5 ແນ່ນອນ ຄົນໂງ່ຈ້າຜູ້ທີ່ງໍມືງໍຕີນຢູ່ກໍປ່ອຍໃຫ້ຕົນອຶດຕາຍ.
ຂ້ອຍພ້ອມແລ້ວ ທີ່ຈະປະເຊີນທຸກແນວ ແມ່ນຈະສ່ຽງຊີວິດຂອງຕົນກໍຍິນຍອມທັງນັ້ນ.
ຜູ້ມີເມດຕານຳບຳເໜັດມາສູ່ຕົນເອງ, ແຕ່ຜູ້ໂຫດຮ້າຍຍ່ອມທຳລາຍຕົນເອງ.
ຄົນຂີ້ຄ້ານຈະບໍ່ໄດ້ຮັບຕາມທີ່ຕົນປາຖະໜາ, ແຕ່ຄົນທີ່ດຸໝັ່ນຊອກຫາຈະໄດ້ສົມບັດທີ່ປະເສີດ.
ຄົນຂີ້ຄ້ານຈະບໍ່ໄດ້ສິ່ງທີ່ຕົນໄຝ່ຝັນ, ແຕ່ຄົນດຸໝັ່ນຈະໄດ້ຕາມທີ່ຕົນຕ້ອງການທັງນັ້ນ.
ພໍ່ນາທີ່ຂີ້ຄ້ານຄາດໄຖຕາມລະດູການ ກໍຈະບໍ່ໄດ້ເກັບກ່ຽວຫຍັງຈັກດີ້.
ຄົນຂີ້ຄ້ານຈະນອນຢຽດຢູ່ດົນປານໃດ? ເມື່ອໃດນໍລາວຈຶ່ງຈະຕື່ນຂຶ້ນ?
ຄຳເວົ້າຂອງຄົນສະຫລາດນຳກຽດມາສູ່ຕົນ, ແຕ່ຄົນໂງ່ຈ້າຖືກທຳລາຍເພາະຖ້ອຍຄຳທີ່ຕົນເວົ້າ.
ປະຊາຊົນທົ່ວທັງປະເທດໄດ້ເກັບເລັມເອົາອາຫານມາກິນ ບ່ອນລະເລັກລະນ້ອຍຕາມທີ່ຕົນຫາໄດ້, ແຕ່ພວກເຂົາກໍບໍ່ອີ່ມເປັນຈັກເທື່ອ ຈຶ່ງກິນແມ່ນແຕ່ລູກຂອງຕົນເອງ.