Biblia Todo Logo
Internet tuqin Biblia

- Anuncios ukanaka -




ປັນຍາຈານ 4:12 - ພຣະຄຳພີສັກສິ

12 ສອງ​ຄົນ​ຍ່ອມ​ຕ້ານທານ​ການ​ໂຈມຕີ​ທີ່​ຈະ​ເອົາ​ຊະນະ​ຄົນດຽວ​ໄດ້ ເຊືອກ​ສາມ​ກຽວ​ກໍ​ຂາດ​ໄດ້​ຍາກ.

Uka jalj uñjjattʼäta Copia luraña




ປັນຍາຈານ 4:12
8 Jak'a apnaqawi uñst'ayäwi  

ຈອມສາມ​ທະຫານເອກ​ຈຶ່ງ​ໄດ້​ບຸກ​ຜ່ານ​ຄ້າຍ​ຂອງ​ພວກ​ຟີລິດສະຕິນ ໄປ​ຕັກ​ນໍ້າ​ຈາກ​ສ້າງ ແລະ​ເອົາ​ນໍ້າ​ມາ​ໃຫ້​ກະສັດ​ດາວິດ​ດື່ມ, ແຕ່​ແທນ​ທີ່​ເພິ່ນ​ຈະ​ດື່ມ ເພິ່ນ​ຊໍ້າ​ຖອກ​ນໍ້າ​ນັ້ນ​ລົງ​ດິນ ເປັນ​ເຄື່ອງບູຊາ​ຖວາຍ​ແກ່​ພຣະເຈົ້າຢາເວ


ລາວ​ເປັນ​ຜູ້​ເກັ່ງກ້າ​ໃນ​ທ່າມກາງ​ພວກເຂົາ ແຕ່​ຍັງ​ບໍ່ມີ​ຊື່ສຽງ​ເທົ່າ​ກັບ​ຈອມສາມ​ທະຫານເອກ. ກະສັດ​ດາວິດ​ໄດ້​ເອົາ​ລາວ​ເປັນ​ທະຫານ​ປ້ອງກັນ​ຕົວ​ຂອງເພິ່ນ.


ຜູ້​ທີສອງ​ຂອງ​ຈອມສາມ​ທະຫານເອກ​ແມ່ນ​ເອເລອາຊາ ລູກຊາຍ​ຂອງ​ໂດໂດ​ໃນ​ຕະກຸນ​ອາໂຮ. ມື້​ໜຶ່ງ ເອເລອາຊາ​ກັບ​ກະສັດ​ດາວິດ​ໄດ້​ທ້າທາຍ​ຊາວ​ຟີລິດສະຕິນ ທີ່​ມາ​ເຕົ້າໂຮມ​ກັນ​ເພື່ອ​ຈະ​ເຮັດ​ເສິກ. ຊາວ​ອິດສະຣາເອນ​ໄດ້​ຖອຍໄປ,


ດັ່ງນັ້ນ ຖ້າ​ສອງ​ຄົນ​ນອນ​ດ້ວຍ​ກັນ​ກໍ​ອົບອຸ່ນ​ໄດ້, ແຕ່​ຖ້າ​ນອນ​ຄົນດຽວ ເຮັດ​ແນວ​ໃດ​ຈຶ່ງ​ຈະ​ມີ​ຄວາມ​ອົບອຸ່ນ?


ຄົນ​ຜູ້ໜຶ່ງ​ອາດ​ລຸກ​ຂຶ້ນ​ຈາກ​ຄວາມທຸກ​ລຳບາກ ກາຍ​ມາ​ເປັນ​ກະສັດ​ຂອງ​ປະເທດ​ຕົນ​ກໍໄດ້ ຫລື​ອອກ​ຈາກ​ຄຸກ​ໄປ​ສູ່​ບັນລັງ​ກໍໄດ້, ແຕ່​ເມື່ອໃດ​ລາວ​ແກ່ຕົວ​ໄປ​ແລ້ວ ແລະ​ຍັງ​ໂງ່ຈ້າ​ບໍ່​ຍອມ​ຟັງ​ຄຳແນະນຳ​ຢູ່ ລາວ​ກໍ​ສູ້​ຄົນໜຸ່ມ​ທີ່​ຍາກຈົນ​ແຕ່​ສະຫລຽວ​ສະຫລາດ​ບໍ່ໄດ້.


ຈົ່ງ​ພຽນ​ພະຍາຍາມ​ເອົາ​ສັນຕິສຸກ​ຜູກມັດ ເພື່ອ​ຮັກສາ​ຄວາມ​ເປັນ​ນໍ້າໜຶ່ງ​ໃຈດຽວກັນ ຊຶ່ງ​ພຣະວິນຍານ​ຊົງ​ປະທານ​ໃຫ້​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka