Biblia Todo Logo
Internet tuqin Biblia

- Anuncios ukanaka -




ປັນຍາຈານ 4:10 - ພຣະຄຳພີສັກສິ

10 ຖ້າ​ຜູ້ໜຶ່ງ​ໃນ​ສອງ​ຄົນ​ນັ້ນ​ລົ້ມລົງ ຜູ້ໜຶ່ງ​ກໍ​ຊູ​ລາວ​ໃຫ້​ລຸກ​ຂຶ້ນ​ໄດ້. ແຕ່​ຖ້າ​ມີ​ຄົນດຽວ​ແລະ​ລົ້ມລົງ ກໍ​ເປັນ​ໜ້າ​ອີດູຕົນ​ແທ້ໆ ເພາະ​ບໍ່ມີ​ຜູ້ໃດ​ຊ່ວຍ​ລາວ​ເລີຍ.

Uka jalj uñjjattʼäta Copia luraña




ປັນຍາຈານ 4:10
17 Jak'a apnaqawi uñst'ayäwi  

ຕໍ່ມາ ກາອິນ​ໄດ້​ເວົ້າ​ກັບ​ອາເບັນ​ນ້ອງຊາຍ​ຂອງຕົນ​ວ່າ, “ເຮົາ​ພາກັນ​ໄປ​ຍ່າງ​ຫລິ້ນ​ທີ່​ທົ່ງນາ​ເທາະ.” ເມື່ອ​ສອງ​ອ້າຍ​ນ້ອງ​ໄປ​ທີ່​ທົ່ງນາ ກາອິນ​ກໍ​ໂດດ​ໃສ່​ນ້ອງຊາຍ​ຂອງຕົນ​ແລະ​ຂ້າ​ລາວ​ເສຍ.


ເມື່ອ​ໝົດ​ກຳນົດ​ໄວ້ທຸກ​ແລ້ວ ກະສັດ​ດາວິດ​ກໍ​ໃຫ້​ຄົນ​ໄປ​ນຳ​ນາງ​ມາ​ທີ່​ວັງ. ນາງ​ຈຶ່ງ​ກາຍເປັນ​ເມຍ​ຂອງ​ເພິ່ນ ແລະ​ເກີດ​ລູກຊາຍ​ຄົນ​ໜຶ່ງ​ໃຫ້​ເພິ່ນ. ແຕ່​ພຣະເຈົ້າຢາເວ​ບໍ່​ພໍໃຈ​ກັບ​ສິ່ງ​ທີ່​ກະສັດ​ດາວິດ​ໄດ້​ເຮັດ​ນັ້ນ.


ຂ້ານ້ອຍ​ມີ​ລູກຊາຍ​ສອງ​ຄົນ, ແຕ່​ມື້​ໜຶ່ງ​ທັງສອງ​ໄດ້​ເກີດ​ຜິດຖຽງກັນ​ຢູ່​ໃນ​ທົ່ງນາ ແລະ​ບໍ່ມີ​ຜູ້ໃດ​ແຍກ​ພວກເຂົາ​ອອກ​ຈາກ​ກັນ​ໄດ້. ລູກຊາຍ​ຄົນ​ໜຶ່ງ​ຈຶ່ງ​ໄດ້​ຂ້າ​ລູກຊາຍ​ອີກ​ຄົນ​ໜຶ່ງ​ຕາຍ.


ແລ້ວ​ເພິ່ນ​ກໍ​ຖາມ​ອາໂຣນ​ວ່າ, “ປະຊາຊົນ​ພວກ​ນີ້​ໄດ້​ເຮັດ​ຫຍັງ​ໃຫ້​ເຈົ້າ ເຈົ້າ​ຈຶ່ງ​ພາ​ພວກເຂົາ​ເຮັດ​ບາບ​ຢ່າງ​ຫລວງຫຼາຍ​ເຊັ່ນນີ້?”


ດັ່ງນັ້ນ ຖ້າ​ສອງ​ຄົນ​ນອນ​ດ້ວຍ​ກັນ​ກໍ​ອົບອຸ່ນ​ໄດ້, ແຕ່​ຖ້າ​ນອນ​ຄົນດຽວ ເຮັດ​ແນວ​ໃດ​ຈຶ່ງ​ຈະ​ມີ​ຄວາມ​ອົບອຸ່ນ?


ສອງ​ຄົນ​ດີກວ່າ​ຄົນດຽວ ເພາະ​ວຽກ​ຂອງ​ເຂົາ​ທີ່​ເຮັດ​ກໍ​ເກີດຜົນ​ດີກວ່າ.


ພີ່ນ້ອງ​ທັງຫລາຍ​ເອີຍ, ຖ້າ​ພວກເຮົາ​ຫາກ​ພົບ​ຄົນ​ທີ່​ຫລົງ​ເຮັດ​ຜິດ​ປະການ​ໃດ​ປະການ​ໜຶ່ງ ພວກເຈົ້າ​ທີ່​ຢູ່​ຝ່າຍ​ພຣະວິນຍານ ຄວນ​ຊ່ວຍ​ສ້າງ​ຜູ້ນັ້ນ​ດ້ວຍ​ຄວາມ​ສຸພາບ​ອ່ອນຫວານ​ໃຫ້​ກັບຄືນ​ດີ​ໃໝ່ ຈົ່ງ​ຄອຍ​ລະວັງຕົວ​ເອົາ​ໄວ້ ເພື່ອ​ວ່າ​ຕົນເອງ​ຈະ​ບໍ່ໄດ້​ຖືກ​ທົດລອງ​ໃຫ້​ເຮັດ​ຜິດ​ເໝືອນກັນ.


ດ້ວຍເຫດນີ້ ຈົ່ງ​ເລົ້າໂລມ​ອອຍໃຈ​ຊຶ່ງກັນແລະກັນ ດ້ວຍ​ຂໍ້ຄວາມ​ເຫຼົ່ານີ້​ເທີ້ນ.


ເພາະສະນັ້ນ ຈົ່ງ​ຊູ​ກຳລັງ​ໃຈ​ຊຶ່ງກັນແລະກັນ ແລະ​ຈົ່ງ​ຊ່ວຍເຫລືອ​ກັນ​ໃຫ້​ຈະເລີນ​ຂຶ້ນ ຕາມ​ທີ່​ພວກເຈົ້າ​ເຮັດ​ຢູ່​ນັ້ນ.


ໂຢນາທານ​ໄດ້​ໄປ​ຫາ​ດາວິດ​ທີ່​ນັ້ນ ແລະ​ໃຫ້​ກຳລັງໃຈ​ເພິ່ນ​ດ້ວຍ​ຄວາມ​ເຊື່ອໝັ້ນ​ວ່າ ພຣະເຈົ້າຢາເວ​ຈະ​ເປັນ​ຜູ້​ປົກປັກ​ຮັກສາ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka