ປັນຍາຈານ 4:7 - ພຣະຄຳພີສັກສິ7 ຂ້າພະເຈົ້າຍັງສັງເກດເຫັນໄດ້ວ່າ ຢູ່ໃຕ້ດວງຕາເວັນນີ້ມີບາງສິ່ງບາງຢ່າງອີກທີ່ອະນິຈັງ. Uka jalj uñjjattʼäta |
ຢູ່ໃຕ້ດວງຕາເວັນມີຊາຍຄົນໜຶ່ງທີ່ຢູ່ຜູ້ດຽວ. ລາວບໍ່ມີລູກແລະບໍ່ມີອ້າຍເອື້ອຍນ້ອງ; ເຖິງປານນັ້ນ ລາວກໍເຮັດວຽກຢູ່ບໍ່ເຊົາໂດຍຍັງບໍ່ພໍໃຈກັບຊັບສິນທີ່ຕົນມີຢູ່ນັ້ນ. ລາວເຮັດວຽກຢ່າງໜັກເພື່ອຜູ້ໃດ ໂດຍບໍ່ຍອມແມ່ນແຕ່ເຮັດໃຫ້ຕົນເອງສະໜຸກຈັກດີ້? ອັນນີ້ກໍອະນິຈັງຄືກັນ ເພາະເປັນການໃຊ້ຊີວິດຢູ່ຢ່າງຍາກລຳບາກ.
ແຕ່ໂດຍຜ່ານທາງພວກຜູ້ທຳນວາຍຄືຄົນຮັບໃຊ້ຂອງເຮົາ ເຮົາໄດ້ມອບຖ້ອຍຄຳແລະຄຳຕັກເຕືອນຕ່າງໆ ໃຫ້ປູ່ຍ່າຕາຍາຍຂອງພວກເຈົ້າ; ແຕ່ພວກເຂົາບໍ່ໄດ້ເອົາໃຈໃສ່ ຈຶ່ງໄດ້ຮັບໂທດກຳ ແລ້ວພວກເຂົາກໍໄດ້ກັບໃຈໃໝ່ແລະກ່າວວ່າ, ‘ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ໄດ້ລົງໂທດພວກເຮົາ ສົມກັບທີ່ພວກເຮົາສົມຄວນໄດ້ຮັບ ຕາມທີ່ພຣະອົງໄດ້ຕັດສິນໃຈເຮັດເຊັ່ນນັ້ນ.”’