Biblia Todo Logo
Internet tuqin Biblia

- Anuncios ukanaka -




ປັນຍາຈານ 4:4 - ພຣະຄຳພີສັກສິ

4 ຂ້າພະເຈົ້າ​ໄດ້​ຄົ້ນພົບ​ເຊັ່ນດຽວ​ກັນ​ວ່າ ເປັນຫຍັງ​ມະນຸດ​ຈຶ່ງ​ເຮັດ​ວຽກ​ຢ່າງ​ໜັກ​ເພື່ອ​ຈະ​ປະສົບ​ຜົນ​ສຳເລັດ ເພາະ​ລາວ​ຢາກ​ມີ​ລື່ນ​ເພື່ອນບ້ານ​ຂອງຕົນ, ແຕ່​ມັນ​ກໍ​ອະນິຈັງ ເປັນ​ດັ່ງ​ກຳລັງ​ແລ່ນ​ໄລ່​ໄປ​ຕາມ​ລົມ.

Uka jalj uñjjattʼäta Copia luraña




ປັນຍາຈານ 4:4
19 Jak'a apnaqawi uñst'ayäwi  

ຍ້ອນ​ເພິ່ນ​ມີ​ຝູງແກະ, ຝູງງົວ ແລະ​ມີ​ຄົນ​ຮັບໃຊ້​ຫລາຍ​ຄົນ ຊາວ​ຟີລິດສະຕິນ​ຈຶ່ງ​ອິດສາ​ເພິ່ນ.


ຢາໂຄບ​ໄດ້ຍິນ​ພວກ​ລູກຊາຍ​ຂອງ​ລາບານ​ເວົ້າ​ວ່າ, “ຢາໂຄບ​ໄດ້​ເອົາ​ຊັບສົມບັດ​ທຸກສິ່ງ​ທີ່​ເປັນ​ຂອງ​ພໍ່​ພວກເຮົາ​ໄປ. ຊັບສົມບັດ​ທັງໝົດ​ທີ່​ລາວ​ມີ​ນັ້ນ​ເປັນ​ຂອງ​ພໍ່​ພວກເຮົາ.”


ຄວາມ​ໂກດຮ້າຍ​ຄື​ການ​ຫ້ຽມໂຫດ​ແລະ​ການ​ທຳລາຍ, ແຕ່​ຄວາມ​ອິດສາ​ບໍ່ມີ​ຫຍັງ​ປຽບປານ​ເທົ່າ.


ຂ້າພະເຈົ້າ​ເຄີຍ​ເຫັນ​ສັບພະທຸກສິ່ງ​ທີ່​ຄົນ​ໄດ້​ເຮັດ​ຢູ່ໃຕ້​ດວງຕາເວັນ ແລະ​ຂ້າພະເຈົ້າ​ຂໍ​ບອກ​ວ່າ, ສິ່ງ​ເຫຼົ່ານັ້ນ​ລ້ວນແຕ່​ອະນິຈັງ​ທັງສິ້ນ. ເປັນ​ດັ່ງ​ການ​ແລ່ນ​ໄລ່​ໄປ​ຕາມ​ລົມ.


ຂ້າພະເຈົ້າ​ຕັ້ງໃຈ​ຮໍ່າຮຽນ​ໄຈ້ແຍກ ລະຫວ່າງ​ຄວາມຮູ້​ແລະ​ຄວາມ​ໂງ່ຈ້າ, ປັນຍາ​ແລະ​ຄວາມ​ບ້າຄັ່ງ, ແຕ່​ຂ້າພະເຈົ້າ​ໄດ້​ພົບ​ວ່າ ຂ້າພະເຈົ້າ​ກຳລັງ​ແລ່ນ​ໄລ່​ໄປ​ຕາມ​ລົມ​ຄືກັນ.


ທ່ານ​ທຸ່ມເທ​ປັນຍາ, ຄວາມຮູ້ ແລະ​ຄວາມ​ຊຳນິ​ຊຳນານ​ທັງໝົດ ສຳລັບ​ສິ່ງໃດສິ່ງໜຶ່ງ, ແຕ່​ແລ້ວ​ທ່ານ​ຕ້ອງ​ປະ​ສິ່ງ​ທັງໝົດ​ນັ້ນ​ໄວ້​ໃຫ້​ແກ່​ຜູ້ໃດ​ຜູ້ໜຶ່ງ ທີ່​ບໍ່ໄດ້​ເຮັດ​ວຽກ​ສຳລັບ​ສິ່ງ​ນັ້ນໆ. ຊ່າງ​ອະນິຈັງ​ແລະ​ບໍ່​ຖືກຕ້ອງ​ເສຍ​ເລີຍ


ພຣະເຈົ້າ​ໃຫ້​ປັນຍາ, ຄວາມຮູ້ ແລະ​ຄວາມສຸກ​ແກ່​ຜູ້​ທີ່​ພຣະອົງ​ພໍພຣະໄທ​ນຳ. ແຕ່​ພຣະອົງ​ເຮັດ​ໃຫ້​ຄົນບາບ​ເຮັດ​ວຽກ​ໜັກ, ຫາຢູ່​ຫາກິນ ແລະ​ທ້ອນໂຮມ​ໄວ້ ເພື່ອ​ວ່າ​ພຣະອົງ​ຈະ​ເອົາ​ສິ່ງ​ທີ່​ລາວ​ຫາ​ມາ​ໄດ້​ນັ້ນ ໃຫ້​ແກ່​ຜູ້​ທີ່​ພຣະອົງ​ພໍພຣະໄທ​ນຳ. ທຸກສິ່ງ​ລ້ວນແຕ່​ອະນິຈັງ​ທັງສິ້ນ ເປັນ​ດັ່ງ​ກຳລັງ​ແລ່ນ​ໄລ່​ໄປ​ຕາມ​ລົມ.


ກະສັດ​ຜູ້ໜຶ່ງ​ອາດ​ປົກຄອງ​ປະຊາຊົນ​ຈຳນວນ​ນັບ​ບໍ່ໄດ້, ແຕ່​ຄົນ​ເຊັ່ນ​ຕໍ່ມາ​ບໍ່​ຮູ້ຈັກ​ບຸນຄຸນ​ໃນ​ສິ່ງ​ທີ່​ເພິ່ນ​ໄດ້​ເຮັດ​ຊໍ້າ. ມັນ​ຊ່າງ​ອະນິຈັງ ແລະ​ເປັນ​ດັ່ງ​ກຳລັງ​ແລ່ນ​ໄລ່​ໄປ​ຕາມ​ລົມ.


ຖຽງ​ດົນ​ເທົ່າໃດ​ແຮ່ງ​ບໍ່ມີ​ປະໂຫຍດ​ຫລາຍ​ເທົ່ານັ້ນ ແລະ​ເຈົ້າ​ກໍ​ບໍ່ມີ​ຫຍັງ​ດີ​ຂຶ້ນ​ເລີຍ.


ທຸກສິ່ງ​ລ້ວນແຕ່​ອະນິຈັງ​ທັງສິ້ນ ແລະ​ເປັນ​ດັ່ງ​ການ​ແລ່ນ​ໄລ່​ໄປ​ຕາມ​ລົມ. ການ​ພໍໃຈ​ກັບ​ສິ່ງ​ທີ່​ຕົນ​ມີ​ຢູ່ ກໍດີກວ່າ​ການ​ປ່ອຍຕົວ​ເລື້ອຍ​ໄປ​ຕາມ​ຕັນຫາ​ຂອງຕົນ.


ເພາະ​ປີລາດ​ຮູ້​ດີ​ວ່າ ພວກ​ຜູ້ນຳ​ສາສະໜາ​ຢິວ​ໄດ້​ມອບ​ພຣະເຢຊູເຈົ້າ​ໄວ້​ດ້ວຍ​ໃຈ​ອິດສາ.


ຍ້ອນ​ບັນພະບຸລຸດ​ເຫຼົ່ານັ້ນ ໄດ້​ອິດສາ​ໂຢເຊັບ​ນ້ອງຊາຍ​ຂອງ​ພວກ​ຕົນ ພວກເຂົາ​ຈຶ່ງ​ຂາຍ​ເພິ່ນ​ໄປ​ເປັນ​ທາດ​ທີ່​ປະເທດ​ເອຢິບ, ແຕ່​ພຣະເຈົ້າ​ໄດ້​ສະຖິດ​ຢູ່​ກັບ​ໂຢເຊັບ


ຫລື​ເຈົ້າ​ທັງຫລາຍ​ຄິດ​ວ່າ​ເປັນ​ການ​ເປົ່າໆ​ບໍ ທີ່​ພຣະຄຳພີ​ກ່າວ​ວ່າ, “ວິນຍານ​ທີ່​ພຣະອົງ​ໄດ້​ຊົງ​ບັນດານ​ໃຫ້​ຢູ່​ໃນ​ເຮົາ​ທັງຫລາຍ ກໍ​ປາຖະໜາ​ຢ່າງ​ແຮງ​ກ້າ.”


ຢ່າ​ໃຫ້​ເປັນ​ເໝືອນ​ກາອິນ ຜູ້​ມາ​ຈາກ​ມານຊົ່ວຮ້າຍ ແລະ​ໄດ້​ຂ້າ​ນ້ອງຊາຍ​ຂອງຕົນ​ເສຍ. ດ້ວຍເຫດໃດ​ລາວ​ຈຶ່ງ​ຂ້າ​ນ້ອງ ກໍ​ເພາະ​ການ​ເຮັດ​ຂອງຕົນ​ຊົ່ວ ແລະ​ການ​ເຮັດ​ຂອງ​ນ້ອງ​ນັ້ນ​ຊອບທຳ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka