Biblia Todo Logo
Internet tuqin Biblia

- Anuncios ukanaka -




ປັນຍາຈານ 3:2 - ພຣະຄຳພີສັກສິ

2 ພຣະອົງ​ຕັ້ງ​ໄວ້​ເວລາ​ສຳລັບ​ເກີດ ແລະ​ເວລາ​ສຳລັບ​ຕາຍ ເວລາ​ສຳລັບ​ປູກ ແລະ​ເວລາ​ສຳລັບ​ຫລົກ

Uka jalj uñjjattʼäta Copia luraña




ປັນຍາຈານ 3:2
36 Jak'a apnaqawi uñst'ayäwi  

ແຕ່​ເຮົາ​ຈະ​ຮັກສາ​ພັນທະສັນຍາ​ຂອງເຮົາ​ກັບ​ອີຊາກ ລູກຊາຍ​ຂອງ​ເຈົ້າ ຜູ້​ທີ່​ຈະ​ເກີດ​ຈາກ​ຊາຣາ​ໃນ​ທ້າຍ​ປີ​ໜ້າ​ລະຫວ່າງ​ລະດູ​ນີ້.”


ເມື່ອ​ຢາໂຄບ​ຮູ້ສຶກ​ວ່າ​ຕົນເອງ​ໃກ້​ຈະ​ຕາຍ​ແລ້ວ ເພິ່ນ​ຈຶ່ງ​ເອີ້ນ​ເອົາ​ໂຢເຊັບ​ລູກຊາຍ​ຂອງຕົນ​ມາ ແລະ​ເວົ້າ​ວ່າ, “ຈົ່ງ​ວາງ​ມື​ໃສ່​ວ່າງ​ຂາ​ຂອງ​ພໍ່ ແລະ​ສາບານ​ຢ່າງ​ໜັກແໜ້ນ​ວ່າ ເຈົ້າ​ຈະ​ບໍ່​ຝັງ​ພໍ່​ໄວ້​ໃນ​ປະເທດ​ເອຢິບ​ນີ້.


ຜູ້ນັ້ນ​ໄດ້​ຮ້ອງ​ຕໍ່ສູ້​ແທ່ນບູຊາ​ດ້ວຍ​ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ ແລະ​ກ່າວ​ວ່າ, “ໂອ ແທ່ນບູຊາ ແທ່ນບູຊາ​ເອີຍ! ພຣະເຈົ້າຢາເວ​ກ່າວ​ດັ່ງນີ້: ‘ມີ​ເດັກນ້ອຍ​ຄົນ​ໜຶ່ງ​ຈະ​ເກີດ​ມາ​ໃນ​ຄອບຄົວ​ຂອງ​ດາວິດ ທີ່​ຈະ​ຊື່​ວ່າ ໂຢສີຢາ. ລາວ​ຈະ​ປະຫານ​ບັນດາ​ປະໂຣຫິດ​ທີ່​ຮັບໃຊ້​ພະ​ຂອງ​ຄົນຕ່າງຊາດ​ເທິງ​ແທ່ນບູຊາ​ນີ້ ແລະ​ຜູ້​ທີ່​ຖວາຍ​ເຄື່ອງ​ບູຊາ​ເທິງ​ແທ່ນບູຊາ​ນີ້ ແລະ​ລາວ​ກໍ​ຈະ​ເຜົາ​ກະດູກ​ຄົນ​ໃສ່​ເທິງ​ເຈົ້າ.”’


ແລະ​ເອລີຊາ​ກໍ​ບອກ​ນາງ​ວ່າ, “ປີໜ້າ​ໃນ​ເວລາ​ດຽວກັນ​ນີ້ ເຈົ້າ​ຈະ​ໄດ້​ອູ້ມ​ລູກຊາຍ.” ນາງ​ຮ້ອງ​ອຸທານ​ຂຶ້ນ​ວ່າ, “ໂອ ທ່ານ​ຜູ້ຮັບໃຊ້​ຂອງ​ພຣະເຈົ້າ​ເອີຍ ກະລຸນາ​ຢ່າ​ຫລອກລວງ​ຂ້ານ້ອຍ​ຜູ້ຮັບໃຊ້​ຂອງ​ທ່ານ​ເລີຍ.”


ຖ້າ​ຄົນຕາຍ​ແລ້ວ ເຂົາ​ຈະ​ຄືນ​ມີ​ຊີວິດ​ອີກ​ບໍ? ແຕ່​ຂ້ານ້ອຍ​ຈະ​ລໍຄອຍ​ໃຫ້​ວັນ​ເວລາ​ນັ້ນ​ດີຂຶ້ນ ລໍຄອຍ​ຢູ່​ຈົນກວ່າ​ວັນ​ເວລາ​ນັ້ນ​ຈະ​ມາເຖິງ ຄື​ວັນ​ຄວາມ​ທຸກລະທົມ​ຈະ​ສິ້ນສູນ​ຈາກ​ໄປ.


ຊົ່ວຊີວິດ​ຂອງ​ພວກ​ຂ້ານ້ອຍ​ນັ້ນ ຖືກ​ກຳນົດ​ໄວ້​ແຕ່​ຫົວທີ ຄື​ຈຳນວນ​ເດືອນ​ປີ ທີ່​ພວກ​ຂ້ານ້ອຍ​ຈະ​ມີ​ຊີວິດ​ຢູ່.


ຊີວິດ​ມະນຸດ​ຍາກ​ລຳບາກ​ດັ່ງ​ເປັນ​ທະຫານ ຄື​ຊີວິດ​ກຳມະກອນ​ທຳງານ​ແສນ​ລຳບາກ


ພຣະອົງ​ໃຫ້ກຽດ​ຍິງ​ທີ່​ບໍ່ມີ​ລູກ​ໂດຍ​ໃຫ້​ນາງ​ມີ​ເຮືອນ​ຢູ່ ໃຫ້​ນາງ​ມີ​ຄວາມສຸກ​ໂດຍ​ໃຫ້​ນາງ​ມີ​ລູກ. ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ.


ສະນັ້ນ ພຣະເຈົ້າ​ຈຶ່ງ​ຈະ​ທຳລາຍ​ເຈົ້າ​ຕະຫລອດໄປ ແລະ​ຈະ​ຖອນ​ໃຫ້​ໜີ​ໄກ​ຈາກ​ເຮືອນ​ຂອງເຈົ້າ ພຣະອົງ​ຈະ​ເຄື່ອນຍ້າຍ​ໃຫ້​ເຈົ້າ​ໄປ​ຢູ່ໄກ ຈາກ​ບ່ອນ​ທີ່​ຢູ່​ອາໄສ.


ຢ່າ​ປຸກ​ເຮືອນ​ແລະ​ສ້າງ​ຄອບຄົວ ຈົນກວ່າ​ເຈົ້າ​ເຮັດ​ໄຮ່​ໄຖ​ນາ​ແລ້ວໆ ແລະ​ແນ່ໃຈ​ວ່າ​ເຈົ້າ​ສາມາດ​ກຸ້ມຕົນເອງ​ໄດ້.


ບໍ່ມີ​ຊາວນາ​ຄົນໃດ​ທີ່​ສືບຕໍ່​ໄຖ​ນາ ແລະ​ຕຽມ​ດິນ​ສຳລັບ​ຫວ່ານ​ເມັດພືດ​ໄປ​ເລີຍໆ.


ໃນ​ສະໄໝ​ນັ້ນ ກະສັດ​ເຮເຊກີຢາ​ໄດ້​ເຈັບປ່ວຍ​ເກືອບ​ຕາຍ. ຜູ້ທຳນວາຍ​ເອຊາຢາ ລູກຊາຍ​ຂອງ​ອາໂມດ​ໄດ້​ໄປ​ຢ້ຽມຢາມ​ເພິ່ນ ແລະ​ກ່າວ​ຕໍ່​ເພິ່ນ​ວ່າ, “ພຣະເຈົ້າຢາເວ​ບອກ​ທ່ານ​ວ່າ ຈົ່ງ​ຈັດການ​ກັບ​ການບ້ານ​ການເມືອງ​ໃຫ້​ຮຽບຮ້ອຍ ເພາະ​ທ່ານ​ຕ້ອງ​ຕາຍ​ແລະ​ຈະ​ບໍ່​ຫາຍດີ.”


ໃຫ້​ກັບຄືນ​ໄປ​ຫາ​ເຈົ້າ​ເຮເຊກີຢາ ແລະ​ບອກ​ວ່າ, “ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ດາວິດ​ບັນພະບຸລຸດ​ຂອງ​ເຈົ້າ ໄດ້​ກ່າວ​ດັ່ງນີ້​ວ່າ, ເຮົາ​ໄດ້ຍິນ​ຄຳພາວັນນາ​ອະທິຖານ​ຂອງເຈົ້າ ແລະ​ໄດ້​ເຫັນ​ນໍ້າຕາ​ຂອງເຈົ້າ; ສະນັ້ນ ເຮົາ​ຈຶ່ງ​ຈະ​ໃຫ້​ເຈົ້າ​ມີ​ຊີວິດ​ຢູ່​ຕື່ມ​ອີກ​ສິບຫ້າ​ປີ.


ເຢຣູຊາເລັມ​ເອີຍ ເຈົ້າ​ນັ້ນ​ເປັນ​ດັ່ງ​ຍິງ​ເປັນ​ໝັນ ແຕ່​ບັດນີ້ ຈົ່ງ​ຮ້ອງລຳ​ທຳເພງ​ຍິນດີ​ກັນ​ເຖີດ ບັດນີ້ ເຈົ້າ​ຈະ​ມີ​ລູກ​ຕື່ມ​ຢ່າງ​ຫລວງຫລາຍ ລື່ນກວ່າ​ຍິງ​ຜູ້​ທີ່​ຜົວ​ບໍ່ເຄີຍ​ໜີປະ​ຈັກເທື່ອ. ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ວັນນີ້ ເຮົາ​ໃຫ້​ເຈົ້າ​ມີ​ອຳນາດ​ເໜືອ​ປະຊາຊາດ​ແລະ​ອານາຈັກ​ທັງຫລາຍ ເພື່ອ​ໃຫ້​ຖອນຮາກ​ແລະ​ຮື້​ຖິ້ມ ເພື່ອ​ໃຫ້​ທຳລາຍ​ແລະ​ໂຄ່ນລົ້ມ ເພື່ອ​ໃຫ້​ກໍ່ສ້າງ​ແລະ​ປູກຝັງ.”


ແຕ່​ພຣະເຈົ້າຢາເວ​ກ່າວ​ຕໍ່​ເຈົ້າ​ວ່າ, ‘ເຮົາ​ກຳລັງ​ດຶງ​ສິ່ງ​ທີ່​ເຮົາ​ໄດ້​ສ້າງ​ຂຶ້ນ​ນັ້ນ​ລົງ ແລະ​ຫລົກ​ສິ່ງ​ທີ່​ເຮົາ​ໄດ້​ປູກ​ໄວ້​ນັ້ນ​ຖິ້ມ. ເຮົາ​ຈະ​ກະທຳ​ສິ່ງ​ນີ້​ແຫຼະ ແກ່​ແຜ່ນດິນ​ໂລກ​ທັງໝົດ.


ບຸດ​ມະນຸດ​ຈະ​ໃຊ້​ຝູງ​ເທວະດາ​ຂອງຕົນ​ອອກ​ໄປ ຮວບຮວມ​ເອົາ​ອອກ​ມາ​ຈາກ​ອານາຈັກ​ຂອງ​ພຣະອົງ ຄື​ພວກ​ທີ່​ກໍ່​ເຫດ​ທັງໝົດ​ໃຫ້​ມະນຸດ​ເຮັດ​ບາບ ແລະ​ບັນດາ​ຜູ້​ທີ່​ເຮັດ​ຊົ່ວ​ທັງໝົດ


ພຣະເຢຊູເຈົ້າ​ຕອບ​ວ່າ, “ຕົ້ນໄມ້​ທຸກ​ຕົ້ນ​ທີ່​ພຣະບິດາເຈົ້າ​ຂອງເຮົາ ຜູ້​ສະຖິດ​ຢູ່​ໃນ​ສະຫວັນ​ບໍ່ໄດ້​ປູກ​ໄວ້​ກໍ​ຈະ​ຖືກ​ຫລົກ​ຖິ້ມ.


ແຕ່​ເທວະດາ​ຕົນ​ນັ້ນ​ກ່າວ​ແກ່​ເພິ່ນ​ວ່າ, “ເຊກາຣີຢາ​ເອີຍ ຢ່າ​ຢ້ານ​ເລີຍ ພຣະເຈົ້າ​ໄດ້ຍິນ​ຄຳ​ພາວັນນາ​ອະທິຖານ​ຂອງ​ເຈົ້າ​ແລ້ວ ແລະ ເອລີຊາເບັດ​ເມຍ​ຂອງ​ເຈົ້າ ຈະ​ເກີດ​ລູກຊາຍ​ຄົນ​ໜຶ່ງ​ໃຫ້​ເຈົ້າ ເຈົ້າ​ຈົ່ງ​ໃສ່​ຊື່​ໃຫ້​ລາວ​ວ່າ ໂຢຮັນ.


ແຕ່​ບັດນີ້ ເຈົ້າ​ບໍ່​ເຊື່ອ​ຖ້ອຍຄຳ​ຂອງເຮົາ ຊຶ່ງ​ຈະ​ເປັນ​ຈິງ​ຕາມ​ເວລາ​ທີ່​ກຳນົດ​ໄວ້ ຍ້ອນ​ເຈົ້າ​ບໍ່​ເຊື່ອ​ເຈົ້າ​ຈະ​ເປັນ​ຄົນ​ໃບ້​ບໍ່​ສາມາດ​ປາກ​ໄດ້ ຈົນເຖິງ​ວັນ​ທີ່​ເຫດການ​ເຫຼົ່ານັ້ນ​ເກີດຂຶ້ນ.”


ເອລີຊາເບັດ​ພີ່ນ້ອງ​ຂອງ​ເຈົ້າ ນາງ​ກຳລັງ​ຈະ​ໄດ້​ລູກຊາຍ​ຜູ້ໜຶ່ງ ເຖິງ​ວ່າ​ນາງ​ເຖົ້າແກ່​ແລ້ວ​ກໍຕາມ ຄົນ​ເວົ້າ​ກັນ​ວ່າ ນາງ​ເປັນ​ໝັນ ແຕ່​ບັດນີ້​ນາງ​ຖືພາ​ໄດ້​ຫົກ​ເດືອນ​ແລ້ວ.


ເມື່ອ​ແມ່ຍິງ​ໃກ້​ຈະ​ເກີດ​ລູກ ນາງ​ກໍ​ໂສກເສົ້າ​ເພາະ​ເວລາ​ແຫ່ງ​ຄວາມ​ເຈັບປວດ​ໄດ້​ມາ​ເຖິງ, ແຕ່​ເມື່ອ​ລູກ​ເກີດ​ມາ​ແລ້ວ ນາງ​ກໍ​ບໍ່​ຄິດເຖິງ​ຄວາມ​ເຈັບປວດ​ນັ້ນ​ອີກ ເພາະ​ນາງ​ຊົມຊື່ນ​ຍິນດີ​ທີ່​ຄົນ​ຜູ້ໜຶ່ງ​ເກີດ​ມາ​ສູ່​ໂລກ.


ແລ້ວ​ພວກເຂົາ​ກໍ​ຊອກ​ຫາ​ທາງ​ຈັບ​ພຣະອົງ, ແຕ່​ບໍ່ມີ​ຜູ້ໃດ​ຍື່ນ​ມື​ໄປ​ແຕະຕ້ອງ​ພຣະອົງ​ໄດ້ ເພາະ​ບໍ່​ເຖິງ​ກຳນົດ​ເວລາ​ຂອງ​ພຣະອົງ​ເທື່ອ.


ແຕ່​ເມື່ອ​ກຳນົດ​ແຫ່ງ​ພຣະສັນຍາ ຊຶ່ງ​ພຣະເຈົ້າ​ໄດ້​ຊົງ​ກ່າວ​ໄວ້​ກັບ​ອັບຣາຮາມ​ໃກ້​ຈະ​ເຖິງ​ແລ້ວ ຊົນຊາດ​ອິດສະຣາເອນ​ໃນ​ປະເທດ​ເອຢິບ​ໄດ້​ເພີ່ມ​ທະວີ​ຫລາຍ​ຂຶ້ນ.


ໃນ​ຄາວ​ນັ້ນ ໂມເຊ​ໄດ້​ເກີດ​ມາ​ເປັນ​ລູກນ້ອຍ​ທີ່​ມີ​ຮູບຮ່າງ​ງົດງາມ​ຕໍ່ໜ້າ​ພຣະເຈົ້າ ໂມເຊ​ໄດ້​ຮັບ​ການ​ລ້ຽງດູ​ທີ່​ເຮືອນ​ເປັນ​ເວລາ​ສາມ​ເດືອນ


ແຕ່​ເມື່ອ​ຄົບ​ກຳນົດ​ເວລາ​ແລ້ວ ພຣະເຈົ້າ​ໄດ້​ຊົງ​ໃຊ້​ພຣະບຸດ​ຂອງ​ພຣະອົງ​ມາ ຊົງ​ບັງເກີດ​ນຳ​ຍິງ​ຄົນ​ໜຶ່ງ ແລະ​ຊົງ​ມີ​ຊີວິດ​ຢູ່​ພາຍໃຕ້​ກົດບັນຍັດ,


ດັ່ງນັ້ນ ໂມເຊ ຜູ້ຮັບໃຊ້​ຂອງ​ພຣະເຈົ້າຢາເວ ຈຶ່ງ​ໄດ້​ຕາຍ​ຢູ່​ທີ່​ນັ້ນ​ໃນ​ດິນແດນ​ໂມອາບ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ບອກ​ໄວ້.


ມະນຸດ​ທຸກຄົນ​ຖືກ​ຊົງ​ກຳນົດ​ໄວ້​ແລ້ວ​ວ່າ, ຈະ​ຕ້ອງ​ຕາຍ​ເທື່ອ​ດຽວ ແລະ​ຫລັງຈາກ​ນັ້ນ​ຈະ​ຖືກ​ມີ​ການ​ພິພາກສາ​ສັນໃດ


ຜູ້​ທີ່​ເຄີຍ​ຢູ່ດີ​ກິນດີ​ກໍ​ອອກ​ຮັບ​ຈ້າງ​ຫາຢູ່​ຫາກິນ ແຕ່​ຜູ້​ທີ່​ຫິວໂຫຍ​ຊໍ້າ​ບໍ່​ຫິວໂຫຍ​ຕໍ່ໄປ​ອີກ. ພັນລະຍາ​ທີ່​ເປັນ​ໝັນ​ນັ້ນ​ໄດ້​ລູກ​ເຖິງ​ເຈັດ​ຄົນ ແຕ່​ແມ່​ມີ​ລູກ​ຫລາຍ​ຄົນ​ຊໍ້າ​ບໍ່ມີ​ລູກ​ຕໍ່ໄປ​ອີກ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka