16 ນອກຈາກນີ້ ຂ້າພະເຈົ້າຍັງໄດ້ສັງເກດເຫັນວ່າ ຢູ່ໃຕ້ດວງຕາເວັນທ່ານໄດ້ພົບເຫັນຄວາມຊົ່ວຊ້າ ໃນບ່ອນທີ່ຄວນມີຄວາມຍຸດຕິທຳ ແລະຄວາມຊອບທຳ.
ແລ້ວຂ້າພະເຈົ້າກໍໄດ້ພິຈາລະນາເບິ່ງອີກ ເຖິງຄວາມບໍ່ຍຸດຕິທຳທັງໝົດທີ່ເປັນຢູ່ໃຕ້ດວງຕາເວັນ. ຄົນຖືກຂົ່ມເຫັງກຳລັງເປັນທຸກຮ້ອງໄຫ້ ແລະບໍ່ມີຜູ້ໃດຊ່ວຍເຫລືອລາວເລີຍ. ບໍ່ມີຜູ້ໃດຊ່ວຍເຫລືອລາວໄດ້ ເພາະອຳນາດນັ້ນຢູ່ນຳຝ່າຍທີ່ຂົ່ມເຫັງລາວ.
ບໍ່ວ່າເຈົ້າໄຝ່ຝັນຫລາຍສໍ່າໃດ ເຈົ້າເຮັດວຽກບໍ່ມີປະໂຫຍດຫລາຍສໍ່າໃດ ຫລືເຈົ້າເວົ້າຫລາຍສໍ່າໃດ ເຈົ້າຕ້ອງເຮັດທຸກຢ່າງດ້ວຍການຢຳເກງພຣະເຈົ້າ.
ຖ້າເຈົ້າເຫັນຄົນຍາກຈົນໃນເມືອງຖືກຂົ່ມເຫັງ ທັງຄວາມຍຸດຕິທຳ ແລະຄວາມທ່ຽງທຳເອົາໄປເສຍຈາກພວກເຂົາ ຢ່າປະຫລາດໃຈເລີຍ. ດ້ວຍວ່າ, ຍັງມີນາຍເໜືອພວກເຂົາຄອຍຈັບຕາເບິ່ງພວກເຂົາຢູ່ ແລະຜູ້ເປັນນາຍເໜືອພວກເຂົານັ້ນ ກໍຍັງມີນາຍຊັ້ນຜູ້ໃຫຍ່ກວ່າອີກຈັບຕາເບິ່ງພວກເຂົາ.
ຂ້າພະເຈົ້າໄດ້ພິຈາລະນາເບິ່ງຢ່າງຄັກແນ່ ເຖິງທຸກສິ່ງທີ່ໄດ້ເກີດຂຶ້ນຢູ່ໃຕ້ດວງຕາເວັນ ຄືບ່ອນທີ່ມະນຸດໃຊ້ອຳນາດຢູ່ເໜືອເພື່ອນມະນຸດດ້ວຍກັນ ແລະເຮັດໃຫ້ຊີວິດຂອງເຂົາລຳບາກຍາກແຄ້ນ.
ຄວາມຍຸດຕິທຳຖືກຂັບໄລ່ໃຫ້ໜີໄປ ແລະຄວາມຖືກຕ້ອງກໍເຂົ້າມາໃກ້ບໍ່ໄດ້. ຄວາມຈິງເຕະສະດຸດລົ້ມລົງທີ່ສີ່ແຍກກາງເມືອງ ແລະຄວາມສັດຊື່ກໍບໍ່ມີຢູ່ໃນທີ່ນັ້ນ.
ເມື່ອພວກເຂົາຕ້ອງການໄຮ່ນາ ພວກເຂົາກໍຢຶດເອົາໂລດ ເມື່ອພວກເຂົາຕ້ອງການບ້ານເຮືອນ ພວກເຂົາກໍຢຶດເອົາໂລດ. ບໍ່ມີຄອບຄົວຂອງຄົນໃດ ຫລືຊັບສົມບັດຂອງຜູ້ໃດຈະປອດໄພ.
ພວກເຂົາລ້ວນແຕ່ເປັນນັກຊ່ຽວຊານໃນການເຮັດຊົ່ວ. ບັນດາເຈົ້າໜ້າທີ່ ແລະຜູ້ຕັດສິນຄວາມກໍຖາມຫາສິນບົນ. ຄົນທີ່ມີອິດທິພົນກໍເອີ່ຍເຖິງສິ່ງທີ່ຕົນຕ້ອງການ; ສະນັ້ນ ພວກເຂົາຈຶ່ງວາງອຸບາຍໃສ່ກັນແລະກັນ.
ບັນດາຂ້າຣາຊການໃນເມືອງນີ້ເປັນດັ່ງຝູງສິງທີ່ຮ້ອງຄຳຣາມ; ບັນດາຜູ້ຕັດສິນຄວາມກໍເປັນດັ່ງໝາປ່າທີ່ອຶດຫິວໃນຕອນກາງຄືນ ໂລພາໂພດຈົນບໍ່ຍອມປະກະດູກໃຫ້ເຖິງຕອນເຊົ້າ.
ບັນດາຫົວໜ້າປະໂຣຫິດ ແລະບັນດາສະມາຊິກສະພາ ຫາພະຍານຫຼັກຖານບໍ່ຈິງຂຶ້ນມາຕໍ່ສູ້ພຣະອົງ ເພື່ອໃຫ້ພຣະອົງຖືກໂທດປະຫານ,
ດັ່ງນັ້ນ ໂປໂລຈຶ່ງກ່າວຕໍ່ມະຫາປະໂຣຫິດວ່າ, “ພຣະເຈົ້າຈະຊົງຕົບເຈົ້າ ຜູ້ເປັນຝາທີ່ທາດ້ວຍປູນຂາວ ເຈົ້ານັ່ງພິພາກສາເຮົາຕາມກົດບັນຍັດ ແຕ່ເຈົ້າຝ່າຝືນກົດບັນຍັດໂດຍສັ່ງຄົນຕົບປາກເຮົາ.”
ແຕ່ພວກເຈົ້າໄດ້ໝິ່ນປະໝາດຄົນທຸກຈົນ ແມ່ນຜູ້ໃດທີ່ໄດ້ກົດຂີ່ພວກເຈົ້າ ແລະຈັບພວກເຈົ້າຂຶ້ນສານ ບໍ່ແມ່ນຄົນຮັ່ງມີນັ້ນບໍ?