Biblia Todo Logo
Internet tuqin Biblia

- Anuncios ukanaka -




ປັນຍາຈານ 3:19 - ພຣະຄຳພີສັກສິ

19 ແລ້ວ​ຊາຕາກຳ​ຢ່າງ​ດຽວກັນ​ກໍ​ລໍຄອຍ​ທັງ​ຄົນ ແລະ​ສັດ​ຢູ່​ຄື: ຕ່າງ​ກໍ​ຕ້ອງ​ຕາຍໄປ​ທັງໝົດ ຕ່າງ​ກໍ​ຖືກ​ສ້າງ​ຂຶ້ນ​ມາ​ຄືກັນ ແລະ​ມະນຸດ​ຄົນໜຶ່ງ​ບໍ່ໄດ້​ດີ​ໄປ​ກວ່າ​ສັດ​ໂຕໜຶ່ງ ເພາະ​ທຸກສິ່ງ​ແມ່ນ​ອະນິຈັງ.

Uka jalj uñjjattʼäta Copia luraña




ປັນຍາຈານ 3:19
18 Jak'a apnaqawi uñst'ayäwi  

ເຮົາ​ທຸກຄົນ​ຈະ​ຕ້ອງ​ຕາຍ. ພວກເຮົາ​ປຽບ​ດັ່ງ​ນໍ້າ​ທີ່​ຖືກ​ສາດ​ໃສ່​ໜ້າ​ດິນ ຊຶ່ງ​ເອົາ​ມາ​ຮວມ​ເຂົ້າ​ກັນ​ບໍ່ໄດ້​ອີກ. ແມ່ນແຕ່​ພຣະເຈົ້າ​ກໍ​ບໍ່ໄດ້​ເຮັດ​ໃຫ້​ຄົນຕາຍ​ຄືນ​ມີ​ຊີວິດ ແຕ່​ຢ່າງໜ້ອຍ​ກະສັດ​ກໍ​ຫາ​ວິທີ​ທາງ​ນຳ​ຄົນ​ທີ່​ຖືກ​ເນລະເທດ​ກັບຄືນ​ມາ​ໄດ້.


ເວລາ​ພຣະອົງ​ຫັນໜ້າ​ໜີ​ມັນ​ກໍ​ເກີດ​ຢ້ານກົວ ເມື່ອ​ຖອດ​ລົມຫາຍໃຈ​ຄືນ ພວກ​ມັນ​ກໍ​ຕາຍ​ແລະ​ກັບ​ກາຍເປັນ​ຂີ້ດິນ​ອີກ.


ຄວາມ​ຍິ່ງໃຫຍ່​ຂອງ​ມະນຸດ​ນັ້ນ​ບໍ່​ອາດ​ຊ່ວຍ​ຕົນ​ໃຫ້​ພົ້ນຕາຍ ລາວ​ຈະ​ຕ້ອງ​ຕາຍໄປ​ດັ່ງ​ໂຕ​ສັດ​ຕ່າງໆ.


ເບິ່ງດູ ມີ​ຫຍັງ​ເກີດຂຶ້ນ​ນຳ​ຜູ້​ທີ່​ວາງໃຈ​ໃນ​ຕົນເອງ ຄື​ຊາຕາກຳ​ຂອງ​ຜູ້​ທີ່ ພໍໃຈ​ໃນ​ຄວາມຮັ່ງມີ​ນັ້ນ.


ຄວາມ​ຍິ່ງໃຫຍ່​ນັ້ນ​ບໍ່​ອາດ​ຊ່ວຍ​ຕົນ​ໃຫ້​ພົ້ນ​ຕາຍ ລາວ​ຍັງ​ຈະ​ຕ້ອງ​ຕາຍໄປ​ດັ່ງ​ໂຕ​ສັດ​ທັງຫຼາຍ.


ຂ້າພະເຈົ້າ​ເຄີຍ​ເຫັນ​ສັບພະທຸກສິ່ງ​ທີ່​ຄົນ​ໄດ້​ເຮັດ​ຢູ່ໃຕ້​ດວງຕາເວັນ ແລະ​ຂ້າພະເຈົ້າ​ຂໍ​ບອກ​ວ່າ, ສິ່ງ​ເຫຼົ່ານັ້ນ​ລ້ວນແຕ່​ອະນິຈັງ​ທັງສິ້ນ. ເປັນ​ດັ່ງ​ການ​ແລ່ນ​ໄລ່​ໄປ​ຕາມ​ລົມ.


ຂ້າພະເຈົ້າ​ຕັ້ງໃຈ​ຮໍ່າຮຽນ​ໄຈ້ແຍກ ລະຫວ່າງ​ຄວາມຮູ້​ແລະ​ຄວາມ​ໂງ່ຈ້າ, ປັນຍາ​ແລະ​ຄວາມ​ບ້າຄັ່ງ, ແຕ່​ຂ້າພະເຈົ້າ​ໄດ້​ພົບ​ວ່າ ຂ້າພະເຈົ້າ​ກຳລັງ​ແລ່ນ​ໄລ່​ໄປ​ຕາມ​ລົມ​ຄືກັນ.


ຄົນມີ​ປັນຍາ​ຮູ້ຈັກ​ບ່ອນ​ທີ່​ຕົນ​ກຳລັງ​ໄປ​ໄດ້ ແລະ​ຄົນໂງ່ຈ້າ​ບໍ່​ອາດ​ຮູ້​ໄດ້​ເລີຍ.” ແຕ່​ຂ້າພະເຈົ້າ​ຮູ້​ຄືກັນ​ວ່າ ຊາຕາກຳ​ຢ່າງ​ດຽວກັນ​ນັ້ນ​ກຳລັງ​ລໍຄອຍ​ທຸກຄົນ​ຢູ່.


ບໍ່ມີ​ຜູ້ໃດ​ຈື່ຈຳ​ຄົນມີ​ປັນຍາ ແລະ​ບໍ່ມີ​ຜູ້ໃດ​ຈື່ຈຳ​ຄົນໂງ່ຈ້າ. ໃນ​ມື້​ທີ່​ຈະ​ມາ​ເຖິງ​ນັ້ນ ຄົນ​ຈະ​ລືມໄລ​ພວກເຂົາ​ໄປ​ໝົດ. ພວກເຮົາ​ທຸກຄົນ​ຕ້ອງ​ຕາຍ ຄື​ທັງ​ຄົນມີ​ປັນຍາ​ແລະ​ຄົນໂງ່ຈ້າ​ດ້ວຍ.


ໄປ​ເຮືອນ​ທີ່​ມີ​ການ​ໄວ້ທຸກ​ກໍດີກວ່າ​ໄປ​ເຮືອນ​ທີ່​ມີ​ການ​ກິນລ້ຽງ ເພາະ​ຜູ້​ທີ່​ຍັງ​ມີ​ຊີວິດ​ຢູ່​ຈະ​ໄດ້​ສຳນຶກ​ສະເໝີ​ວ່າ ຄວາມຕາຍ​ພວມ​ລໍ​ຖ້າ​ທຸກຄົນ​ຢູ່.


ເຈົ້າ​ຮູ້​ບໍ່ໄດ້​ຈັກເທື່ອ​ວ່າ ຜຽນ​ຂອງ​ເຈົ້າ​ຈະ​ມາ​ຮອດ​ເມື່ອໃດ. ດັ່ງ​ນົກ​ທີ່​ຖືກ​ແຮ້ວ​ຢ່າງ​ກະທັນຫັນ ດັ່ງ​ປາ​ທີ່​ຖືກ​ມອງ ເຮົາ​ຖືກ​ບ້ວງແຮ້ວ​ແຫ່ງ​ຄວາມ​ຊົ່ວຮ້າຍ​ໃນ​ຊົ່ວ​ບຶດດຽວ ໃນ​ເວລາ​ທີ່​ບໍ່​ຄາດຝັນ.


ມັນ​ບໍ່​ຕ່າງ​ກັນ​ຫຍັງ​ເລີຍ. ຊາຕາກຳ​ຢ່າງ​ດຽວກັນ​ນັ້ນ​ມາ​ສູ່​ທັງ​ຄົນ​ຊອບທຳ​ແລະ​ຄົນຊົ່ວ ມາ​ສູ່​ທັງ​ຜູ້​ທີ່​ເຄັ່ງ​ສາສະໜາ ແລະ​ຜູ້​ທີ່​ບໍ່​ເຄັ່ງ​ສາສະໜາ ມາ​ສູ່​ທັງ​ຜູ້​ທີ່​ຖວາຍບູຊາ ແລະ​ຜູ້​ທີ່​ບໍ່​ຖວາຍບູຊາ. ຄົນດີ​ກໍ​ບໍ່​ເຫັນ​ດີ​ລື່ນ​ຄົນຊົ່ວ; ຄົນ​ທີ່​ສາບານ​ກໍ​ບໍ່​ເຫັນ​ດີ​ລື່ນ​ຄົນ​ທີ່​ບໍ່ໄດ້​ສາບານ.


ຖ້າ​ຄົນ​ເຫຼົ່ານີ້​ຫາກ​ຕາຍ​ແບບ​ທຳມະດາ ໂດຍ​ບໍ່ໄດ້​ຖືກ​ລົງໂທດ​ພວກເຂົາ​ແຕ່​ຢ່າງໃດ​ຢ່າງໜຶ່ງ ກໍ​ໝາຍຄວາມວ່າ​ພຣະເຈົ້າຢາເວ​ບໍ່ໄດ້​ໃຊ້​ຂ້າພະເຈົ້າ​ມາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka