9 ຈິງແທ້ ຂ້າພະເຈົ້າຍິ່ງໃຫຍ່ ຍິ່ງໃຫຍ່ກວ່າຄົນໃດໆ ທີ່ໄດ້ອາໄສຢູ່ໃນນະຄອນເຢຣູຊາເລັມກ່ອນຂ້າພະເຈົ້າ ແລະປັນຍາກໍໄດ້ດຳລົງຢູ່ກັບຂ້າພະເຈົ້າ.
ກະສັດໂຊໂລໂມນຮັ່ງມີ ແລະສະຫລາດຫລາຍກວ່າກະສັດທັງໝົດທີ່ແຜ່ນດິນໂລກ.
ແຕ່ຂ້ານ້ອຍບໍ່ເຊື່ອຈົນໄດ້ມາເຫັນດ້ວຍຕົນເອງ ສິ່ງທີ່ຂ້ານ້ອຍໄດ້ຍິນນັ້ນບໍ່ຮອດເຄິ່ງໜຶ່ງຂອງສະຕິປັນຍານີ້; ທ່ານມີສະຕິປັນຍາ ແລະຊັບສົມບັດຫລາຍກວ່າທີ່ຂ້ານ້ອຍໄດ້ຍິນມາ.
ເຮົາຈະເຮັດຕາມສິ່ງທີ່ເຈົ້າໄດ້ຂໍມາ. ເຮົາຈະໃຫ້ເຈົ້າມີສະຕິປັນຍາ ແລະຄວາມເຂົ້າໃຈເໜືອກວ່າຄົນໃດໆທີ່ເຄີຍມີມາກ່ອນ ແລະຈະບໍ່ມີຜູ້ໃດມີສະຕິປັນຍາຄືເຈົ້າອີກຈັກເທື່ອ.
ພຣະເຈົ້າຢາເວໄດ້ເຮັດໃຫ້ຊົນຊາດທັງໝົດເກງກົວກະສັດໂຊໂລໂມນ ແລະພຣະອົງໄດ້ບັນດານໃຫ້ເພິ່ນມີກຽດຍິ່ງໃຫຍ່ກວ່າກະສັດໃດໆທີ່ປົກຄອງປະເທດອິດສະຣາເອນ.
ໂຊໂລໂມນລູກຊາຍຂອງກະສັດດາວິດໄດ້ປົກຄອງຊາດອິດສະຣາເອນຢ່າງໝັ້ນຄົງ ແລະພຣະເຈົ້າຢາເວ ພຣະເຈົ້າຂອງເພິ່ນ ກໍເຮັດໃຫ້ເພິ່ນມີອຳນາດຫລາຍຂຶ້ນ.
ຂ້າພະເຈົ້າເຄີຍເວົ້າກັບຕົນເອງວ່າ, “ເຮົາກາຍເປັນຄົນສຳຄັນ ທັງມີປັນຍາກວ່າຄົນໃດໆ ທີ່ເຄີຍປົກຄອງນະຄອນເຢຣູຊາເລັມມາກ່ອນເຮົາ. ເຮົາຮູ້ຈັກປັນຍາແລະຄວາມຮູ້ແທ້ນັ້ນວ່າເປັນຢ່າງໃດ.”
ເຈົ້າຮັ່ງມີຫລາຍເທົ່າໃດ ເຈົ້າກໍຕ້ອງລ້ຽງຫລາຍຄົນເທົ່ານັ້ນ. ສິ່ງທັງໝົດທີ່ເຈົ້າໄດ້ຮັບນັ້ນ ກໍພຽງແຕ່ຄວາມຮູ້ທີ່ວ່າຕົນຮັ່ງມີ.