Biblia Todo Logo
Internet tuqin Biblia

- Anuncios ukanaka -




ປັນຍາຈານ 3:5 - ພຣະຄຳພີສັກສິ

5 ເວລາ​ສຳລັບ​ໂຍນ​ຫີນ​ຖິ້ມ ແລະ​ເວລາ​ສຳລັບ​ກອງ​ຫີນ​ໄວ້​ຄືນ ເວລາ​ສຳລັບ​ກອດ​ຈູບ ແລະ​ເວລາ​ສຳລັບ​ບໍ່​ກອດ​ຈູບ.

Uka jalj uñjjattʼäta Copia luraña




ປັນຍາຈານ 3:5
11 Jak'a apnaqawi uñst'ayäwi  

ແລະ​ທຳລາຍ​ເມືອງ​ຕ່າງໆ​ຂອງ​ພວກເຂົາ. ເມື່ອ​ຜ່ານ​ໄຮ່ນາ​ອັນ​ອຸດົມສົມບູນ​ຂອງ​ຊາວ​ໂມອາບ​ໄປ​ນັ້ນ ຊາວ​ອິດສະຣາເອນ​ແຕ່ລະຄົນ​ກໍໄດ້​ໂຍນ​ກ້ອນຫີນ​ໃສ່ ຈົນ​ໄຮ່ນາ​ທັງໝົດ​ເຕັມ​ໄປ​ດ້ວຍ​ກ້ອນຫີນ; ພວກເຂົາ​ຖົມ​ບໍ່ນໍ້າ​ແລະ​ປໍ້າ​ຕົ້ນໄມ້​ທີ່​ມີ​ໝາກ​ທັງໝົດ​ລົງ. ໃນທີ່ສຸດ ມີ​ແຕ່​ເມືອງ​ກີຣະເຮເຣັດ ທີ່​ຍັງເຫລືອ​ຢູ່ ຊາວ​ອິດສະຣາເອນ​ຈຶ່ງ​ເຂົ້າ​ລ້ອມ​ໄວ້​ແລະ​ໂຈມຕີ​ເອົາ.


ແລະ​ໂມເຊ​ບອກ​ພວກເຂົາ​ຕື່ມ​ວ່າ, “ໃນ​ມື້​ທີ​ສາມ ຈົ່ງ​ພາກັນ​ຕຽມພ້ອມ​ໃຫ້​ດີ ແລະ​ຢ່າ​ສົມສູ່​ກັນ​ທາງ​ເພດ​ເປັນ​ເດັດຂາດ.”


ພຣະອົງ​ຕັ້ງ​ເວລາ​ສຳລັບ​ໂສກເສົ້າ ແລະ​ເວລາ​ສຳລັບ​ຊົມຊື່ນ​ຍິນດີ ເວລາ​ສຳລັບ​ໄວ້ທຸກ ແລະ​ເວລາ​ສຳລັບ​ຟ້ອນລຳ


ພຣະອົງ​ຕັ້ງ​ເວລາ​ສຳລັບ​ພົບພໍ້ ແລະ​ເວລາ​ສຳລັບ​ສູນເສຍ​ໄປ ເວລາ​ສຳລັບ​ເກັບ​ຮັກສາ​ໄວ້ ແລະ​ເວລາ​ສຳລັບ​ໂຍນ​ຖິ້ມ​ໄປ


ຈົ່ງ​ບອກ​ປະຊາຊົນ​ໃຫ້​ເຂົ້າ​ມາ​ເຕົ້າໂຮມ​ກັນ ຕຽມ​ພວກເຂົາ​ໃຫ້​ເຂົ້າຮ່ວມ​ການ​ປະຊຸມ​ອັນ​ສັກສິດ​ນີ້; ຈົ່ງ​ນຳ​ພວກ​ເຖົ້າແກ່ ແລະ​ເຕົ້າໂຮມ​ເດັກນ້ອຍ​ຄືກັນ ແມ່ນແຕ່​ຜູ້​ທີ່​ຫາກໍ່​ແຕ່ງງານ​ກໍ​ໃຫ້​ອອກ​ມາ​ດ້ວຍ.


ຢ່າ​ປະຕິເສດ​ການ​ຢູ່​ຮ່ວມ​ກັນ ນອກຈາກ​ໄດ້​ຕົກລົງ​ກັນ​ກ່ອນ​ເປັນ​ການ​ຊົ່ວຄາວ ເພື່ອ​ອຸທິດ​ຕົນ​ໃນ​ການ​ພາວັນນາ​ອະທິຖານ ແຕ່​ຫລັງຈາກ​ນັ້ນ​ແລ້ວ ຈົ່ງ​ມາ​ຢູ່​ຮ່ວມ​ກັນ​ອີກ. ເພື່ອ​ພວກເຈົ້າ​ຈະ​ຮັກສາ​ຕົວ​ໄວ້ ບໍ່​ໃຫ້​ມານຊາຕານ​ຊັກຈູງ​ໃຫ້​ຫລົງ​ເຮັດ​ຜິດ ເພາະ​ຄວບຄຸມ​ຕົນເອງ​ບໍ່ໄດ້.


ພໍ​ຕາເວັນ​ຕົກ​ດິນ ໂຢຊວຍ​ໄດ້​ສັ່ງ​ໃຫ້​ພວກເຂົາ​ເອົາ​ສົບ​ລົງ​ມາ​ຈາກ​ຕົ້ນໄມ້ ແລະ​ເອົາ​ໄປ​ຖິ້ມ​ໄວ້​ໃນ​ຖໍ້າ​ບ່ອນ​ທີ່​ພວກເຂົາ​ເຄີຍ​ຫລົບລີ້​ຢູ່​ກ່ອນ​ນັ້ນ. ແລ້ວ​ປາກ​ຖໍ້າ​ກໍ​ຖືກ​ປິດ​ໄວ້​ດ້ວຍ​ຫີນ​ກ້ອນ​ໃຫຍ່ໆ​ຊຶ່ງ​ຍັງ​ມີ​ຢູ່​ເທົ່າ​ທຸກ​ວັນນີ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka