ່ງໃຫຍ່ຕາມທີ່ເຈົ້າສາບານໄວ້.
ຈົ່ງຖວາຍແກ່ພຣະເຈົ້າຢາເວ ພຣະເຈົ້າຂອງເຈົ້າ ຕາມທີ່ໄດ້ສັນຍາໄວ້ ຈົ່ງໃຫ້ຊົນຊາດໃກ້ຄຽງ ນຳຂອງຂວັນມາຖວາຍແກ່ພຣະອົງສາ ເພາະພຣະອົງໃຫ້ມະນຸດຢຳເກງພຣະອົງແລ້ວ.
ຈົ່ງຄິດໃຫ້ຖ້ວນຖີ່ກ່ອນຈຶ່ງສັນຍາຕໍ່ພຣະເຈົ້າວ່າຈະຖວາຍບູຊາ ຕໍ່ມາອາດຈະເສຍໃຈຕາມພາຍຫລັງກໍໄດ້.
ພຣະເຈົ້າຢາເວຈະປາກົດພຣະອົງເອງໃຫ້ຊາວເອຢິບໄດ້ເຫັນ ແລ້ວໃນວັນນັ້ນພວກເຂົາກໍຈະຮັບຮູ້ພຣະເຈົ້າຢາເວ ແລະນະມັດສະການພຣະອົງ ທັງຈະນຳເຄື່ອງບູຊາມາຖວາຍແກ່ພຣະອົງດ້ວຍ. ພວກເຂົາຈະເຮັດສັນຍາສາບານຕົວໄວ້ກັບພຣະເຈົ້າຢາເວ ແລະກະທຳໃຫ້ສັນຍານັ້ນສຳເລັດແລ້ວ.
ແຕ່ຂ້ານ້ອຍຈະຮ້ອງເພງໂມທະນາຂອບພຣະຄຸນ ແລະຈະຖວາຍເຄື່ອງບູຊາແກ່ພຣະອົງ ແລະເຮັດຕາມສິ່ງທີ່ຂ້ານ້ອຍໄດ້ສັນຍາ ຄວາມພົ້ນມີມາໂດຍທາງພຣະເຈົ້າຢາເວ.”
“ເຮົາຢາກໃຫ້ມີຜູ້ໜຶ່ງໃນພວກເຈົ້າອັດປະຕູພຣະວິຫານໄວ້ ເພື່ອປ້ອງກັນບໍ່ໃຫ້ພວກເຈົ້າເຂົ້າໄປໄຕ້ໄຟຢ່າງບໍ່ມີປະໂຫຍດ ທີ່ເທິງແທ່ນບູຊາຂອງເຮົາ. ເຮົາບໍ່ພໍໃຈນຳພວກເຈົ້າ,” ພຣະເຈົ້າຢາເວຊົງຣິດອຳນາດຍິ່ງໃຫຍ່ກ່າວວ່າ, “ແລະເຮົາຈະບໍ່ຮັບເຄື່ອງບູຊາຂອງພວກເຈົ້າທີ່ນຳມາຖວາຍແກ່ເຮົາ.
ເມື່ອຊາຍຄົນໜຶ່ງບະບົນໄວ້ວ່າຈະຖວາຍສິ່ງໃດສິ່ງໜຶ່ງໃຫ້ແກ່ພຣະເຈົ້າຢາເວ ຫລືສາບານວ່າຈະລະເວັ້ນຈາກສິ່ງໃດສິ່ງໜຶ່ງ; ລາວຕ້ອງບໍ່ເຮັດຜິດຄຳສັນຍາ, ແຕ່ຈະຕ້ອງເຮັດຕາມທີ່ໄດ້ເວົ້າໄວ້ທຸກປະການ.
“ອັນໜຶ່ງອີກ ເຈົ້າທັງຫລາຍໄດ້ຍິນຄຳທີ່ກ່າວແກ່ຄົນໃນສະໄໝບູຮານວ່າ, ‘ຢ່າເຮັດຜິດຕໍ່ຄຳສາບານ, ແຕ່ຈົ່ງປະຕິບັດຕາມທີ່ຕົນໄດ້ສາບານໄວ້ກັບອົງພຣະຜູ້ເປັນເຈົ້າ.’
ເຄື່ອງເຜົາບູຊາ ແລະເຄື່ອງບູຊາ ລຶບລ້າງບາບນັ້ນ ພຣະອົງບໍ່ຊົງພໍພຣະໄທ
ພໍເຢັບທາຫລຽວເຫັນນາງ ລາວຈຶ່ງຈີກເສື້ອຜ້າຂອງຕົນດ້ວຍຄວາມທຸກໃຈ ແລະເວົ້າວ່າ, “ລູກເອີຍ! ຫົວໃຈພໍ່ແທບຈະແຕກຕາຍສາແລ້ວ ເປັນຫຍັງຈຶ່ງແມ່ນລູກທີ່ເຮັດໃຫ້ພໍ່ໄດ້ຮັບຄວາມເຈັບປວດເຊັ່ນນີ້? ພໍ່ໄດ້ສັນຍາໄວ້ຢ່າງໜັກແໜ້ນກັບພຣະເຈົ້າຢາເວແລ້ວ ແລະພໍ່ເອງຖອນຄຳສັນຍານີ້ຄືນບໍ່ໄດ້.”