Biblia Todo Logo
Internet tuqin Biblia

- Anuncios ukanaka -




ປັນຍາຈານ 5:10 - ພຣະຄຳພີສັກສິ

10 ຖ້າ​ເຈົ້າ​ຮັກ​ເງິນ ເຈົ້າ​ກໍ​ຈະ​ບໍ່​ຮູ້​ເມື່ອ​ພໍ​ຈັກເທື່ອ ຖ້າ​ເຈົ້າ​ຢາກ​ຮັ່ງມີ ເຈົ້າ​ກໍ​ຈະ​ບໍ່ໄດ້​ທຸກສິ່ງ​ທີ່​ຕ້ອງການ​ຈັກເທື່ອ ທຸກສິ່ງ​ລ້ວນແຕ່​ອະນິຈັງ​ທັງສິ້ນ.

Uka jalj uñjjattʼäta Copia luraña




ປັນຍາຈານ 5:10
21 Jak'a apnaqawi uñst'ayäwi  

ເປັນຫຍັງ​ຈຶ່ງ​ອວດອ້າງ​ຄວາມຊົ່ວ​ຂອງເຈົ້າ ມະນຸດ​ຜູ້​ແຂງແຮງ​ເອີຍ? ຄວາມສັດຊື່​ຂອງ​ພຣະອົງ​ດຳລົງ​ສືບໄປ​ເປັນນິດ.


“ເບິ່ງແມ! ນີ້​ແມ່ນ​ຄົນ​ທີ່​ບໍ່​ເພິ່ງ​ຄວາມ​ປອດໄພ​ໃນ​ພຣະເຈົ້າ ແຕ່​ໄວ້ວາງໃຈ​ໃນ​ຊັບສິນ​ອັນ​ມະຫາສານ​ຂອງຕົນ ແລະ​ຊອກຫາ​ຄວາມ​ປອດໄພ​ໃນ​ທາງ​ຊົ່ວຮ້າຍ.”


ຢ່າ​ສູ່​ວາງໃຈ​ໃນ​ກຳລັງ​ຂອງເຈົ້າ​ເດີ ຢ່າ​ຫວັງ​ຢາກ​ໄດ້​ມາ​ຈາກ​ການ​ລັກໂລບ ຖ້າ​ພວກເຈົ້າ​ເກີດຮັ່ງ​ຄູນມີ ເປັນດີ​ຂຶ້ນ​ກໍຕາມ ກໍ​ຢ່າ​ເພິ່ງ​ໃນ​ຄວາມຮັ່ງມີ​ນັ້ນ.


ຂ້າພະເຈົ້າ​ຕັ້ງໃຈ​ຮໍ່າຮຽນ​ໄຈ້ແຍກ ລະຫວ່າງ​ຄວາມຮູ້​ແລະ​ຄວາມ​ໂງ່ຈ້າ, ປັນຍາ​ແລະ​ຄວາມ​ບ້າຄັ່ງ, ແຕ່​ຂ້າພະເຈົ້າ​ໄດ້​ພົບ​ວ່າ ຂ້າພະເຈົ້າ​ກຳລັງ​ແລ່ນ​ໄລ່​ໄປ​ຕາມ​ລົມ​ຄືກັນ.


ທຸກໆສິ່ງ​ນຳ​ໄປ​ສູ່​ຄວາມ​ເບື່ອໜ່າຍ ຊຶ່ງ​ເກີນກວ່າ​ທີ່​ຄົນ​ເຮົາ​ຈະ​ບັນລະຍາຍ​ອອກ​ມາ​ເປັນ​ຖ້ອຍຄຳ​ໄດ້. ຕາ​ຂອງເຮົາ​ເບິ່ງ​ບໍ່​ຮູ້ຈັກ​ອີ່ມ ຫູ​ຂອງເຮົາ​ຟັງ​ບໍ່​ຮູ້ຈັກ​ພໍ.


ຂ້າພະເຈົ້າ​ປາຖະໜາ​ສິ່ງໃດ ຂ້າພະເຈົ້າ​ກໍໄດ້​ສິ່ງນັ້ນ. ຂ້າພະເຈົ້າ​ບໍ່ໄດ້​ຫັກຫ້າມ​ຈິດໃຈ​ຂອງ​ຂ້າພະເຈົ້າ​ຈາກ​ຄວາມ​ສະໜຸກ​ໃດໆ​ທັງສິ້ນ. ຂ້າພະເຈົ້າ​ພູມໃຈ​ຕໍ່​ວຽກການ​ງານ​ຕ່າງໆ​ທີ່​ຂ້າພະເຈົ້າ​ໄດ້​ເຮັດ ແລະ​ທັງໝົດ​ນັ້ນ​ແມ່ນ​ບຳເໜັດ​ຂອງ​ຂ້າພະເຈົ້າ.


ແລ້ວ​ຂ້າພະເຈົ້າ​ກໍ​ຕຶກຕອງ​ເບິ່ງ​ສິ່ງ​ທັງໝົດ ແລະ​ເຫື່ອແຮງ​ທີ່​ໄດ້​ທຸ້ມເທ​ເຮັດ​ສິ່ງ​ເຫຼົ່ານັ້ນ. ດັ່ງນັ້ນ ຂ້າພະເຈົ້າ​ຈຶ່ງ​ເຫັນ​ໄດ້​ຢ່າງ​ຈະແຈ້ງ​ວ່າ ສິ່ງ​ນັ້ນ​ບໍ່ມີ​ຄວາມໝາຍ​ຫຍັງ​ເລີຍ. ເປັນ​ດັ່ງ​ການ​ແລ່ນ​ໄລ່​ໄປ​ຕາມ​ລົມ ຄື​ທຸກສິ່ງ​ຢູ່ໃຕ້​ດວງຕາເວັນ​ລ້ວນແຕ່​ອະນິຈັງ​ທັງສິ້ນ.


ພຣະເຈົ້າ​ໃຫ້​ປັນຍາ, ຄວາມຮູ້ ແລະ​ຄວາມສຸກ​ແກ່​ຜູ້​ທີ່​ພຣະອົງ​ພໍພຣະໄທ​ນຳ. ແຕ່​ພຣະອົງ​ເຮັດ​ໃຫ້​ຄົນບາບ​ເຮັດ​ວຽກ​ໜັກ, ຫາຢູ່​ຫາກິນ ແລະ​ທ້ອນໂຮມ​ໄວ້ ເພື່ອ​ວ່າ​ພຣະອົງ​ຈະ​ເອົາ​ສິ່ງ​ທີ່​ລາວ​ຫາ​ມາ​ໄດ້​ນັ້ນ ໃຫ້​ແກ່​ຜູ້​ທີ່​ພຣະອົງ​ພໍພຣະໄທ​ນຳ. ທຸກສິ່ງ​ລ້ວນແຕ່​ອະນິຈັງ​ທັງສິ້ນ ເປັນ​ດັ່ງ​ກຳລັງ​ແລ່ນ​ໄລ່​ໄປ​ຕາມ​ລົມ.


ແລ້ວ​ຊາຕາກຳ​ຢ່າງ​ດຽວກັນ​ກໍ​ລໍຄອຍ​ທັງ​ຄົນ ແລະ​ສັດ​ຢູ່​ຄື: ຕ່າງ​ກໍ​ຕ້ອງ​ຕາຍໄປ​ທັງໝົດ ຕ່າງ​ກໍ​ຖືກ​ສ້າງ​ຂຶ້ນ​ມາ​ຄືກັນ ແລະ​ມະນຸດ​ຄົນໜຶ່ງ​ບໍ່ໄດ້​ດີ​ໄປ​ກວ່າ​ສັດ​ໂຕໜຶ່ງ ເພາະ​ທຸກສິ່ງ​ແມ່ນ​ອະນິຈັງ.


ກະສັດ​ຜູ້ໜຶ່ງ​ອາດ​ປົກຄອງ​ປະຊາຊົນ​ຈຳນວນ​ນັບ​ບໍ່ໄດ້, ແຕ່​ຄົນ​ເຊັ່ນ​ຕໍ່ມາ​ບໍ່​ຮູ້ຈັກ​ບຸນຄຸນ​ໃນ​ສິ່ງ​ທີ່​ເພິ່ນ​ໄດ້​ເຮັດ​ຊໍ້າ. ມັນ​ຊ່າງ​ອະນິຈັງ ແລະ​ເປັນ​ດັ່ງ​ກຳລັງ​ແລ່ນ​ໄລ່​ໄປ​ຕາມ​ລົມ.


ຂ້າພະເຈົ້າ​ໄດ້​ຄົ້ນພົບ​ເຊັ່ນດຽວ​ກັນ​ວ່າ ເປັນຫຍັງ​ມະນຸດ​ຈຶ່ງ​ເຮັດ​ວຽກ​ຢ່າງ​ໜັກ​ເພື່ອ​ຈະ​ປະສົບ​ຜົນ​ສຳເລັດ ເພາະ​ລາວ​ຢາກ​ມີ​ລື່ນ​ເພື່ອນບ້ານ​ຂອງຕົນ, ແຕ່​ມັນ​ກໍ​ອະນິຈັງ ເປັນ​ດັ່ງ​ກຳລັງ​ແລ່ນ​ໄລ່​ໄປ​ຕາມ​ລົມ.


ຢູ່ໃຕ້​ດວງຕາເວັນ​ມີ​ຊາຍ​ຄົນ​ໜຶ່ງ​ທີ່​ຢູ່​ຜູ້ດຽວ. ລາວ​ບໍ່ມີ​ລູກ​ແລະ​ບໍ່ມີ​ອ້າຍ​ເອື້ອຍ​ນ້ອງ; ເຖິງ​ປານ​ນັ້ນ ລາວ​ກໍ​ເຮັດ​ວຽກ​ຢູ່​ບໍ່​ເຊົາ​ໂດຍ​ຍັງ​ບໍ່​ພໍໃຈ​ກັບ​ຊັບສິນ​ທີ່​ຕົນ​ມີ​ຢູ່​ນັ້ນ. ລາວ​ເຮັດ​ວຽກ​ຢ່າງ​ໜັກ​ເພື່ອ​ຜູ້ໃດ ໂດຍ​ບໍ່​ຍອມ​ແມ່ນແຕ່​ເຮັດ​ໃຫ້​ຕົນເອງ​ສະໜຸກ​ຈັກດີ້? ອັນ​ນີ້​ກໍ​ອະນິຈັງ​ຄືກັນ ເພາະ​ເປັນ​ການ​ໃຊ້​ຊີວິດ​ຢູ່​ຢ່າງ​ຍາກ​ລຳບາກ.


ແມ່ນແຕ່​ກະສັດ​ກໍ​ຍັງ​ເພິ່ງພາ​ອາໄສ​ຜົນ​ຂອງ​ການ​ເກັບກ່ຽວ.


ວຽກ​ທຸກ​ຊະນິດ​ທີ່​ຄົນໜຶ່ງ​ເຮັດ ແມ່ນ​ເພື່ອ​ໃຫ້​ມີ​ອາຫານ​ກິນ​ພຽງພໍ​ເທົ່ານັ້ນ, ແຕ່​ລາວ​ພໍ​ບໍ່​ເປັນ​ຈັກເທື່ອ.


“ຢ່າ​ທ້ອນໂຮມ​ຊັບສົມບັດ​ໄວ້​ສຳລັບ​ຕົນເອງ​ໃນ​ແຜ່ນດິນ​ໂລກ​ນີ້ ຊຶ່ງ​ເປັນ​ບ່ອນ​ມອດ​ແລະ​ຂີ້ໝ້ຽງ​ກັດ​ກິນ​ໄດ້ ແລະ ໂຈນ​ເຈາະ​ລັກ​ເອົາ​ໄດ້.


“ບໍ່​ຫ່ອນ​ມີ​ຜູ້ໃດ​ເປັນ​ຂ້າ​ສອງ​ເຈົ້າ ບ່າວ​ສອງ​ນາຍ​ໄດ້​ຄື: ເຂົາ​ຈະ​ຊັງ​ນາຍ​ຜູ້​ນີ້ ແລະ​ໄປ​ຮັກ​ນາຍ​ຜູ້​ນັ້ນ ເຂົາ​ຈະ​ສັດຊື່​ຕໍ່​ນາຍ​ຜູ້​ນີ້ ແລະ​ໝິ່ນປະໝາດ​ນາຍ​ຜູ້​ນັ້ນ ພວກເຈົ້າ​ຮັບໃຊ້​ພຣະເຈົ້າ ແລະ​ເງິນຄຳ​ພ້ອມ​ກັນ​ກໍ​ບໍ່ໄດ້.”


ແລ້ວ​ພຣະອົງ​ກໍ​ກ່າວ​ແກ່​ພວກເຂົາ​ວ່າ, “ຈົ່ງ​ລະວັງ​ແລະ​ເຝົ້າ​ຮັກສາ​ຕົນ​ໄວ້ ໃຫ້​ເວັ້ນ​ຈາກ​ຄວາມ​ໂລບ​ທຸກຢ່າງ ເພາະ​ຊີວິດ​ແທ້​ຂອງ​ມະນຸດ ບໍ່​ຂຶ້ນ​ຢູ່​ກັບ​ຊັບສິ່ງຂອງ​ອັນ​ບໍຣິບູນ​ທີ່​ຕົນ​ມີ​ຢູ່.”


ເພາະວ່າ​ການ​ຮັກ​ເງິນຄຳ​ເປັນ​ເຄົ້າມູນ​ຂອງ​ຄວາມຊົ່ວ​ທຸກຢ່າງ ແລະ​ເພາະ​ຄວາມ​ໂລບ​ນີ້​ແຫຼະ ຈຶ່ງ​ຊັກຈູງ​ບາງຄົນ​ໃຫ້​ຫລົງ​ໄປ​ຈາກ​ຄວາມເຊື່ອ ແລະ​ແທງ​ຕົວ​ເອງ​ຈົນ​ຊອດ ດ້ວຍ​ຄວາມ​ເຈັບແສບ​ຫລາຍ​ປະການ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka