ປັນຍາຈານ 4:9 - ພຣະຄຳພີສັກສິ9 ສອງຄົນດີກວ່າຄົນດຽວ ເພາະວຽກຂອງເຂົາທີ່ເຮັດກໍເກີດຜົນດີກວ່າ. Uka jalj uñjjattʼäta |
ຢູ່ໃຕ້ດວງຕາເວັນມີຊາຍຄົນໜຶ່ງທີ່ຢູ່ຜູ້ດຽວ. ລາວບໍ່ມີລູກແລະບໍ່ມີອ້າຍເອື້ອຍນ້ອງ; ເຖິງປານນັ້ນ ລາວກໍເຮັດວຽກຢູ່ບໍ່ເຊົາໂດຍຍັງບໍ່ພໍໃຈກັບຊັບສິນທີ່ຕົນມີຢູ່ນັ້ນ. ລາວເຮັດວຽກຢ່າງໜັກເພື່ອຜູ້ໃດ ໂດຍບໍ່ຍອມແມ່ນແຕ່ເຮັດໃຫ້ຕົນເອງສະໜຸກຈັກດີ້? ອັນນີ້ກໍອະນິຈັງຄືກັນ ເພາະເປັນການໃຊ້ຊີວິດຢູ່ຢ່າງຍາກລຳບາກ.
ພຣະເຈົ້າຢາເວໄດ້ບັນດົນໃຈທຸກຄົນໃຫ້ຊ່ວຍກັນສ້າງພຣະວິຫານ: ເຊຣຸບບາເບນລູກຊາຍຂອງເຊອານຕີເອນ ຜູ້ປົກຄອງຢູດາຍ; ເຢຊູອາລູກຊາຍຂອງໂຢຊາດັກ ມະຫາປະໂຣຫິດ, ຕະຫລອດທັງປະຊາຊົນທຸກຄົນ ທີ່ໄດ້ກັບມາຈາກການເປັນຊະເລີຍໃນຕ່າງຖິ່ນ. ພວກເຂົາໄດ້ເລີ່ມສ້າງວິຫານຂອງພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ພຣະເຈົ້າຂອງພວກເຂົາ