ປັນຍາຈານ 3:22 - ພຣະຄຳພີສັກສິ22 ສະນັ້ນ ຂ້າພະເຈົ້າຈຶ່ງສຳນຶກໄດ້ວ່າ ສິ່ງດີທີ່ສຸດທີ່ມະນຸດເຮັດໄດ້ ແມ່ນສະໜຸກຢູ່ກັບສິ່ງທີ່ຕົນຫາມາໄດ້ ເຂົາເຮັດສິ່ງໃດບໍ່ໄດ້ອີກແລ້ວ. ບໍ່ມີທາງທີ່ມະນຸດຈະຮູ້ໄດ້ວ່າ ມີສິ່ງໃດແດ່ຈະເກີດຂຶ້ນຫລັງຈາກຕົນຕາຍໄປແລ້ວ. Uka jalj uñjjattʼäta |
ໃຫ້ພວກເຈົ້າພ້ອມລູກເມຍກັບຄົນຮັບໃຊ້ ແລະຊາວເລວີທີ່ອາໄສຢູ່ໃນເມືອງພວກເຈົ້າ ພາກັນກິນຂອງຖວາຍເຫຼົ່ານີ້ຢູ່ຊ້ອງໜ້າພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ໃນບ່ອນນະມັດສະການແຫ່ງດຽວທີ່ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າໄດ້ເລືອກໄວ້ ແລະພວກເຈົ້າກໍຈະດີໃຈໃນທີ່ນັ້ນ ເພາະສິ່ງທີ່ພວກເຈົ້າໄດ້ເຮັດ.