6 ແຕ່ການມີຈິດໃຈສະຫງົບສຸກຢູ່ພຽງເລັກນ້ອຍ ກໍຍັງດີກວ່າມືສອງເບື້ອງຫຍຸ້ງຢູ່ຕະຫລອດເວລາຄື: ພະຍາຍາມຄວ້າຈັບລົມ.
ສິ່ງເລັກນ້ອຍທີ່ຄົນຊອບທຳມີ ກໍມີຄຸນຄ່າຫລາຍກວ່າ ຊັບສິນຂອງຄົນຊົ່ວຮ້າຍທັງຫລາຍ
ມີລາຍໄດ້ໜ້ອຍທີ່ໄດ້ມາດ້ວຍຄວາມສັດຊື່ ກໍດີກວ່າມີລາຍໄດ້ຫລາຍທີ່ໄດ້ມາດ້ວຍການສໍ້ໂກງ.
ກິນເຂົ້າແຫ້ງຢ່າງສະຫງົບສຸກໃນບ້ານ ກໍດີກວ່າກິນລ້ຽງໃນງານທີ່ມີຄວາມວຸ້ນວາຍ.
ຂ້າພະເຈົ້າເຄີຍເຫັນສັບພະທຸກສິ່ງທີ່ຄົນໄດ້ເຮັດຢູ່ໃຕ້ດວງຕາເວັນ ແລະຂ້າພະເຈົ້າຂໍບອກວ່າ, ສິ່ງເຫຼົ່ານັ້ນລ້ວນແຕ່ອະນິຈັງທັງສິ້ນ. ເປັນດັ່ງການແລ່ນໄລ່ໄປຕາມລົມ.
ຂ້າພະເຈົ້າຕັ້ງໃຈຮໍ່າຮຽນໄຈ້ແຍກ ລະຫວ່າງຄວາມຮູ້ແລະຄວາມໂງ່ຈ້າ, ປັນຍາແລະຄວາມບ້າຄັ່ງ, ແຕ່ຂ້າພະເຈົ້າໄດ້ພົບວ່າ ຂ້າພະເຈົ້າກຳລັງແລ່ນໄລ່ໄປຕາມລົມຄືກັນ.
ຂ້າພະເຈົ້າຍັງສັງເກດເຫັນໄດ້ວ່າ ຢູ່ໃຕ້ດວງຕາເວັນນີ້ມີບາງສິ່ງບາງຢ່າງອີກທີ່ອະນິຈັງ.