Biblia Todo Logo
Internet tuqin Biblia

- Anuncios ukanaka -




ປັນຍາຈານ 3:13 - ພຣະຄຳພີສັກສິ

13 ມະນຸດ​ທຸກຄົນ​ຄວນ​ກິນ​ແລະ​ດື່ມ ແລະ​ສະໜຸກ​ຢູ່​ກັບ​ສິ່ງ​ທີ່​ຕົນ​ຫາ​ມາ​ໄດ້. ອັນ​ນີ້​ແມ່ນ​ຂອງຂວັນ​ທີ່​ມາ​ຈາກ​ພຣະເຈົ້າ.

Uka jalj uñjjattʼäta Copia luraña




ປັນຍາຈານ 3:13
14 Jak'a apnaqawi uñst'ayäwi  

ເຈົ້າ​ຈະ​ທຳມາ​ຫາກິນ​ດ້ວຍ​ເຫື່ອແຮງ​ຂອງເຈົ້າ ເຈົ້າ​ຈະ​ມີ​ຄວາມສຸກ​ແລະ​ມີ​ຄວາມ​ຈະເລີນ​ຂຶ້ນ.


ພວກເຈົ້າ​ມັກ​ມ່ວນ​ໃນ​ຊີວິດ​ນີ້​ຊັ້ນບໍ? ຢາກ​ໄດ້​ຊີວິດ​ຍືນຍາວ​ແລະ​ຄວາມສຸກ​ຫລື​ບໍ່?


ຄວາມສຸກ​ຢ່າງ​ດຽວ​ຂອງ​ມະນຸດ​ກໍ​ຄື​ກິນ​ແລະ​ດື່ມ ແລະ​ສະໜຸກ​ຢູ່​ກັບ​ສິ່ງ​ທີ່​ຕົນ​ຫາ​ມາ​ໄດ້. ຢ່າງໃດ​ກໍຕາມ ຂ້າພະເຈົ້າ​ຍັງ​ສຳນຶກ​ໄດ້​ວ່າ ສິ່ງ​ເຫຼົ່ານີ້​ແມ່ນ​ລ້ວນແຕ່​ມາ​ຈາກ​ພຣະເຈົ້າ​ທັງສິ້ນ.


ດ້ວຍ​ຄວາມຢາກ​ມີ​ປັນຍາ ຂ້າພະເຈົ້າ​ຈຶ່ງ​ຕັດສິນໃຈ​ດື່ມ​ເຫຼົ້າ​ອະງຸ່ນ ເພື່ອ​ເຮັດ​ໃຫ້​ຂ້າພະເຈົ້າ​ດີໃຈ​ແລະ​ສະໜຸກ. ຂ້າພະເຈົ້າ​ຄິດວ່າ​ສິ່ງ​ນີ້​ອາດ​ເປັນ​ວິທີ​ດີທີ່ສຸດ​ກໍໄດ້ ທີ່​ມະນຸດ​ນຳ​ເອົາ​ໄປ​ໃຊ້​ໄດ້​ໃນ​ຊີວິດ​ອັນ​ສັ້ນໆ​ຂອງຕົນ​ຢູ່​ໃນ​ໂລກນີ້.


ພຣະເຈົ້າ​ຈະ​ໃຫ້​ຄົນໃດ​ຄົນໜຶ່ງ​ຮັ່ງມີ, ມີ​ກຽດ ແລະ​ມີ​ຊັບສົມບັດ​ຄື: ໃຫ້​ລາວ​ມີ​ທຸກສິ່ງ​ທີ່​ລາວ​ຕ້ອງການ, ແຕ່​ແລ້ວ​ພັດ​ບໍ່​ໃຫ້​ລາວ​ສະໜຸກ​ຢູ່​ກັບ​ສິ່ງ​ນັ້ນ. ຄົນ​ແປກໜ້າ​ຊໍ້າພັດ​ໄດ້​ສະໜຸກ​ຢູ່​ກັບ​ສິ່ງ​ເຫຼົ່ານັ້ນ​ແທນ. ມັນ​ຊ່າງ​ອະນິຈັງ ແລະ​ບໍ່​ເປັນ​ການ​ຖືກຕ້ອງ​ເສຍ​ເລີຍ.


ສະນັ້ນ ຂ້າພະເຈົ້າ​ຈຶ່ງ​ແນ່ໃຈ​ໄດ້​ວ່າ ມະນຸດ​ຄວນ​ເຮັດ​ໃຫ້​ຕົນ​ສະໜຸກ​ສະໜານ ເພາະ​ຄວາມສຸກ​ຢ່າງດຽວ​ທີ່​ມະນຸດ​ມີ​ຢູ່​ໃຕ້​ດວງ​ຕາເວັນ​ຄື: ກິນ​ແລະ​ດຶ່ມ​ແລະ​ເຮັດ​ໃຫ້​ຕົນ​ສະໜຸກ​ສະໜານ ຢ່າງໜ້ອຍ​ລາວ​ກໍ​ເຮັດ​ສິ່ງ​ນີ້​ໄດ້ ໃນ​ຂະນະທີ່​ບຸກບືນ​ເຮັດ​ວຽກ​ຕະຫລອດ​ຊີວິດ ທີ່​ພຣະເຈົ້າ​ປະທານ​ໃຫ້​ແກ່​ຕົນ​ຢູ່ໃຕ້​ດວງຕາເວັນ.


ສະນັ້ນ ຈົ່ງ​ກິນ​ອາຫານ​ທີ່​ເຈົ້າ​ມີ​ແລະ​ມີ​ຄວາມສຸກ​ສາເຖີດ; ດື່ມ​ເຫຼົ້າ​ອະງຸ່ນ​ແລະ​ເບີກບານ​ໃຈ​ສາເຖີດ. ສຳລັບ​ພຣະເຈົ້າ​ແລ້ວ ສິ່ງ​ເຫຼົ່ານີ້​ລ້ວນແຕ່​ເປັນ​ການ​ຖືກຕ້ອງ​ທັງສິ້ນ.


ທີ່​ນັ້ນ​ຊ້ອງໜ້າ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ຜູ້​ທີ່​ອວຍພອນ​ພວກເຈົ້າ. ພວກເຈົ້າ​ພ້ອມ​ທັງ​ຄອບຄົວ​ຈະ​ກິນ ແລະ​ຊົມຊື່ນ​ຍິນດີ​ກັບ​ສິ່ງ​ດີ​ນາໆ​ປະການ​ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໄດ້​ອວຍພອນ​ໃຫ້.


ຈົ່ງ​ຮູ້ຈັກ​ພຣະຄຸນ​ຂອງ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ສຳລັບ​ສິ່ງ​ດີໆ​ທີ່​ພຣະອົງ​ໄດ້​ໂຜດ​ໃຫ້​ພວກເຈົ້າ​ກັບ​ຄອບຄົວ; ຈົ່ງ​ໃຫ້​ຊາວ​ເລວີ​ແລະ​ຊາວ​ຕ່າງດ້າວ​ທີ່​ອາໄສ​ຢູ່​ທ່າມກາງ​ພວກເຈົ້າ ຮ່ວມ​ຊົມຊື່ນ​ຍິນດີ​ໃນ​ການ​ສະຫລອງ​ນີ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka