11 ເຈົ້າຮັ່ງມີຫລາຍເທົ່າໃດ ເຈົ້າກໍຕ້ອງລ້ຽງຫລາຍຄົນເທົ່ານັ້ນ. ສິ່ງທັງໝົດທີ່ເຈົ້າໄດ້ຮັບນັ້ນ ກໍພຽງແຕ່ຄວາມຮູ້ທີ່ວ່າຕົນຮັ່ງມີ.
ຍ້ອນຊາຣາຍ ກະສັດເອຢິບຈຶ່ງປະຕິບັດຕໍ່ອັບຣາມເປັນຢ່າງດີ ແລະຍັງມອບຝູງແກະ, ຝູງແບ້, ຝູງງົວ, ຝູງອູດ ແລະຄົນຮັບໃຊ້ຊາຍຍິງໃຫ້ດ້ວຍ.
ອັບຣາມເປັນຄົນຮັ່ງມີ; ເພິ່ນມີຝູງແກະ, ຝູງແບ້ ແລະຝູງງົວ ພ້ອມທັງເງິນຄຳຢ່າງຫລວງຫລາຍ.
ເພາະວ່າເງິນຂອງເຈົ້າອາດສູນເສຍໄປໃນພັບຕາດຽວກໍໄດ້ ເໝືອນກັບວ່າມັນມີປີກບິນໄປສູ່ຟ້າອາກາດໄດ້ດັ່ງນົກອິນຊີ.
ຄົນໜຸ່ມເອີຍ ຈົ່ງສະໜຸກຢູ່ໃນຄວາມໜຸ່ມແໜ້ນຂອງເຈົ້າ. ຈົ່ງຫາຄວາມສຸກເມື່ອເຈົ້າຍັງໜຸ່ມແໜ້ນຢູ່ ຈົ່ງເຮັດທຸກສິ່ງທີ່ເຈົ້າຕ້ອງການຢາກເຮັດ ແລະທຸກສິ່ງທີ່ເຈົ້າພໍໃຈເຮັດດ້ວຍ. ແຕ່ຈົ່ງຈຳໄວ້ວ່າ ພຣະເຈົ້າຈະຕັດສິນທຸກໆສິ່ງທີ່ເຈົ້າໄດ້ເຮັດນັ້ນ.
ຈິງແທ້ ຂ້າພະເຈົ້າຍິ່ງໃຫຍ່ ຍິ່ງໃຫຍ່ກວ່າຄົນໃດໆ ທີ່ໄດ້ອາໄສຢູ່ໃນນະຄອນເຢຣູຊາເລັມກ່ອນຂ້າພະເຈົ້າ ແລະປັນຍາກໍໄດ້ດຳລົງຢູ່ກັບຂ້າພະເຈົ້າ.
ຄົນເຮັດວຽກອາດມີ ຫລືອາດບໍ່ມີກິນພຽງພໍກໍໄດ້ ແຕ່ຢ່າງໜ້ອຍລາວກໍນອນຫລັບໄດ້ໃນຕອນກາງຄືນ. ສ່ວນເສດຖີຜູ້ທີ່ມີຊັບສົມບັດອັນຫລວງຫລາຍ ກໍມີແຕ່ວິຕົກກັງວົນຈົນນອນບໍ່ຫລັບຍ້ອນ.
ທຸກສິ່ງລ້ວນແຕ່ອະນິຈັງທັງສິ້ນ ແລະເປັນດັ່ງການແລ່ນໄລ່ໄປຕາມລົມ. ການພໍໃຈກັບສິ່ງທີ່ຕົນມີຢູ່ ກໍດີກວ່າການປ່ອຍຕົວເລື້ອຍໄປຕາມຕັນຫາຂອງຕົນ.
ຜູ້ທີ່ໄດ້ເງິນຄຳມາໃນທາງບໍ່ສຸດຈະຫລິດ ກໍເປັນດັ່ງນົກຟັກໄຂ່ທີ່ບໍ່ອອກລູກ ໃນຊີວິດບັ້ນກາງລາວຈະເສຍຄວາມຮັ່ງມີໄປ ໃນຊີວິດບັ້ນປາຍຈະບໍ່ມີຫຍັງແຕ່ກາຍເປັນບ້າ.
ບັນດາຊົນຊາດທີ່ພວກເຈົ້າໄດ້ເຂົ້າຄອບຄອງນັ້ນ ເຮັດວຽກອິດອ່ອນໝົດກຳລັງໂດຍບໍ່ມີປະໂຫຍດ ແລະສິ່ງທັງໝົດທີ່ພວກເຂົາໄດ້ສ້າງຂຶ້ນມານັ້ນກໍຖືກໄຟເຜົາຜານກ້ຽງ. ອົງພຣະຜູ້ເປັນເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່ໄດ້ກະທຳການນີ້.
ເພາະສາລະພັດທີ່ມີຢູ່ໃນໂລກ ຄືຕັນຫາຂອງເນື້ອກາຍ ຕັນຫາຂອງຕາ ແລະຄວາມອວດອ້າງເປົ່າໆໃນຊີວິດນີ້ ບໍ່ໄດ້ເກີດມາຈາກພຣະບິດາເຈົ້າ ແຕ່ເກີດມາຈາກໂລກ.