21 ຜູ້ໃດຢັ້ງຢືນໄດ້ວ່າ ວິນຍານຂອງມະນຸດນັ້ນຂຶ້ນໄປສູ່ເທິງຟ້າ ແລະວິນຍານຂອງສັດລົງໄປສູ່ພື້ນດິນ?
ແຕ່ເມື່ອມະນຸດຕາຍແລ້ວ ແມ່ນໄປສູ່ຈຸດຈົບ; ຄັນເຂົາຕາຍໄປແລ້ວ ເຂົາຈະໄປໃສຕໍ່ອີກ?
ຮ່າງກາຍຂອງພວກເຮົາຈະກັບເປັນຂີ້ຝຸ່ນດິນອີກ ແລະຈິດວິນຍານຂອງພວກເຮົາກໍຈະກັບຄືນໄປຫາພຣະເຈົ້າ ຜູ້ຊົງປະທານໃຫ້ນັ້ນ.
ເມື່ອເຮົາໄປຈັດຕຽມບ່ອນໄວ້ສຳລັບພວກເຈົ້າແລ້ວ ເຮົາຈະກັບຄືນມາຮັບເອົາພວກເຈົ້າໄປຢູ່ກັບເຮົາ ເພື່ອວ່າເຮົາຢູ່ທີ່ໃດ ພວກເຈົ້າກໍຈະຢູ່ທີ່ນັ້ນເໝືອນກັນ.
ເພື່ອໃຫ້ຮັບໃຊ້ເປັນອັກຄະສາວົກແທນໜ້າທີ່ຂອງຢູດາ ຜູ້ທີ່ຈາກໄປສູ່ບ່ອນທີ່ລາວສົມຄວນຕ້ອງໄປ.”
ເພາະເຮົາຮູ້ແລ້ວວ່າ, ຖ້າວ່າເຮືອນຂອງເຮົາໃນໂລກນີ້ ຄືຮ່າງກາຍນັ້ນໄດ້ຖືກມ້າງລົງເສຍ ເຮົາກໍຍັງມີບ່ອນຢູ່ອາໄສ ຊຶ່ງພຣະເຈົ້າຊົງໂຜດປະທານໃຫ້ເປັນບ່ອນຢູ່ທີ່ບໍ່ໄດ້ສ້າງດ້ວຍມືມະນຸດ ແລະຊົງຕັ້ງຢູ່ຖາວອນເປັນນິດໃນສະຫວັນ.
ພວກເຮົາມີໃຈກ້າຢ່າງເຕັມປ່ຽມ ແລະພໍໃຈຢາກຈະອອກຈາກເຮືອນ ຄືຮ່າງກາຍນີ້ ໄປຢູ່ເຮືອນກັບອົງພຣະຜູ້ເປັນເຈົ້າກໍດີກວ່າ.
ພຣະເຈົ້າຢາເວຈະໃຫ້ພວກເຈົ້າເປັນຜູ້ນຳທ່າມກາງຫລາຍຊົນຊາດ, ແຕ່ບໍ່ແມ່ນຜູ້ຕິດຕາມ; ພວກເຈົ້າຈະຈະເລີນຮຸ່ງເຮືອງສະເໝີ ແລະຈະບໍ່ຫຼົ້ມຈົມຈັກເທື່ອ ຖ້າພວກເຈົ້າເຊື່ອຟັງຢ່າງຕັ້ງໜ້າຂໍ້ຄຳສັ່ງຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ທີ່ຂ້າພະເຈົ້າກຳລັງໃຫ້ພວກເຈົ້າໃນວັນນີ້.
ເຮົາລັ່ງເລໃຈຢູ່ໃນລະຫວ່າງສອງຝ່າຍນີ້ ຄືວ່າເຮົາມີຄວາມປາຖະໜາທີ່ຈະຈາກໄປ ເພື່ອຢູ່ກັບພຣະຄຣິດ ຊຶ່ງປະເສີດຫລາຍກວ່າ,