1 ທຸກສິ່ງທີ່ເກີດຂຶ້ນຢູ່ໃນໂລກນີ້ ເປັນໄປຕາມລະດູການ ແລະເວລາທີ່ພຣະເຈົ້າກຳນົດໄວ້.
ແຕ່ເພິ່ນກ່າວຕໍ່ລາວວ່າ, “ເມື່ອຊາຍຄົນນັ້ນລົງແຕ່ລົດມ້າມາຫາເຈົ້າ ຈິດວິນຍານຂອງຂ້ອຍບໍ່ໄດ້ຢູ່ໃນບ່ອນນັ້ນຊັ້ນບໍ? ນີ້ບໍ່ແມ່ນເວລາຮັບເອົາເງິນ ແລະເຄື່ອງນຸ່ງ, ສວນໝາກກອກເທດ ແລະສວນອະງຸ່ນ, ແກະແລະງົວ ຫລືຄົນຮັບໃຊ້.
ເມື່ອໄດ້ທົນທຸກຢູ່ເຊັ່ນນັ້ນ ເພິ່ນຈຶ່ງຖ່ອມຕົວລົງ ແລະຫັນມາຫາພຣະເຈົ້າຢາເວ ພຣະເຈົ້າຂອງເພິ່ນ ແລະຖ່ອມຕົວລົງຫລາຍຕໍ່ໜ້າພຣະເຈົ້າຂອງບັນພະບຸລຸດຂອງເພິ່ນ ແລະໄດ້ພາວັນນາອະທິຖານຕໍ່ພຣະອົງ.
ຮູ້ຈັກໃຊ້ຄຳເວົ້າທີ່ຖືກກາລະເທສະ ພາໃຫ້ເກີດຄວາມຊົມຊື່ນຍິນດີ.
ຢ່າປຸກເຮືອນແລະສ້າງຄອບຄົວ ຈົນກວ່າເຈົ້າເຮັດໄຮ່ໄຖນາແລ້ວໆ ແລະແນ່ໃຈວ່າເຈົ້າສາມາດກຸ້ມຕົນເອງໄດ້.
ຂ້າພະເຈົ້າໄດ້ຕັ້ງໃຈພິຈາລະນາແລະສຶກສາເບິ່ງ ສິ່ງທັງໝົດທີ່ໄດ້ເກີດຂຶ້ນໃນໂລກນີ້. ພຣະເຈົ້າໄດ້ກຳນົດຊາຕາກຳອັນແສນລຳບາກເໜືອມະນຸດ.
ສະນັ້ນ ສຳລັບຂ້າພະເຈົ້າແລ້ວ ຊີວິດຈຶ່ງກາຍເປັນສິ່ງທີ່ບໍ່ມີຄວາມໝາຍຫຍັງ ເພາະທຸກສິ່ງທີ່ຢູ່ໃຕ້ດວງຕາເວັນບໍ່ໄດ້ນຳຫຍັງເລີຍມາໃຫ້ຂ້າພະເຈົ້າ ນອກຈາກຄວາມເດືອດຮ້ອນເທົ່ານັ້ນ. ທຸກສິ່ງລ້ວນແຕ່ອະນິຈັງທັງສິ້ນ. ຂ້າພະເຈົ້າກຳລັງແລ່ນໄລ່ໄປຕາມລົມ.
ດ້ວຍຄວາມຢາກມີປັນຍາ ຂ້າພະເຈົ້າຈຶ່ງຕັດສິນໃຈດື່ມເຫຼົ້າອະງຸ່ນ ເພື່ອເຮັດໃຫ້ຂ້າພະເຈົ້າດີໃຈແລະສະໜຸກ. ຂ້າພະເຈົ້າຄິດວ່າສິ່ງນີ້ອາດເປັນວິທີດີທີ່ສຸດກໍໄດ້ ທີ່ມະນຸດນຳເອົາໄປໃຊ້ໄດ້ໃນຊີວິດອັນສັ້ນໆຂອງຕົນຢູ່ໃນໂລກນີ້.
ຂ້າພະເຈົ້າໄດ້ເວົ້າກັບຕົນເອງວ່າ, “ພຣະເຈົ້າຈະຕັດສິນຄົນຊອບທຳ ແລະຄົນຊົ່ວຊ້າເໝືອນກັນ ເພາະທຸກສິ່ງແລະທຸກການກະທຳຈະເກີດຂຶ້ນ ຕາມກຳນົດເວລາຂອງມັນເອງ.”
ເມື່ອທຸກສິ່ງເປັນໄປໂດຍດີ ຈົ່ງຍິນດີເຖີດ, ແຕ່ເມື່ອຄວາມເດືອດຮ້ອນມາເຖິງ ຈົ່ງລະນຶກວ່າ ພຣະເຈົ້າໃຫ້ທັງຄວາມເດືອດຮ້ອນແລະຄວາມຍິນດີ ດັ່ງນັ້ນ ເຈົ້າຈະຮູ້ບໍ່ໄດ້ຈັກເທື່ອວ່າ ອະນາຄົດຈະມີເຫດການຫຍັງເກີດຂຶ້ນ.
ຈົ່ງໃສ່ຊື່ໃໝ່ໃຫ້ກະສັດແຫ່ງເອຢິບສາວ່າ, ‘ຄົນເວົ້າຂີ້ສະຫາວ ໃຊ້ການຫຍັງບໍ່ໄດ້.’
ແລະຕອນເຊົ້າພວກເຈົ້າກໍເຄີຍເວົ້າວ່າ, ‘ວັນນີ້ຝົນຈະຕົກເພາະທ້ອງຟ້າມີສີແດງເຂັ້ມແລະມືດຄື້ມ.’ ພວກເຈົ້າສັງເກດອາກາດລ່ວງໜ້າໄດ້ໂດຍເບິ່ງທ້ອງຟ້າ, ແຕ່ພວກເຈົ້າສັງເກດໝາຍສຳຄັນເຖິງຍຸກສະໄໝນີ້ບໍ່ໄດ້.