Biblia Todo Logo
Internet tuqin Biblia

- Anuncios ukanaka -




ປັນຍາຈານ 4:8 - ພຣະຄຳພີສັກສິ

8 ຢູ່ໃຕ້​ດວງຕາເວັນ​ມີ​ຊາຍ​ຄົນ​ໜຶ່ງ​ທີ່​ຢູ່​ຜູ້ດຽວ. ລາວ​ບໍ່ມີ​ລູກ​ແລະ​ບໍ່ມີ​ອ້າຍ​ເອື້ອຍ​ນ້ອງ; ເຖິງ​ປານ​ນັ້ນ ລາວ​ກໍ​ເຮັດ​ວຽກ​ຢູ່​ບໍ່​ເຊົາ​ໂດຍ​ຍັງ​ບໍ່​ພໍໃຈ​ກັບ​ຊັບສິນ​ທີ່​ຕົນ​ມີ​ຢູ່​ນັ້ນ. ລາວ​ເຮັດ​ວຽກ​ຢ່າງ​ໜັກ​ເພື່ອ​ຜູ້ໃດ ໂດຍ​ບໍ່​ຍອມ​ແມ່ນແຕ່​ເຮັດ​ໃຫ້​ຕົນເອງ​ສະໜຸກ​ຈັກດີ້? ອັນ​ນີ້​ກໍ​ອະນິຈັງ​ຄືກັນ ເພາະ​ເປັນ​ການ​ໃຊ້​ຊີວິດ​ຢູ່​ຢ່າງ​ຍາກ​ລຳບາກ.

Uka jalj uñjjattʼäta Copia luraña




ປັນຍາຈານ 4:8
21 Jak'a apnaqawi uñst'ayäwi  

ແລ້ວ​ພຣະເຈົ້າຢາເວ​ພຣະເຈົ້າ​ກໍ​ກ່າວ​ອີກ​ວ່າ, “ບໍ່​ເປັນ​ການ​ສົມຄວນ​ທີ່​ຜູ້ຊາຍ​ຕ້ອງ​ຢູ່​ໂດດດ່ຽວ​ຢ່າງ​ນີ້. ເຮົາ​ຈະ​ສ້າງ​ຜູ້​ຊ່ວຍ​ທີ່​ເໝາະສົມ​ໃຫ້​ລາວ.”


ບໍ່ມີ​ຫຍັງ​ດີ​ລື່ນ​ເພາະ​ເປັນ​ພຽງແຕ່​ເງົາ ພວກເຂົາ​ສະສົມ​ຊັບສິນ ແຕ່​ບໍ່​ຮູ້​ວ່າ​ຜູ້ໃດ​ຈະ​ໄດ້​ສິ່ງນັ້ນ.


ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ຂ້ານ້ອຍ​ຈະ​ຫວັງ​ຕໍ່​ສິ່ງໃດ? ຂ້ານ້ອຍ​ຂໍ​ມອບ​ຄວາມ​ຫວັງໃຈ​ໄວ້​ກັບ​ພຣະອົງ.


ນະຣົກ​ແລະ​ແດນ​ຄົນຕາຍ​ບໍ່​ຈັກ​ອີ່ມ​ສັນໃດ ຕັນຫາ​ຂອງ​ຄົນ​ກໍ​ບໍ່ມີ​ທີ່​ສິ້ນສຸດ​ເປັນ​ສັນນັ້ນ.


ຂ້າພະເຈົ້າ​ໄດ້​ຕັ້ງໃຈ​ພິຈາລະນາ​ແລະ​ສຶກສາ​ເບິ່ງ ສິ່ງ​ທັງໝົດ​ທີ່​ໄດ້​ເກີດຂຶ້ນ​ໃນ​ໂລກນີ້. ພຣະເຈົ້າ​ໄດ້​ກຳນົດ​ຊາຕາກຳ​ອັນ​ແສນ​ລຳບາກ​ເໜືອ​ມະນຸດ.


ທຸກໆສິ່ງ​ນຳ​ໄປ​ສູ່​ຄວາມ​ເບື່ອໜ່າຍ ຊຶ່ງ​ເກີນກວ່າ​ທີ່​ຄົນ​ເຮົາ​ຈະ​ບັນລະຍາຍ​ອອກ​ມາ​ເປັນ​ຖ້ອຍຄຳ​ໄດ້. ຕາ​ຂອງເຮົາ​ເບິ່ງ​ບໍ່​ຮູ້ຈັກ​ອີ່ມ ຫູ​ຂອງເຮົາ​ຟັງ​ບໍ່​ຮູ້ຈັກ​ພໍ.


ທ່ານ​ທຸ່ມເທ​ປັນຍາ, ຄວາມຮູ້ ແລະ​ຄວາມ​ຊຳນິ​ຊຳນານ​ທັງໝົດ ສຳລັບ​ສິ່ງໃດສິ່ງໜຶ່ງ, ແຕ່​ແລ້ວ​ທ່ານ​ຕ້ອງ​ປະ​ສິ່ງ​ທັງໝົດ​ນັ້ນ​ໄວ້​ໃຫ້​ແກ່​ຜູ້ໃດ​ຜູ້ໜຶ່ງ ທີ່​ບໍ່ໄດ້​ເຮັດ​ວຽກ​ສຳລັບ​ສິ່ງ​ນັ້ນໆ. ຊ່າງ​ອະນິຈັງ​ແລະ​ບໍ່​ຖືກຕ້ອງ​ເສຍ​ເລີຍ


ເມື່ອໃດ​ທີ່​ທ່ານ​ຍັງ​ມີ​ຊີວິດ​ຢູ່ ເມື່ອນັ້ນ​ທຸກສິ່ງ​ທີ່​ທ່ານ​ໄດ້​ເຮັດ​ນັ້ນ​ກໍ​ບໍ່ໄດ້​ນຳ​ຫຍັງ​ມາ​ໃຫ້​ທ່ານ​ເລີຍ ນອກຈາກ​ຄວາມ​ວິຕົກ​ກັງວົນ​ແລະ​ຄວາມ​ລະທົມ​ຂົມຂື່ນ​ເທົ່ານັ້ນ. ແມ່ນແຕ່​ຕອນ​ກາງຄືນ ຄວາມຄິດ​ຂອງທ່ານ​ກໍ​ບໍ່ໄດ້​ພັກຜ່ອນ. ທຸກສິ່ງ​ລ້ວນແຕ່​ອະນິຈັງ​ທັງສິ້ນ.


ຂ້າພະເຈົ້າ​ຍັງ​ສັງເກດ​ເຫັນ​ໄດ້​ວ່າ ຢູ່ໃຕ້​ດວງຕາເວັນ​ນີ້​ມີ​ບາງສິ່ງ​ບາງຢ່າງ​ອີກ​ທີ່​ອະນິຈັງ.


ຖ້າ​ເຈົ້າ​ຮັກ​ເງິນ ເຈົ້າ​ກໍ​ຈະ​ບໍ່​ຮູ້​ເມື່ອ​ພໍ​ຈັກເທື່ອ ຖ້າ​ເຈົ້າ​ຢາກ​ຮັ່ງມີ ເຈົ້າ​ກໍ​ຈະ​ບໍ່ໄດ້​ທຸກສິ່ງ​ທີ່​ຕ້ອງການ​ຈັກເທື່ອ ທຸກສິ່ງ​ລ້ວນແຕ່​ອະນິຈັງ​ທັງສິ້ນ.


ແມ່ນແຕ່​ກະສັດ​ກໍ​ຍັງ​ເພິ່ງພາ​ອາໄສ​ຜົນ​ຂອງ​ການ​ເກັບກ່ຽວ.


ວິບັດ​ເປັນ​ຂອງ​ພວກເຈົ້າ​ສາແລ້ວ ພວກເຈົ້າ​ຊື້​ເຮືອນ​ຕື່ມ​ອີກ​ຫລາຍ​ຫລັງ ແລະ​ຊື້​ນາ​ຕື່ມ​ອີກ​ຫລາຍ​ທົ່ງ ເພີ່ມ​ກັບ​ສິ່ງ​ທີ່​ພວກເຈົ້າ​ມີ​ຢູ່. ບໍ່​ດົນ​ກໍ​ຈະ​ບໍ່ມີ​ບ່ອນ​ສຳລັບ​ຄົນອື່ນ​ຢູ່ ແລະ​ແມ່ນ​ພວກເຈົ້າ​ເທົ່ານັ້ນ​ທີ່​ຈະ​ຢູ່​ໃນ​ດິນແດນ.


ເປັນຫຍັງ​ຈຶ່ງ​ຈ່າຍ​ເງິນ​ຊື້​ສິ່ງຂອງ​ທີ່​ບໍ່​ແມ່ນ​ເຂົ້າຈີ່. ເປັນຫຍັງ​ຈຶ່ງ​ຈ່າຍ​ໄປ​ແຕ່​ພັດ​ຍັງ​ຢາກ​ຢູ່? ຈົ່ງ​ຕັ້ງໃຈ​ຟັງ​ເຮົາ ແລະ​ກິນ​ອາຫານ​ທີ່​ດີ ແລະ​ຈົ່ງ​ປິຕິ​ຍິນດີ​ໃນ​ອາຫານ​ອັນ​ດີ​ເປັນ​ປະໂຫຍດ​ທີ່ສຸດ.


“ບັນດາ​ຜູ້​ທີ່​ເຮັດ​ການ​ໜັກໜ່ວງ​ແລະ​ແບກ​ພາລະ​ໜັກ ຈົ່ງ​ມາ​ຫາ​ເຮົາ ແລະ​ເຮົາ​ຈະ​ໃຫ້​ພວກເຈົ້າ​ໄດ້​ຮັບ​ຄວາມ​ເຊົາເມື່ອຍ.


ແຕ່​ພຣະເຈົ້າ​ກ່າວ​ແກ່​ລາວ​ວ່າ, ‘ຄົນ​ໂງ່​ເອີຍ ໃນ​ຄືນ​ນີ້​ແຫຼະ ຊີວິດ​ຂອງ​ເຈົ້າ​ຈະ​ດັບ​ໄປ​ຈາກ​ເຈົ້າ, ສ່ວນ​ສິ່ງຂອງ​ທີ່​ເຈົ້າ​ໄດ້​ຫາ​ມາ​ໄວ້​ນັ້ນ ຈະ​ຕົກ​ເປັນ​ຂອງ​ຜູ້ໃດ?’


ເພາະ​ສາລະພັດ​ທີ່​ມີ​ຢູ່​ໃນ​ໂລກ ຄື​ຕັນຫາ​ຂອງ​ເນື້ອກາຍ ຕັນຫາ​ຂອງ​ຕາ ແລະ​ຄວາມ​ອວດອ້າງ​ເປົ່າໆ​ໃນ​ຊີວິດ​ນີ້ ບໍ່ໄດ້​ເກີດ​ມາ​ຈາກ​ພຣະບິດາເຈົ້າ ແຕ່​ເກີດ​ມາ​ຈາກ​ໂລກ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka