Biblia Todo Logo
Internet tuqin Biblia

- Anuncios ukanaka -




ປັນຍາຈານ 5:13 - ພຣະຄຳພີສັກສິ

13 ສິ່ງ​ສະຫລົດ​ໃຈ​ຫລາຍ​ທີ່​ຂ້າພະເຈົ້າ​ໄດ້​ເຫັນ​ຢູ່ໃຕ້​ດວງຕາເວັນ ຄື​ຄົນ​ທີ່​ທ້ອນໂຮມ​ເງິນ​ໄວ້​ເມື່ອ​ຄາວ​ຈຳເປັນ

Uka jalj uñjjattʼäta Copia luraña




ປັນຍາຈານ 5:13
29 Jak'a apnaqawi uñst'ayäwi  

ແລະ​ຢຶດເອົາ​ຊັບສົມບັດ​ເງິນຄຳ​ກັບ​ເຂົ້າ​ຂອງ​ທັງໝົດ​ຄືນ​ມາ​ໄດ້. ເພິ່ນ​ຍັງ​ນຳ​ເອົາ​ໂລດ​ຫລານຊາຍ​ຂອງຕົນ​ແລະ​ຊັບສົມບັດ​ຂອງ​ລາວ ພ້ອມ​ທັງ​ພວກ​ແມ່ຍິງ ແລະ​ຄົນອື່ນໆ​ກັບຄືນ​ມາ​ດ້ວຍ.


ແລ້ວ​ໂລດ​ກໍ​ໄປ​ເວົ້າ​ກັບ​ຄູ່ໝັ້ນ​ຂອງ​ລູກສາວ​ຕົນ​ວ່າ, “ຈົ່ງ​ໜີ​ອອກ​ຈາກ​ເມືອງ​ນີ້​ໄວໆ ເພາະ​ພຣະເຈົ້າຢາເວ​ຈະ​ທຳລາຍ​ເມືອງ​ນີ້.” ແຕ່​ພວກເຂົາ​ຄິດ​ວ່າ​ໂລດ​ເວົ້າຫລິ້ນ.


ແຕ່​ເມຍ​ຂອງ​ໂລດ​ຫລຽວ​ຄືນ​ຫລັງ. ສະນັ້ນ ນາງ​ຈຶ່ງ​ກາຍເປັນ​ເສົາ​ເກືອ.


ພວກເຂົາ​ໂລບມາກ​ໂລພາ​ບໍ່​ພໍ​ເປັນ​ຈັກເທື່ອ ຈຶ່ງ​ຮັກສາ​ຊັບສົມບັດ​ໃດໆ​ໄວ້​ບໍ່ໄດ້​ເລີຍ.


ການ​ປຸ້ນຈີ້​ຮຽກຮ້ອງ​ເອົາ​ຊີວິດ​ຂອງ​ນັກ​ປຸ້ນຈີ້​ສະເໝີ ອັນນີ້ ແມ່ນ​ສິ່ງ​ທີ່​ເກີດຂຶ້ນ​ກັບ ຜູ້ໃດ​ກໍໄດ້​ທີ່​ໃຊ້​ຊີວິດ​ໂດຍ​ອາໄສ​ການ​ຮຸນແຮງ.


ຄົນໂງ່ຈ້າ​ຕາຍ​ຍ້ອນ​ຂາດ​ປັນຍາ ແລະ​ຄວາມປະໝາດ​ຂອງ​ຄົນໂງ່​ກໍ​ເປັນ​ທາງ​ສູ່​ຄວາມ​ຈິບຫາຍ​ວາຍວອດ.


ຄວາມ​ຮັ່ງມີ​ຈະ​ຊ່ວຍ​ຫຍັງ​ບໍ່ໄດ້​ໃນ​ມື້​ທີ່​ປະເຊີນ​ກັບ​ຄວາມຕາຍ, ແຕ່​ຄວາມ​ສັດຊື່​ຊ່ວຍ​ຊີວິດ​ຂອງ​ຄົນ​ໄວ້​ໄດ້.


ຈົ່ງ​ສະຫລາດ​ພໍ​ທີ່​ເຈົ້າເອງ​ຈະ​ບໍ່​ຕົກ​ເປັນ​ທາດ​ຂອງ​ເງິນ,


ເພາະ​ຊັບສົມບັດ​ເປັນ​ຂອງ​ອະນິຈັງ ແມ່ນແຕ່​ບັນລັງ​ກໍ​ບໍ່ແມ່ນ​ສືບທອດ​ໃຫ້ກັນ​ຕະຫລອດໄປ​ໄດ້.


ຢູ່ໃຕ້​ດວງຕາເວັນ​ມີ​ຊາຍ​ຄົນ​ໜຶ່ງ​ທີ່​ຢູ່​ຜູ້ດຽວ. ລາວ​ບໍ່ມີ​ລູກ​ແລະ​ບໍ່ມີ​ອ້າຍ​ເອື້ອຍ​ນ້ອງ; ເຖິງ​ປານ​ນັ້ນ ລາວ​ກໍ​ເຮັດ​ວຽກ​ຢູ່​ບໍ່​ເຊົາ​ໂດຍ​ຍັງ​ບໍ່​ພໍໃຈ​ກັບ​ຊັບສິນ​ທີ່​ຕົນ​ມີ​ຢູ່​ນັ້ນ. ລາວ​ເຮັດ​ວຽກ​ຢ່າງ​ໜັກ​ເພື່ອ​ຜູ້ໃດ ໂດຍ​ບໍ່​ຍອມ​ແມ່ນແຕ່​ເຮັດ​ໃຫ້​ຕົນເອງ​ສະໜຸກ​ຈັກດີ້? ອັນ​ນີ້​ກໍ​ອະນິຈັງ​ຄືກັນ ເພາະ​ເປັນ​ການ​ໃຊ້​ຊີວິດ​ຢູ່​ຢ່າງ​ຍາກ​ລຳບາກ.


ແຕ່​ແລ້ວ​ສູນເສຍ​ໝົດ​ຍ້ອນ​ຄ້າຂາຍ​ຫລຸບທືນ ແລະ​ຈົບ​ລົງ​ໂດຍ​ບໍ່ມີ​ຫຍັງ​ເຫຼືອ​ໄວ້​ໃຫ້​ລູກຫລານ.


ຂ້າພະເຈົ້າ​ໄດ້​ພິຈາລະນາ​ເບິ່ງ​ຢ່າງ​ຄັກແນ່ ເຖິງ​ທຸກສິ່ງ​ທີ່​ໄດ້​ເກີດຂຶ້ນ​ຢູ່ໃຕ້​ດວງຕາເວັນ ຄື​ບ່ອນ​ທີ່​ມະນຸດ​ໃຊ້​ອຳນາດ​ຢູ່​ເໜືອ​ເພື່ອນມະນຸດ​ດ້ວຍກັນ ແລະ​ເຮັດ​ໃຫ້​ຊີວິດ​ຂອງ​ເຂົາ​ລຳບາກ​ຍາກແຄ້ນ.


ເມື່ອ​ວັນ​ນັ້ນ​ມາ​ເຖິງ ພວກເຂົາ​ຈະ​ໂຍນ​ຮູບເຄົາຣົບ​ເປັນ​ເງິນ​ເປັນ​ຄຳ ທີ່​ພວກເຂົາ​ໄດ້​ສ້າງ​ຂຶ້ນ​ນັ້ນ​ຖິ້ມ​ເສຍ ແລະ​ປະ​ໃຫ້​ເປັນ​ບ່ອນ​ຢູ່​ຂອງ​ໂຕໜູ​ແລະ​ໂຕ​ເຈຍ.


ໃນ​ມື້​ນັ້ນ ເມື່ອ​ພຣະເຈົ້າຢາເວ​ລະບາຍ​ຄວາມ​ໂກດຮ້າຍ​ອັນໃຫຍ່​ຂອງ​ພຣະອົງ ແມ່ນແຕ່​ເງິນ​ແລະ​ຄຳ​ທັງໝົດ​ທີ່​ພວກເຂົາ​ມີ​ຢູ່ ກໍ​ຈະ​ຊ່ວຍ​ຫຍັງ​ພວກເຂົາ​ບໍ່ໄດ້. ແຜ່ນດິນ​ໂລກ​ທັງໝົດ​ຈະ​ຖືກ​ທຳລາຍ ດ້ວຍ​ໄຟ​ແຫ່ງ​ຄວາມ​ໂກດຮ້າຍ​ຂອງ​ພຣະອົງ. ພຣະອົງ​ຈະ​ໃຫ້​ເຖິງ​ທີ່​ສິ້ນສຸດ ຄື​ການ​ສິ້ນສຸດ​ຢ່າງ​ກະທັນຫັນ​ແກ່​ທຸກໆ​ຄົນ ທີ່​ອາໄສ​ຢູ່​ເທິງ​ແຜ່ນດິນ​ໂລກ​ນີ້.


“ຍັງ​ມີ​ເສດຖີ​ຄົນ​ໜຶ່ງ ທີ່​ນຸ່ງຫົ່ມ​ເສື້ອຜ້າ​ສີມ່ວງ​ອ່ອນ ແລະ​ຜ້າປ່ານ​ເນື້ອລະອຽດ ປິຕິ​ຍິນດີ​ດ້ວຍ​ອາຫານ​ການກິນ​ຢ່າງ​ປານີດ​ທຸກໆ​ວັນ.


ແລ້ວ​ຊັກຂ່າຍ​ກໍ​ລຸກ​ຂຶ້ນ​ເວົ້າ​ກັບ​ອົງພຣະ​ຜູ້​ເປັນເຈົ້າ​ວ່າ, “ພຣະອົງເຈົ້າ ພຣະອົງເຈົ້າ​ເອີຍ, ເບິ່ງແມ! ຂ້ານ້ອຍ​ຂໍ​ມອບ​ເຂົ້າຂອງ​ທີ່​ມີ​ຢູ່ ໃຫ້​ແກ່​ຄົນ​ຍາກຈົນ​ເຄິ່ງ​ໜຶ່ງ ແລະ​ຖ້າ​ຂ້ານ້ອຍ​ໄດ້​ສໍ້ໂກງ​ຜູ້ໃດ ຂ້ານ້ອຍ​ກໍ​ຂໍ​ສົ່ງ​ຄືນ​ໃຫ້​ລາວ​ສີ່​ເທົ່າ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka