2 ຄິດກ່ອນຈຶ່ງເວົ້າ ແລະຢ່າຟ້າວຕັດສິນໃຈເຮັດຄຳສາບານໃດໆກັບພຣະເຈົ້າ. ພຣະເຈົ້າຢູ່ເທິງຟ້າສະຫວັນແລະເຈົ້າຢູ່ເທິງແຜ່ນດິນໂລກ. ສະນັ້ນ ຢ່າເວົ້າເກີນກວ່າທີ່ເຈົ້າຈຳເປັນຕ້ອງເວົ້າ.
ອັບຣາຮາມໄດ້ຕອບແລະກ່າວຕື່ມວ່າ, “ຂ້າແດ່ອົງພຣະຜູ້ເປັນເຈົ້າ ຂໍໂຜດຍົກໂທດໃຫ້ແກ່ຂ້ານ້ອຍ ທີ່ກ້າກ່າວຕໍ່ພຣະອົງອີກ. ຂ້ານ້ອຍເປັນພຽງແຕ່ມະນຸດເທົ່ານັ້ນ ແລະບໍ່ມີສິດທີ່ຈະກ່າວຫຍັງ.
ອັບຣາຮາມເວົ້າວ່າ, “ຂ້າແດ່ອົງພຣະຜູ້ເປັນເຈົ້າ ຢ່າຟ້າວໂກດຮ້າຍເລີຍ; ຂ້ານ້ອຍຂໍຖາມອີກວ່າ ຖ້າມີພຽງ 30 ຄົນ ເດ?” ພຣະອົງຕອບວ່າ, “ເຮົາຈະບໍ່ທຳລາຍເມືອງນັ້ນ ຖ້າເຮົາພົບ 30 ຄົນ.”
ອັບຣາຮາມຮຽນຖາມອີກວ່າ, “ຂ້າແດ່ອົງພຣະຜູ້ເປັນເຈົ້າ ຂໍຢ່າຟ້າວໂກດຮ້າຍເລີຍ ຂ້ານ້ອຍຂໍຖາມພຣະອົງອີກຄັ້ງໜຶ່ງເທົ່ານັ້ນ. ພຣະອົງຈະເຮັດແນວໃດ ຖ້າມີພຽງແຕ່ 10 ຄົນ?” ພຣະອົງຕອບວ່າ, “ເຮົາກໍຈະບໍ່ທຳລາຍເມືອງນັ້ນເຊັ່ນກັນ ຖ້າມີພຽງແຕ່ 10 ຄົນ.”
ແລ້ວຢາໂຄບກໍໄດ້ສາບານວ່າ, “ຖ້າພຣະເຈົ້າສະຖິດຢູ່ກັບຂ້ານ້ອຍ ແລະປົກປັກຮັກສາຂ້ານ້ອຍໃນການເດີນທາງ ແລະໃຫ້ອາຫານແລະເຄື່ອງນຸ່ງຫົ່ມ
ກ້ອນຫີນທີ່ຂ້ານ້ອຍຕັ້ງຂຶ້ນເປັນເສົາອະນຸສອນນີ້ ຈະເປັນເສົາວິຫານຂອງພຣະເຈົ້າ ແລະຂ້ານ້ອຍຈະຖວາຍໜຶ່ງສ່ວນສິບໃນທຸກໆສິ່ງທີ່ພຣະອົງໄດ້ອວຍພອນຂ້ານ້ອຍ.”
ພຣະເຈົ້າຂອງພວກຂ້ານ້ອຍຢູ່ເທິງຟ້າສະຫວັນ ພຣະອົງປາຖະໜາສິ່ງໃດກໍກະທຳສິ່ງນັ້ນ.
ຄົນເວົ້າຫລາຍກະຈາຍຄວາມຜິດພາດ, ແຕ່ຄົນສະຫລາດງັບປາກຂອງຕົນ.
ຈົ່ງຄິດໃຫ້ຖ້ວນຖີ່ກ່ອນຈຶ່ງສັນຍາຕໍ່ພຣະເຈົ້າວ່າຈະຖວາຍບູຊາ ຕໍ່ມາອາດຈະເສຍໃຈຕາມພາຍຫລັງກໍໄດ້.
ຄຳເວົ້າຂອງຄົນສະຫລາດນຳກຽດມາສູ່ຕົນ, ແຕ່ຄົນໂງ່ຈ້າຖືກທຳລາຍເພາະຖ້ອຍຄຳທີ່ຕົນເວົ້າ.
ລາວເລີ່ມເວົ້າດ້ວຍຖ້ອຍຄຳອັນໂງ່ງ່າວ ແລະລາວກໍມ້ວນທ້າຍດ້ວຍຄຳເວົ້າແບບບ້າບໍ.
ຄົນໂງ່ຈ້າວິຕົກກັງວົນຫລາຍເທົ່າໃດ ກໍແຮ່ງຝັນບໍ່ດີຫລາຍເທົ່ານັ້ນ ແລະຄົນໂງ່ຈ້າເວົ້າຫລາຍເທົ່າໃດ ແຮ່ງເວົ້າສິ່ງໂງ່ຈ້າອອກມາຫລາຍເທົ່ານັ້ນ.
ບໍ່ວ່າເຈົ້າໄຝ່ຝັນຫລາຍສໍ່າໃດ ເຈົ້າເຮັດວຽກບໍ່ມີປະໂຫຍດຫລາຍສໍ່າໃດ ຫລືເຈົ້າເວົ້າຫລາຍສໍ່າໃດ ເຈົ້າຕ້ອງເຮັດທຸກຢ່າງດ້ວຍການຢຳເກງພຣະເຈົ້າ.
ຟ້າສະຫວັນສູງກວ່າແຜ່ນດິນໂລກສັນໃດ ວິຖີທາງທັງຄວາມຄິດເຮົາກໍສູງກວ່າສັນນັ້ນ.”
ຖ້າຜູ້ໜຶ່ງເຜີຕົວກ່າວສາບານ ບໍ່ວ່າຈະເປັນເລື່ອງຫຍັງກໍຕາມ; ລາວກໍມີຄວາມຜິດ ເມື່ອສຳນຶກໄດ້ໃນສິ່ງທີ່ຕົນໄດ້ກະທຳໄປນັ້ນ.
“ແຕ່ເມື່ອເຈົ້າພາວັນນາອະທິຖານ ຢ່າເວົ້າຊໍ້າຄຳເກົ່າເໝືອນຄົນບໍ່ນັບຖືພຣະເຈົ້າ ເພາະພວກເຂົາຄິດວ່າພຣະເຈົ້າຈະໄດ້ຍິນຖ້າເວົ້າຊໍ້າຫລາຍເທື່ອ.
ດ້ວຍເຫດນັ້ນ ພວກເຈົ້າຄວນພາວັນນາອະທິຖານດັ່ງນີ້: ‘ຂ້າແດ່ພຣະບິດາເຈົ້າ ຂອງພວກຂ້ານ້ອຍທັງຫລາຍ ຜູ້ຊົງສະຖິດຢູ່ໃນສະຫວັນ ຂໍໃຫ້ພຣະນາມຂອງພຣະອົງ ຊົງເປັນທີ່ເຄົາຣົບບູຊາ
ແລ້ວເພິ່ນກໍສາບານປະຕິຍານວ່າ, “ເຮົາຈະໃຫ້ທຸກສິ່ງທີ່ເຈົ້າຂໍມາ ແມ່ນແຕ່ເຄິ່ງໜຶ່ງຂອງອານາຈັກຂອງເຮົາ.”
ພວກເຮົາທຸກຄົນເຮັດຜິດພາດຢູ່ເລື້ອຍໆ ຖ້າຜູ້ໃດບໍ່ໄດ້ເຮັດຜິດທາງວາຈາ ຜູ້ນັ້ນກໍເປັນຄົນດີຄົບຖ້ວນ ແລະສາມາດບັງຄັບທັງຕົວໄວ້ໄດ້ເໝືອນກັນ.
ເຢັບທາສັນຍາຕໍ່ພຣະເຈົ້າຢາເວວ່າ, “ຖ້າພຣະອົງໃຫ້ຂ້ານ້ອຍມີໄຊຊະນະເໜືອພວກອຳໂມນ