ປັນຍາຈານ 4:13 - ພຣະຄຳພີສັກສິ13-14 ຄົນຜູ້ໜຶ່ງອາດລຸກຂຶ້ນຈາກຄວາມທຸກລຳບາກ ກາຍມາເປັນກະສັດຂອງປະເທດຕົນກໍໄດ້ ຫລືອອກຈາກຄຸກໄປສູ່ບັນລັງກໍໄດ້, ແຕ່ເມື່ອໃດລາວແກ່ຕົວໄປແລ້ວ ແລະຍັງໂງ່ຈ້າບໍ່ຍອມຟັງຄຳແນະນຳຢູ່ ລາວກໍສູ້ຄົນໜຸ່ມທີ່ຍາກຈົນແຕ່ສະຫລຽວສະຫລາດບໍ່ໄດ້. Uka jalj uñjjattʼäta |
ອາມາຊີຢາເວົ້າຕັດບົດວ່າ, “ເຮົາແຕ່ງຕັ້ງເຈົ້າໃຫ້ເປັນທີ່ປຶກສາຂອງກະສັດເມື່ອໃດ? ຈົ່ງຢຸດເວົ້າແມ ຫລືຈະໃຫ້ເຮົາຂ້າເຈົ້າເສຍ.” ແຕ່ຜູ້ທຳນວາຍເວົ້າສວນຂຶ້ນ ແລະບອກເພິ່ນວ່າ, “ບັດນີ້ ຂ້ານ້ອຍຮູ້ວ່າພຣະເຈົ້າໄດ້ຕັດສິນໃຈທຳລາຍທ່ານແລ້ວ ເພາະທ່ານໄດ້ເຮັດສິ່ງທັງໝົດນີ້ ແລະຍັງບໍ່ຍອມຟັງຄຳຕັກເຕືອນຂອງຂ້ານ້ອຍ.”