3 ແຕ່ດີກວ່າທັງສອງຢ່າງນັ້ນ ແມ່ນຜູ້ທີ່ຍັງບໍ່ທັນໄດ້ເກີດມາ ຄືຜູ້ທີ່ບໍ່ເຄີຍໄດ້ເຫັນຄວາມຊົ່ວຮ້າຍຢູ່ໃຕ້ດວງຕາເວັນ.
ພວກເຂົາຈະບໍ່ເປັນສຸກ ຈົນກວ່າຈະຕາຍໄປ ແລະຖືກຝັງໄວ້ຢູ່ໃນຂຸມຝັງສົບຂອງພວກເຂົາເຈົ້າ;
ຂ້າພະເຈົ້າເຄີຍເຫັນສັບພະທຸກສິ່ງທີ່ຄົນໄດ້ເຮັດຢູ່ໃຕ້ດວງຕາເວັນ ແລະຂ້າພະເຈົ້າຂໍບອກວ່າ, ສິ່ງເຫຼົ່ານັ້ນລ້ວນແຕ່ອະນິຈັງທັງສິ້ນ. ເປັນດັ່ງການແລ່ນໄລ່ໄປຕາມລົມ.
ສະນັ້ນ ສຳລັບຂ້າພະເຈົ້າແລ້ວ ຊີວິດຈຶ່ງກາຍເປັນສິ່ງທີ່ບໍ່ມີຄວາມໝາຍຫຍັງ ເພາະທຸກສິ່ງທີ່ຢູ່ໃຕ້ດວງຕາເວັນບໍ່ໄດ້ນຳຫຍັງເລີຍມາໃຫ້ຂ້າພະເຈົ້າ ນອກຈາກຄວາມເດືອດຮ້ອນເທົ່ານັ້ນ. ທຸກສິ່ງລ້ວນແຕ່ອະນິຈັງທັງສິ້ນ. ຂ້າພະເຈົ້າກຳລັງແລ່ນໄລ່ໄປຕາມລົມ.
ໃນວັນເຫຼົ່ານັ້ນ ເປັນໜ້າເວດທະນາສົງສານຜູ້ຍິງຖືພາ ແລະ ແມ່ກັບລູກອ່ອນທີ່ຍັງກິນນົມຢູ່
ດ້ວຍວ່າ, ວັນທັງຫລາຍກຳລັງຈະມາເຖິງແລ້ວ ຄົນກໍຈະເວົ້າກັນວ່າ, ‘ຍິງທີ່ເປັນໝັນ ຍິງທີ່ບໍ່ເຄີຍອອກລູກ ແລະຍິງທີ່ບໍ່ເຄີຍລ້ຽງລູກ ພວກເຈົ້າກໍເປັນສຸກແທ້ນໍ.’