Biblia Todo Logo
Internet tuqin Biblia

- Anuncios ukanaka -




ປັນຍາຈານ 3:4 - ພຣະຄຳພີສັກສິ

4 ພຣະອົງ​ຕັ້ງ​ເວລາ​ສຳລັບ​ໂສກເສົ້າ ແລະ​ເວລາ​ສຳລັບ​ຊົມຊື່ນ​ຍິນດີ ເວລາ​ສຳລັບ​ໄວ້ທຸກ ແລະ​ເວລາ​ສຳລັບ​ຟ້ອນລຳ

Uka jalj uñjjattʼäta Copia luraña




ປັນຍາຈານ 3:4
23 Jak'a apnaqawi uñst'ayäwi  

ແລະ​ຊາຣາ​ເວົ້າ​ວ່າ, “ພຣະເຈົ້າ​ໃຫ້​ຂ້ອຍ​ຊົມຊື່ນ​ຍິນດີ​ແລະ​ຫົວເລາະ. ທຸກຄົນ​ທີ່​ໄດ້ຍິນ​ເລື່ອງ​ນີ້​ກໍ​ຈະ​ຫົວເລາະ​ນຳ​ຂ້ອຍ.”


ພໍ​ຫາມ​ຫີບ​ຂອງ​ພຣະເຈົ້າຢາເວ​ເຂົ້າ​ມາ​ໃນ​ເມືອງ​ຂອງ​ດາວິດ, ນາງ​ມີການ​ລູກສາວ​ຂອງ​ກະສັດ​ໂຊນ​ກໍ​ຄິດ​ກຽດຊັງ​ກະສັດ​ດາວິດ​ຢູ່ໃນ​ໃຈ ເພາະ​ນາງ​ແນມ​ໄປ​ທາງ​ປ່ອງຢ້ຽມ​ເຫັນ​ເພິ່ນ​ກຳລັງ​ຟ້ອນ ແລະ​ເຕັ້ນລຳ​ຢູ່​ຕໍ່ໜ້າ​ພຣະເຈົ້າຢາເວ.


ພຣະອົງ​ໄດ້​ເຮັດ​ໃຫ້​ຄວາມ​ງ່ວມເຫງົາ​ໝົດໄປ ແລະ​ນຳ​ການ​ຟ້ອນລຳ​ອັນ​ມ່ວນຊື່ນ​ມາ​ແທນທີ່. ພຣະອົງ​ເອົາ​ຄວາມ​ໂສກເສົ້າ​ເສຍໃຈ​ຂອງ​ຂ້ານ້ອຍ​ໜີໄປ ແລະ​ນຳ​ຄວາມ​ຊົມຊື່ນ​ຍິນດີ​ມາ​ລ້ອມຮອບ​ຂ້ານ້ອຍ​ໄວ້.


ຄວາມ​ໂກດຮ້າຍ​ຂອງ​ພຣະອົງ​ມີ​ຢູ່​ພຽງ​ຊົ່ວຄາວ ຄຸນຄວາມດີ​ຂອງ​ພຣະອົງ​ດຳລົງ​ຢູ່​ຕະຫລອດ​ຊົ່ວຊີວິດ. ນໍ້າຕາ​ອາດ​ໄຫລຫລັ່ງ​ໃນ​ເວລາ​ກາງຄືນ ແຕ່​ຄວາມ​ຊົມຊື່ນ​ຍິນດີ​ກໍ​ມີ​ມາ​ໃນ​ຕອນເຊົ້າ.


ແລ້ວ​ນາງ​ມີຣີອາມ ເອື້ອຍ​ອາໂຣນ​ທີ່​ເປັນ​ຜູ້ທຳນວາຍ​ກໍ​ຕີ​ກອງ​ອອກ​ໜ້າ ຕິດຕາມ​ດ້ວຍ​ຜູ້ຍິງ​ທຸກຄົນ​ທັງ​ຕີ​ກອງ​ແລະ​ຟ້ອນລຳ.


ເວລາ​ສຳລັບ​ໂຍນ​ຫີນ​ຖິ້ມ ແລະ​ເວລາ​ສຳລັບ​ກອງ​ຫີນ​ໄວ້​ຄືນ ເວລາ​ສຳລັບ​ກອດ​ຈູບ ແລະ​ເວລາ​ສຳລັບ​ບໍ່​ກອດ​ຈູບ.


ເມື່ອ​ທຸກສິ່ງ​ເປັນ​ໄປ​ໂດຍ​ດີ ຈົ່ງ​ຍິນດີ​ເຖີດ, ແຕ່​ເມື່ອ​ຄວາມ​ເດືອດຮ້ອນ​ມາ​ເຖິງ ຈົ່ງ​ລະນຶກ​ວ່າ ພຣະເຈົ້າ​ໃຫ້​ທັງ​ຄວາມ​ເດືອດຮ້ອນ​ແລະ​ຄວາມ​ຍິນດີ ດັ່ງນັ້ນ ເຈົ້າ​ຈະ​ຮູ້​ບໍ່ໄດ້​ຈັກເທື່ອ​ວ່າ ອະນາຄົດ​ຈະ​ມີ​ເຫດການ​ຫຍັງ​ເກີດຂຶ້ນ.


ພຣະເຈົ້າ​ຂອງ​ພວກເຮົາ​ກ່າວ​ວ່າ, “ຈົ່ງ​ເລົ້າໂລມ​ປະຊາຊົນ​ຂອງເຮົາ ຈົ່ງ​ເລົ້າໂລມ​ໃຈ​ປະຊາຊົນ​ຂອງເຮົາ​ເຖີດ


ຈົ່ງ​ຊູໃຈ​ປະຊາຊົນ​ຊາວ​ນະຄອນ​ເຢຣູຊາເລັມ ຈົ່ງ​ບອກ​ວ່າ, ພວກເຂົາ​ທົນທຸກ​ດົນນານ​ພໍ​ແລ້ວ ບັດນີ້​ການບາບ​ຂອງ​ພວກເຂົາ​ທັງຫລາຍ ກໍໄດ້​ຮັບ​ອະໄພ ເສຍ​ແລ້ວ. ພຣະເຈົ້າຢາເວ​ໄດ້​ລົງໂທດ​ລົງທັນ​ພວກເຂົາ ໃຫ້​ສົມ​ກັບ​ບາບກຳ​ທີ່​ພວກເຂົາ​ໄດ້​ກະທຳ​ແລ້ວ.”


‘ພວກຂ້ອຍ​ເປົ່າ​ປີ່​ໃຫ້​ຟ້ອນ ພວກເຈົ້າ​ພັດ​ບໍ່​ຟ້ອນ​ລຳ ພວກຂ້ອຍ​ຮ້ອງ​ໄຫ້​ໄວ້​ອາ​ໄລ ແຕ່​ພວກເຈົ້າ​ບໍ່​ຮ້ອງ​ໄຫ້’


ພຣະເຢຊູເຈົ້າ​ໄດ້​ຕອບ​ວ່າ, “ເພື່ອນ​ຂອງ​ເຈົ້າບ່າວ​ຕ້ອງ​ໂສກເສົ້າ ໃນ​ເມື່ອ​ເຈົ້າບ່າວ​ຍັງ​ຢູ່​ກັບ​ພວກເຂົາ​ຊັ້ນບໍ? ຄົງ​ເປັນ​ໄປ​ບໍ່ໄດ້ ແຕ່​ວັນ​ນັ້ນ​ຈະ​ມາ​ເຖິງ ຄື​ເມື່ອ​ເຈົ້າບ່າວ​ຈະ​ຕ້ອງ​ພາກ​ຈາກ​ພວກເຂົາ​ໄປ ເມື່ອນັ້ນ​ແຫຼະ ພວກເຂົາ​ຈຶ່ງ​ຈະ​ຖືສິນ​ອົດອາຫານ.”


ເມື່ອ​ເພື່ອນບ້ານ​ໃກ້ຄຽງ​ກັບ​ຍາດຕິພີ່ນ້ອງ​ຂອງ​ນາງ​ໄດ້ຍິນ​ວ່າ ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ໃຫ້​ຄວາມ​ເມດຕາປານີ​ແກ່​ນາງ​ຢ່າງ​ຫລວງຫລາຍ ພວກເຂົາ​ຕ່າງ​ກໍ​ຊົມຊື່ນ​ຍິນດີ​ນຳ​ນາງ.


ຈົ່ງ​ຊົມຊື່ນ​ຍິນດີ ກັບ​ຜູ້​ທີ່​ຊົມຊື່ນ​ຍິນດີ ຈົ່ງ​ຮ້ອງໄຫ້​ກັບ​ຜູ້​ທີ່​ຮ້ອງໄຫ້.


ດ້ວຍວ່າ, ຄວາມ​ທຸກໃຈ​ຕາມ​ຢ່າງ​ຊອບ​ພຣະໄທ​ພຣະເຈົ້າ​ນັ້ນ ຍ່ອມ​ເຮັດ​ໃຫ້​ກັບໃຈ​ເສຍ​ໃໝ່ ຊຶ່ງ​ນຳ​ໄປ​ສູ່​ຄວາມ​ພົ້ນ​ໂດຍ​ບໍ່ຄວນ​ກິນແໜງ, ແຕ່​ຄວາມ​ທຸກໃຈ​ຕາມ​ຢ່າງ​ໂລກ​ນັ້ນ ຍ່ອມ​ນຳ​ໄປ​ເຖິງ​ຄວາມ​ຕາຍ.


ຈົ່ງ​ເປັນ​ທຸກ​ໂສກເສົ້າ ຈົ່ງ​ຮ້ອງໄຫ້​ແລະ​ຮໍ່າໄຮ ໃຫ້​ການ​ຫົວ​ຂອງຕົນ ກັບ​ກາຍເປັນ​ການ​ໂສກເສົ້າ ແລະ​ໃຫ້​ຄວາມ​ຍິນດີ​ກັບ​ກາຍເປັນ​ຄວາມ​ເສົ້າໝອງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka