Biblia Todo Logo
Internet tuqin Biblia

- Anuncios ukanaka -




ປັນຍາຈານ 3:7 - ພຣະຄຳພີສັກສິ

7 ເວລາ​ສຳລັບ​ຈີກ ແລະ​ເວລາ​ສຳລັບ​ຫຍິບ ເວລາ​ສຳລັບ​ມິດງຽບ ແລະ​ເວລາ​ສຳລັບ​ເວົ້າຈາ.

Uka jalj uñjjattʼäta Copia luraña




ປັນຍາຈານ 3:7
32 Jak'a apnaqawi uñst'ayäwi  

ເມື່ອ​ຣູເບັນ​ກັບ​ໄປ​ເບິ່ງ​ທີ່​ນໍ້າສ້າງ ແລະ​ບໍ່​ພົບ​ໂຢເຊັບ​ຢູ່​ທີ່​ນັ້ນ ລາວ​ຈຶ່ງ​ຈີກ​ເຄື່ອງນຸ່ງຫົ່ມ​ຂອງຕົນ​ດ້ວຍ​ຄວາມທຸກໃຈ​ຢ່າງ​ໜັກ.


ຢາໂຄບ​ຈີກ​ເສື້ອ​ຕົນເອງ​ໄວ້ທຸກ ແລະ​ນຸ່ງ​ເສື້ອ​ທີ່​ເຮັດ​ດ້ວຍ​ຜ້າ​ກະສອບ​ເຂົ້າ. ເພິ່ນ​ໄວ້ທຸກ​ໃຫ້​ລູກຊາຍ​ຂອງຕົນ​ເປັນ​ເວລາ​ນານ.


ຢູດາ​ໄດ້​ເຂົ້າ​ໄປ​ຫາ​ໂຢເຊັບ ແລະ​ຂໍຮ້ອງ​ວ່າ, “ທ່ານເອີຍ ກະລຸນາ​ໃຫ້​ຂ້ານ້ອຍ​ໄດ້​ເວົ້າ​ກັບ​ທ່ານ​ຢ່າງ​ກົງໄປ​ກົງມາ​ແດ່ທ້ອນ. ຢ່າ​ຟ້າວ​ຮ້າຍ​ໃຫ້​ຂ້ານ້ອຍ​ເລີຍ; ທ່ານເອງ​ກໍ​ເປັນ​ດັ່ງ​ກະສັດ.


ຂ້ານ້ອຍ​ຈະ​ກັບຄືນ​ເມືອ​ຫາ​ພໍ່​ໄດ້​ຢ່າງ​ໃດ ໃນ​ເມື່ອ​ບໍ່ມີ​ເດັກ​ຄົນ​ນີ້​ເມືອ​ນຳ? ຂ້ານ້ອຍ​ທົນ​ເບິ່ງ​ເພິ່ນ​ທໍລະມານ​ໃຈ​ຕາຍ​ບໍ່ໄດ້ດອກ.”


ດາວິດ​ຈຶ່ງ​ຈີກ​ເຄື່ອງນຸ່ງ​ຂອງຕົນ​ດ້ວຍ​ຄວາມ​ເສຍໃຈ ແລະ​ຄົນ​ທັງຫລາຍ​ຂອງ​ເພິ່ນ​ທຸກຄົນ​ກໍ​ເຮັດ​ຄືກັນ.


ແລ້ວ​ດາວິດ​ກໍ​ສັ່ງ​ໃຫ້​ໂຢອາບ ແລະ​ຄອບຄົວ​ຂອງຕົນ ຈີກ​ເຄື່ອງນຸ່ງຫົ່ມ​ຂອງ​ພວກເຂົາ ແລະ​ໃສ່​ຜ້າ​ກະສອບ​ເຂົ້າ​ໄວ້ທຸກ​ໃຫ້​ອັບເນ. ໃນ​ພິທີ​ສົ່ງສະການ ກະສັດ​ດາວິດ​ໄດ້​ຍ່າງ​ຕາມຫລັງ​ຫີບ​ສົບ​ຂອງ​ອັບເນ.


ເມື່ອ​ເອລີຢາ​ເວົ້າ​ຈົບ ກະສັດ​ອາຮາບ​ກໍ​ຈີກ​ເສື້ອ​ຂອງຕົນ​ແກ້​ອອກ ແລະ​ນຸ່ງ​ຜ້າ​ກະສອບ​ເຂົ້າ. ເພິ່ນ​ບໍ່​ຍອມ​ກິນ​ຫຍັງ ແລະ​ນອນ​ຢູ່​ແຕ່​ໃນ​ຜ້າ​ກະສອບ​ເຂົ້າ​ທັງ​ໂສກເສົ້າ ແລະ​ເປັນທຸກໃຈ.


ປະຊາຊົນ​ໄດ້​ພາກັນ​ມິດງຽບ ຕາມ​ທີ່​ກະສັດ​ໄດ້​ສັ່ງ​ພວກເຂົາ​ໄວ້; ພວກເຂົາ​ບໍ່​ຕອບ​ຫຍັງ​ຈັກ​ຄຳ.


ເມື່ອ​ກະສັດ​ແຫ່ງ​ອິດສະຣາເອນ​ໄດ້​ອ່ານ​ຈົດໝາຍ​ນັ້ນ​ແລ້ວ, ເພິ່ນ​ກໍ​ຈີກ​ເຄື່ອງນຸ່ງ​ຂອງຕົນ​ດ້ວຍ​ຄວາມທຸກໃຈ ແລະ​ຮ້ອງ​ຂຶ້ນ​ວ່າ, “ກະສັດ​ແຫ່ງ​ຊີເຣຍ​ຫວັງ​ຢາກ​ໃຫ້​ເຮົາ​ປິ່ນປົວ​ຊາຍ​ຄົນ​ນີ້​ໃຫ້​ດີ​ໄດ້​ຢ່າງ​ໃດ? ເພິ່ນ​ຄິດ​ວ່າ​ເຮົາ​ເປັນ​ພຣະເຈົ້າ ທີ່​ມີ​ອຳນາດ​ບອກ​ໃຫ້​ຕາຍ ຫລື​ໃຫ້​ເປັນ​ໄດ້​ຊັ້ນບໍ? ມັນ​ເປັນ​ການ​ຈະແຈ້ງ​ແລ້ວ​ວ່າ​ລາວ​ຊອກຫາ​ເລື່ອງ​ເກາະຜິດ​ກັບ​ເຮົາ.”


ເມື່ອ​ໄດ້ຍິນ​ດັ່ງນັ້ນ ກະສັດ​ຈຶ່ງ​ຈີກ​ເຄື່ອງນຸ່ງ​ຂອງຕົນ​ດ້ວຍ​ຄວາມທຸກໃຈ ແລະ​ປະຊາຊົນ​ທີ່​ຢູ່​ຕາມ​ກຳແພງ​ກໍ​ໄດ້​ເຫັນ​ເພິ່ນ​ນຸ່ງ​ເຄື່ອງ​ທີ່​ເຮັດ​ດ້ວຍ​ຜ້າ​ກະສອບເຂົ້າ ຊ້ອນ​ໄວ້​ທາງ​ໃນ​ເຄື່ອງນຸ່ງ​ຂອງ​ເພິ່ນ.


ປະຊາຊົນ​ຂອງ​ຂ້ານ້ອຍ​ແລະ​ຂ້ານ້ອຍ​ເອງ​ໄດ້​ຖືກ​ຂາຍ​ເພື່ອ​ໃຫ້​ຖືກ​ສັງຫານໝູ່. ຖ້າ​ບໍ່ມີ​ຫຍັງ​ຮ້າຍແຮງ​ກວ່າ​ການ​ຖືກ​ຂາຍ​ໄປ​ເປັນ​ທາດຮັບໃຊ້ ຂ້ານ້ອຍ​ຈະ​ມິດ​ຢູ່ ແລະ​ຈະ​ບໍ່​ລົບກວນ​ທ່ານ​ໃນ​ເລື່ອງ​ນີ້; ແຕ່​ພວກ​ຂ້ານ້ອຍ​ກຳລັງ​ຈະ​ຖືກ​ທຳລາຍ​ລ້າງຜານ​ໃຫ້​ສູນສິ້ນໄປ.”


ແລ້ວ​ພວກເຂົາ​ກໍ​ນັ່ງ​ລົງ​ກັບ​ພື້ນດິນ​ທີ່​ນັ້ນ​ນຳ​ລາວ ເປັນ​ເວລາ​ເຈັດ​ວັນ​ແລະ​ເຈັດ​ຄືນ ໂດຍ​ບໍ່​ເວົ້າ​ຈາ​ຫຍັງ​ຈັກ​ຄຳ ຍ້ອນ​ພວກເຂົາ​ເຫັນ​ໂຢບ​ທົນທຸກ​ຢ່າງໜັກ.


ຂ້ອຍ​ງັບ​ປາກ​ມິດງຽບ ແລະ​ບໍ່​ເວົ້າຈາ​ຫຍັງ ເຖິງ​ແມ່ນ​ວ່າ​ເປັນ​ເລື່ອງ​ດີ​ກໍຕາມ


ພຣະອົງ​ຕັ້ງ​ເວລາ​ສຳລັບ​ພົບພໍ້ ແລະ​ເວລາ​ສຳລັບ​ສູນເສຍ​ໄປ ເວລາ​ສຳລັບ​ເກັບ​ຮັກສາ​ໄວ້ ແລະ​ເວລາ​ສຳລັບ​ໂຍນ​ຖິ້ມ​ໄປ


ປະຊາຊົນ​ພາກັນ​ມິດງຽບ​ບໍ່​ຕອບ​ຫຍັງ​ຈັກ​ຄຳ ດັ່ງ​ທີ່​ກະສັດ​ເຮເຊກີຢາ​ໄດ້​ສັ່ງ​ພວກເຂົາ​ໄວ້.


ແຕ່​ບໍ່​ເຫັນ​ກະສັດ​ຫລື​ຂ້າຣາຊການ​ຂອງ​ເພິ່ນ​ຜູ້ໜຶ່ງ​ຜູ້ໃດ ທີ່​ໄດ້ຍິນ​ຖ້ອຍຄຳ​ທັງໝົດ​ນັ້ນ​ແລ້ວ​ເກີດ​ຢ້ານກົວ ຫລື​ສະແດງ​ຄວາມ​ເສຍໃຈ​ແຕ່​ຢ່າງໃດ.


ປະຊາຊົນ​ຂອງ​ພຣະເຈົ້າ​ໄດ້​ຖາມ​ກັນ​ວ່າ, “ເປັນຫຍັງ​ຈຶ່ງ​ເມົາ​ນັ່ງ​ເສີຍ​ຢູ່? ຮິບ​ມາ​ເຖີດ ໃຫ້​ພວກເຮົາ​ແລ່ນ​ໄປ​ສູ່​ເມືອງ​ທີ່​ມີ​ປ້ອມ​ປ້ອງກັນ ແລະ​ຕາຍ​ຢູ່​ໃນ​ທີ່ນັ້ນ. ເພາະວ່າ ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ​ໄດ້​ລົງໂທດ​ພວກເຮົາ​ໃຫ້​ເຖິງ​ຕາຍ​ສາ​ແລ້ວ; ພຣະອົງ​ໄດ້​ໃຫ້​ພວກເຮົາ​ດື່ມ​ຢາ​ເບື່ອ ຍ້ອນ​ພວກເຮົາ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະອົງ.


ເມື່ອ​ພວກເຮົາ​ໄດ້​ຮັບ​ຄວາມ​ທົນທຸກ​ທໍລະມານ ກໍ​ຄວນ​ນັ່ງ​ຢູ່​ຄົນດຽວ​ອົດທົນ​ຢ່າງ​ມິດງຽບ;


ໃຫ້​ໃຈ​ປວດລ້າວ​ສໍ່​ໃຫ້​ເຫັນ​ເຈົ້າ​ເສົ້າ​ເສຍໃຈ ຈີກ​ເຄື່ອງນຸ່ງ​ຂອງຕົນ​ບໍ່​ເປັນ​ການ​ພຽງພໍ​ດອກ.” ຈົ່ງ​ກັບ​ມາ​ຫາ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເຈົ້າ​ສາ ພຣະອົງ​ຊົງ​ຄຸນຄວາມດີ​ແລະ​ເມດຕາ​ເຕັມ​ລົ້ນ; ພຣະອົງ​ອົດທົນ​ແລະ​ເຮັດ​ທຸກຢ່າງ​ຕາມ​ພຣະສັນຍາ ພ້ອມ​ສະເໝີ​ທີ່​ຈະ​ໃຫ້​ອະໄພ​ແລະ​ຍົກໂທດ​ໃຫ້.


ເພາະສະນັ້ນ ການ​ມິດງຽບ​ຢູ່​ໃນ​ຄາວ​ແຫ່ງ​ຄວາມ​ຊົ່ວຮ້າຍ​ນີ້ ຈຶ່ງ​ເປັນ​ການ​ສະຫລາດ​ທີ່​ຄວນ​ເຮັດ.


ພຣະເຈົ້າຢາເວ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ ໃນ​ວັນ​ນັ້ນ ສຽງ​ຮ້ອງເພງ​ໃນ​ວັງ​ຈະ​ກາຍເປັນ​ສຽງ​ຄໍ່າຄວນ. ຊາກສົບ​ຂອງ​ຄົນ​ຕາຍ​ຈະ​ມີ​ຢູ່​ທຸກ​ບ່ອນ. ພວກເຂົາ​ຈະ​ຖືກ​ໂຍນ​ຖິ້ມ​ອອກ​ໄປ​ຢູ່​ໃນ​ຄວາມງຽບ.”


ຢ່າ​ເຊື່ອ​ເພື່ອນບ້ານ​ຫລື​ໄວ້ໃຈ​ເພື່ອນມິດ​ຂອງຕົນ. ຈົ່ງ​ລະວັງ​ໃນ​ສິ່ງ​ທີ່​ພວກເຈົ້າ​ເວົ້າ ແມ່ນແຕ່​ກັບ​ເມຍ​ຂອງ​ພວກເຈົ້າ​ກໍດີ.


ດ້ວຍວ່າ, ເປັນ​ໄປ​ບໍ່ໄດ້​ທີ່​ຈະ​ໃຫ້​ພວກ​ຂ້າພະເຈົ້າ​ປິດບັງ ບໍ່​ໃຫ້​ເວົ້າ​ສິ່ງ​ທີ່​ໄດ້​ເຫັນ​ແລະ​ໄດ້ຍິນ.”


ດັ່ງນັ້ນ ເປໂຕ​ຈຶ່ງ​ລຸກ​ຂຶ້ນ​ໄປ​ກັບ​ພວກເຂົາ ເມື່ອ​ມາ​ເຖິງ​ແລ້ວ ພວກເຂົາ​ກໍ​ນຳ​ເພິ່ນ​ຂຶ້ນ​ໄປ​ທີ່​ຫ້ອງ​ຊັ້ນ​ເທິງ ຊຶ່ງ​ມີ​ແມ່ໝ້າຍ​ທັງໝົດ​ໄດ້​ມາ​ອ້ອມ​ເພິ່ນ​ໄວ້ ທັງ​ຮ້ອງໄຫ້ ແລະ​ຊີ້​ໃຫ້​ເຫັນ​ເສື້ອຜ້າ ແລະ​ເສື້ອ​ຊັ້ນນອກ​ຕ່າງໆ​ທີ່​ໂດຣະກາ​ເປັນ​ຜູ້​ເຮັດ ເມື່ອ​ນາງ​ຍັງ​ມີ​ຊີວິດ​ຢູ່​ກັບ​ພວກ​ຕົນ.


ໂຊນ​ຕອບ​ວ່າ, “ເພິ່ນ​ໄດ້​ບອກ​ພວກຂ້ອຍ​ວ່າ ລໍ​ນັ້ນ​ໄດ້​ພົບແລ້ວ.” ສ່ວນ​ເລື່ອງ​ທີ່​ຊາມູເອນ​ບອກ​ວ່າ, ລາວ​ຈະ​ຂຶ້ນ​ເປັນ​ກະສັດ​ນັ້ນ ລາວ​ບໍ່ໄດ້​ບອກ​ໃຫ້​ລູງ​ຮູ້ຈັກ​ນຳ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka