16 ຊ່າງບໍ່ຖືກຕ້ອງເລີຍ ພວກເຮົາໄດ້ເກີດມາຢ່າງໃດ ພວກເຮົາກໍຈາກໄປຢ່າງນັ້ນ. ພວກເຮົາເຮັດວຽກໜັກ ໂດຍພະຍາຍາມຈັບລົມແລະພວກເຮົາໄດ້ຫຍັງແດ່?
ຜູ້ທີ່ເຮັດໃຫ້ຄົວເຮືອນລຳບາກກໍຈະບໍ່ມີຫຍັງໃນບັ້ນປາຍ. ຄົນໂງ່ຈ້າຈະເປັນຄົນຮັບໃຊ້ຢູ່ເລື້ອຍໄປຂອງຄົນມີປັນຍາ.
ທ່ານເຮັດວຽກທຳງານຢູ່ໃຕ້ດວງຕາເວັນ ແລະທ່ານໄດ້ຮັບຫຍັງແດ່ຈາກສິ່ງເຫຼົ່ານັ້ນ?
ແລ້ວຂ້າພະເຈົ້າກໍຕຶກຕອງເບິ່ງສິ່ງທັງໝົດ ແລະເຫື່ອແຮງທີ່ໄດ້ທຸ້ມເທເຮັດສິ່ງເຫຼົ່ານັ້ນ. ດັ່ງນັ້ນ ຂ້າພະເຈົ້າຈຶ່ງເຫັນໄດ້ຢ່າງຈະແຈ້ງວ່າ ສິ່ງນັ້ນບໍ່ມີຄວາມໝາຍຫຍັງເລີຍ. ເປັນດັ່ງການແລ່ນໄລ່ໄປຕາມລົມ ຄືທຸກສິ່ງຢູ່ໃຕ້ດວງຕາເວັນລ້ວນແຕ່ອະນິຈັງທັງສິ້ນ.
ຄົນເຮົາໄດ້ຜົນປະໂຫຍດຫຍັງແດ່ ຈາກວຽກງານທັງໝົດທີ່ຕົນເຮັດ?
ສິ່ງສະຫລົດໃຈຫລາຍທີ່ຂ້າພະເຈົ້າໄດ້ເຫັນຢູ່ໃຕ້ດວງຕາເວັນ ຄືຄົນທີ່ທ້ອນໂຮມເງິນໄວ້ເມື່ອຄາວຈຳເປັນ
ພວກຂ້ານ້ອຍເຈັບປວດເກືອບຈະສິ້ນໃຈຕາຍ ແຕ່ກໍບໍ່ໄດ້ໃຫ້ກຳເນີດຫຍັງອອກມາຊໍ້າ ທັງບໍ່ໄດ້ນຳໄຊຊະນະມາສູ່ດິນແດນເລີຍ ພວກຂ້ານ້ອຍບໍ່ໄດ້ສຳເລັດຜົນຫຍັງທັງນັ້ນ.
ປະໂຣຫິດບໍ່ໄດ້ຖາມວ່າ, ‘ພຣະເຈົ້າຢາເວຢູ່ໃສ?’ ພວກທີ່ຮັກສາກົດບັນຍັດຂອງເຮົາກໍບໍ່ໄດ້ຮູ້ຈັກເຮົາຊໍ້າ. ພວກຜູ້ປົກຄອງກໍໄດ້ກະບົດຕໍ່ສູ້ເຮົາ ຜູ້ທຳນວາຍໄດ້ກ່າວໃນນາມພະບາອານ ພວກເຂົາພາກັນນ້ອມນະມັດສະການ ຂາບໄຫວ້ບັນດາຮູບເຄົາຣົບທີ່ບໍ່ມີປະໂຫຍດ.
ເມື່ອພວກເຂົາຫວ່ານລົມ ພວກເຂົາກໍຈະໄດ້ເກັບກ່ຽວລົມພະຍຸ ກົກເຂົ້າທີ່ບໍ່ເກີດຮວງ ໃຫ້ແປ້ງຫລືເຂົ້າຈີ່ກໍບໍ່ຫ່ອນເປັນ, ແຕ່ຖ້າວ່າມັນສຸກ ຊາວຕ່າງປະເທດກໍຈະກິນໝົດເສຍ.
ເພາະຖ້າຜູ້ໃດຈະໄດ້ສິ່ງຂອງໝົດທັງໂລກ ແຕ່ເສຍຊີວິດນິຣັນດອນຂອງຕົນ ຜູ້ນັ້ນຈະໄດ້ປະໂຫຍດອັນໃດ?
ຢ່າພະຍາຍາມຫາອາຫານທີ່ເສຍໄປ ແຕ່ຈົ່ງຫາອາຫານທີ່ຕັ້ງໝັ້ນຢູ່ ຄືອາຫານສຳລັບຊີວິດນິຣັນດອນ ອາຫານນີ້ແມ່ນບຸດມະນຸດທີ່ຈະໃຫ້ແກ່ພວກເຈົ້າ ເພາະແມ່ນພຣະອົງນີ້ແຫຼະ ທີ່ພຣະເຈົ້າຄືພຣະບິດາເຈົ້າໄດ້ປະທັບຕາໝາຍໄວ້ແລ້ວ.”
ພີ່ນ້ອງທັງຫລາຍເອີຍ ເຮົາຂໍຕັກເຕືອນພວກເຈົ້າ ໃຫ້ຢູ່ໃຕ້ການນຳພາຂອງຄົນເຫຼົ່ານີ້ ແລະຂອງທຸກຄົນທີ່ຮ່ວມງານ ແລະບົວລະບັດຮັບໃຊ້ດ້ວຍຄວາມລຳບາກຮ່ວມກັບພວກເຂົາ.
ຢ່າຫລົງໄຫລໄປນຳພະທຽມ; ມັນຊ່ວຍເຫລືອຫຍັງພວກເຈົ້າບໍ່ໄດ້ ເພາະມັນບໍ່ແມ່ນພຣະແທ້.