Biblia Todo Logo
Internet tuqin Biblia

- Anuncios ukanaka -




ປັນຍາຈານ 4:16 - ພຣະຄຳພີສັກສິ

16 ກະສັດ​ຜູ້ໜຶ່ງ​ອາດ​ປົກຄອງ​ປະຊາຊົນ​ຈຳນວນ​ນັບ​ບໍ່ໄດ້, ແຕ່​ຄົນ​ເຊັ່ນ​ຕໍ່ມາ​ບໍ່​ຮູ້ຈັກ​ບຸນຄຸນ​ໃນ​ສິ່ງ​ທີ່​ເພິ່ນ​ໄດ້​ເຮັດ​ຊໍ້າ. ມັນ​ຊ່າງ​ອະນິຈັງ ແລະ​ເປັນ​ດັ່ງ​ກຳລັງ​ແລ່ນ​ໄລ່​ໄປ​ຕາມ​ລົມ.

Uka jalj uñjjattʼäta Copia luraña




ປັນຍາຈານ 4:16
12 Jak'a apnaqawi uñst'ayäwi  

ພວກເຂົາ​ຖົກຖຽງ​ກັນ​ທົ່ວ​ໄປ​ໃນ​ປະເທດ​ວ່າ, “ກະສັດ​ດາວິດ​ໄດ້​ຊ່ວຍກູ້​ເອົາ​ພວກເຮົາ​ໃຫ້​ພົ້ນ​ຈາກ​ສັດຕູ ແລະ​ໃຫ້​ພົ້ນ​ຈາກ​ພວກ​ຟີລິດສະຕິນ, ແຕ່​ບັດນີ້ ເພິ່ນ​ໄດ້​ປະຖິ້ມ​ປະເທດ​ແລະ​ປົບໜີໄປ​ຈາກ​ອັບຊາໂລມ.


ແລ້ວ​ທຸກຄົນ​ກໍໄດ້​ຍ່າງ​ຕາມ​ເພິ່ນ​ຄືນ​ມາ ທັງ​ຮ້ອງໂຮ​ແລະ​ເປົ່າ​ຄຸ່ຍ​ດ້ວຍ​ຄວາມ​ຍິນດີ ສຽງດັງ​ຈົນ​ແຜ່ນດິນ​ສັ່ນສະເທືອນ.


ຂ້າພະເຈົ້າ​ເຄີຍ​ເຫັນ​ສັບພະທຸກສິ່ງ​ທີ່​ຄົນ​ໄດ້​ເຮັດ​ຢູ່ໃຕ້​ດວງຕາເວັນ ແລະ​ຂ້າພະເຈົ້າ​ຂໍ​ບອກ​ວ່າ, ສິ່ງ​ເຫຼົ່ານັ້ນ​ລ້ວນແຕ່​ອະນິຈັງ​ທັງສິ້ນ. ເປັນ​ດັ່ງ​ການ​ແລ່ນ​ໄລ່​ໄປ​ຕາມ​ລົມ.


ແລ້ວ​ຂ້າພະເຈົ້າ​ກໍ​ຕຶກຕອງ​ເບິ່ງ​ສິ່ງ​ທັງໝົດ ແລະ​ເຫື່ອແຮງ​ທີ່​ໄດ້​ທຸ້ມເທ​ເຮັດ​ສິ່ງ​ເຫຼົ່ານັ້ນ. ດັ່ງນັ້ນ ຂ້າພະເຈົ້າ​ຈຶ່ງ​ເຫັນ​ໄດ້​ຢ່າງ​ຈະແຈ້ງ​ວ່າ ສິ່ງ​ນັ້ນ​ບໍ່ມີ​ຄວາມໝາຍ​ຫຍັງ​ເລີຍ. ເປັນ​ດັ່ງ​ການ​ແລ່ນ​ໄລ່​ໄປ​ຕາມ​ລົມ ຄື​ທຸກສິ່ງ​ຢູ່ໃຕ້​ດວງຕາເວັນ​ລ້ວນແຕ່​ອະນິຈັງ​ທັງສິ້ນ.


ສະນັ້ນ ສຳລັບ​ຂ້າພະເຈົ້າ​ແລ້ວ ຊີວິດ​ຈຶ່ງ​ກາຍເປັນ​ສິ່ງ​ທີ່​ບໍ່ມີ​ຄວາມໝາຍ​ຫຍັງ ເພາະ​ທຸກສິ່ງ​ທີ່​ຢູ່ໃຕ້​ດວງຕາເວັນ​ບໍ່ໄດ້​ນຳ​ຫຍັງ​ເລີຍ​ມາ​ໃຫ້​ຂ້າພະເຈົ້າ ນອກຈາກ​ຄວາມ​ເດືອດຮ້ອນ​ເທົ່ານັ້ນ. ທຸກສິ່ງ​ລ້ວນແຕ່​ອະນິຈັງ​ທັງສິ້ນ. ຂ້າພະເຈົ້າ​ກຳລັງ​ແລ່ນ​ໄລ່​ໄປ​ຕາມ​ລົມ.


ພຣະເຈົ້າ​ໃຫ້​ປັນຍາ, ຄວາມຮູ້ ແລະ​ຄວາມສຸກ​ແກ່​ຜູ້​ທີ່​ພຣະອົງ​ພໍພຣະໄທ​ນຳ. ແຕ່​ພຣະອົງ​ເຮັດ​ໃຫ້​ຄົນບາບ​ເຮັດ​ວຽກ​ໜັກ, ຫາຢູ່​ຫາກິນ ແລະ​ທ້ອນໂຮມ​ໄວ້ ເພື່ອ​ວ່າ​ພຣະອົງ​ຈະ​ເອົາ​ສິ່ງ​ທີ່​ລາວ​ຫາ​ມາ​ໄດ້​ນັ້ນ ໃຫ້​ແກ່​ຜູ້​ທີ່​ພຣະອົງ​ພໍພຣະໄທ​ນຳ. ທຸກສິ່ງ​ລ້ວນແຕ່​ອະນິຈັງ​ທັງສິ້ນ ເປັນ​ດັ່ງ​ກຳລັງ​ແລ່ນ​ໄລ່​ໄປ​ຕາມ​ລົມ.


ຂ້າພະເຈົ້າ​ໄດ້​ສັງເກດ​ເຫັນ​ວ່າ ທຸກຄົນ​ຢູ່​ໃຕ້​ດວງຕາເວັນ​ຕ່າງ​ກໍ​ຈະ​ເຂົ້າຂ້າງ​ຊາຍໜຸ່ມ ຜູ້​ທີ່​ຈະ​ຂຶ້ນ​ເປັນ​ກະສັດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka