Biblia Todo Logo
Internet tuqin Biblia

- Anuncios ukanaka -




ປັນຍາຈານ 3:6 - ພຣະຄຳພີສັກສິ

6 ພຣະອົງ​ຕັ້ງ​ເວລາ​ສຳລັບ​ພົບພໍ້ ແລະ​ເວລາ​ສຳລັບ​ສູນເສຍ​ໄປ ເວລາ​ສຳລັບ​ເກັບ​ຮັກສາ​ໄວ້ ແລະ​ເວລາ​ສຳລັບ​ໂຍນ​ຖິ້ມ​ໄປ

Uka jalj uñjjattʼäta Copia luraña




ປັນຍາຈານ 3:6
22 Jak'a apnaqawi uñst'ayäwi  

ແລະ​ປ້ອງ​ຝູງສັດ​ນຳ​ໜ້າ​ອອກ​ເດີນທາງ​ກັບຄືນ​ເມືອ​ຫາ​ເມືອງ​ພໍ່​ຂອງຕົນ.


ແຕ່​ເພິ່ນ​ກ່າວ​ຕໍ່​ລາວ​ວ່າ, “ເມື່ອ​ຊາຍ​ຄົນ​ນັ້ນ​ລົງ​ແຕ່​ລົດມ້າ​ມາ​ຫາ​ເຈົ້າ ຈິດວິນຍານ​ຂອງຂ້ອຍ​ບໍ່ໄດ້​ຢູ່​ໃນ​ບ່ອນ​ນັ້ນ​ຊັ້ນບໍ? ນີ້​ບໍ່ແມ່ນ​ເວລາ​ຮັບ​ເອົາ​ເງິນ ແລະ​ເຄື່ອງນຸ່ງ, ສວນ​ໝາກກອກເທດ ແລະ​ສວນອະງຸ່ນ, ແກະ​ແລະ​ງົວ ຫລື​ຄົນ​ຮັບໃຊ້.


ເຂົາ​ທັງຫລາຍ​ຈຶ່ງ​ໄດ້​ຕິດຕາມ​ໄປ​ຈົນເຖິງ​ແມ່ນໍ້າ​ຈໍແດນ. ເມື່ອ​ເດີນທາງ​ໄປ​ນັ້ນ ພວກເຂົາ​ພົບ​ເຫັນ​ເຄື່ອງນຸ່ງ ແລະ​ເຄື່ອງໃຊ້​ທີ່​ຊາວ​ຊີເຣຍ​ໄດ້​ປະຖິ້ມ​ໄວ້​ຕາມ​ທາງ ຕອນ​ພວກເຂົາ​ໄດ້​ປົບໜີໄປ. ຄົນ​ເຫຼົ່ານີ້​ຈຶ່ງ​ກັບ​ມາ​ລາຍງານ​ຕໍ່​ກະສັດ.


ດັ່ງນັ້ນ ຮາຊາເອນ​ຈຶ່ງ​ຈັດ​ເອົາ​ຜະລິດທະພັນ​ທຸກ​ຊະນິດ​ຢ່າງດີ​ທີ່ສຸດ ໃນ​ນະຄອນ​ດາມັສກັດ​ບັນທຸກ​ໃສ່​ຫລັງ​ອູດ​ສີ່ສິບ​ໂຕ ໄປ​ຫາ​ເອລີຊາ. ເມື່ອ​ຮາຊາເອນ​ເຫັນ​ເອລີຊາ ລາວ​ກໍ​ກ່າວ​ແກ່​ເພິ່ນ​ວ່າ, “ກະສັດ​ເບັນຮາດາດ​ຜູ້ຮັບໃຊ້​ຂອງທ່ານ​ໄດ້​ສົ່ງ​ຂ້ານ້ອຍ​ມາ​ຖາມ​ທ່ານ​ວ່າ ເພິ່ນ​ຈະ​ຫາຍ​ປ່ວຍ​ຫລື​ບໍ່?”


ລາວ​ໃຫ້​ທານ​ຢ່າງ​ເຜື່ອແຜ່​ແກ່​ຄົນ​ຂັດສົນ ແລະ​ຄວາມ​ເມດຕາ​ກໍ​ບໍ່ເຄີຍ​ລົດໜ້ອຍ​ລົງ ລາວ​ຈະ​ມີ​ອຳນາດ​ທັງ​ຈະ​ມີ​ຄົນ​ເຄົາຣົບ​ນັບຖື​ດ້ວຍ.


ຈົ່ງ​ລົງທຶນ​ຄ້າຂາຍ​ກັບ​ຕ່າງ​ປະເທດ ແລະ​ໃນ​ມື້​ໜຶ່ງ​ເຈົ້າ​ກໍ​ຈະ​ໄດ້​ກຳໄລ.


ເວລາ​ສຳລັບ​ໂຍນ​ຫີນ​ຖິ້ມ ແລະ​ເວລາ​ສຳລັບ​ກອງ​ຫີນ​ໄວ້​ຄືນ ເວລາ​ສຳລັບ​ກອດ​ຈູບ ແລະ​ເວລາ​ສຳລັບ​ບໍ່​ກອດ​ຈູບ.


ເວລາ​ສຳລັບ​ຈີກ ແລະ​ເວລາ​ສຳລັບ​ຫຍິບ ເວລາ​ສຳລັບ​ມິດງຽບ ແລະ​ເວລາ​ສຳລັບ​ເວົ້າຈາ.


ເມື່ອ​ວັນ​ນັ້ນ​ມາ​ເຖິງ ພວກເຂົາ​ຈະ​ໂຍນ​ຮູບເຄົາຣົບ​ເປັນ​ເງິນ​ເປັນ​ຄຳ ທີ່​ພວກເຂົາ​ໄດ້​ສ້າງ​ຂຶ້ນ​ນັ້ນ​ຖິ້ມ​ເສຍ ແລະ​ປະ​ໃຫ້​ເປັນ​ບ່ອນ​ຢູ່​ຂອງ​ໂຕໜູ​ແລະ​ໂຕ​ເຈຍ.


ບັນດາ​ລູກ​ເຮືອ​ຈຶ່ງ​ເກີດ​ສະທ້ານ​ຢ້ານກົວ​ຫລາຍ ແລະ​ຕ່າງ​ກໍ​ຮ້ອງຂໍ​ພຣະ​ຂອງຕົນ​ໃຫ້​ຊ່ວຍເຫລືອ. ຕໍ່ມາ ເພື່ອ​ເຮັດ​ໃຫ້​ເຮືອ​ຫລຸດຜ່ອນ​ຈາກ​ອັນຕະລາຍ ພວກເຂົາ​ຈຶ່ງ​ໂຍນ​ສິນຄ້າ​ທີ່​ໄດ້​ບັນທຸກ​ມາ​ນັ້ນ ຖິ້ມ​ລົງ​ໃນ​ທະເລ. ໃນຂະນະ​ດຽວກັນ​ນັ້ນ ໂຢນາ​ກໍ​ລົງ​ໄປ​ນອນ​ຫລັບ​ສະໜິດ​ຢູ່​ໃນ​ທ້ອງເຮືອ.


ແລະ ຜູ້ໃດ​ທີ່​ໄດ້​ປະ​ບ້ານ​ເຮືອນ ຫລື​ອ້າຍ​ເອື້ອຍ​ນ້ອງ ຫລື​ພໍ່​ແມ່ ຫລື​ລູກ ຫລື​ໄຮ່​ນາ​ເພື່ອ​ເຫັນ​ແກ່​ນາມຊື່​ຂອງເຮົາ ຜູ້​ນັ້ນ​ກໍ​ຈະ​ໄດ້​ຮັບ​ຜົນ​ຕອບ​ແທນ​ຮ້ອຍ​ເທົ່າ ແລະ​ຈະ​ໄດ້​ຮັບ​ມໍຣະດົກ ຄື​ຊີວິດ​ນິຣັນດອນ.


ແລະ​ໃນ​ວັນ​ທີ​ສາມ ພວກເຂົາ​ກໍ​ໂຍນ​ເຄື່ອງໃຊ້​ໃນ​ເຮືອ​ຖິ້ມ​ດ້ວຍ​ມື​ຂອງ​ພວກເຂົາ​ເອງ.


ເມື່ອ​ທຸກຄົນ​ກິນ​ອີ່ມ​ແລ້ວ ພວກເຂົາ​ກໍ​ຂົນ​ເຂົ້າ​ເປືອກ​ຖິ້ມ​ລົງ​ທະເລ ເພື່ອ​ໃຫ້​ເຮືອ​ເບົາ​ຂຶ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka