Biblia Todo Logo
Internet tuqin Biblia

- Anuncios ukanaka -




ປັນຍາຈານ 2:7 - ພຣະຄຳພີສັກສິ

7 ຂ້າພະເຈົ້າ​ໄດ້​ຊື້​ທາດຮັບໃຊ້​ຊາຍ​ຍິງ​ຕັ້ງ​ຫລວງຫລາຍ ແລະ​ກໍ​ມີ​ທາດຮັບໃຊ້​ຫລາຍ​ຄົນ​ທີ່​ໄດ້​ເກີດ​ຢູ່​ໃນ​ເຮືອນ​ຂອງ​ຂ້າພະເຈົ້າ. ຂ້າພະເຈົ້າ​ມີ​ຝູງສັດ​ຫລາຍກວ່າ​ຄົນ​ໃດໆ ທີ່​ເຄີຍ​ມີ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ.

Uka jalj uñjjattʼäta Copia luraña




ປັນຍາຈານ 2:7
16 Jak'a apnaqawi uñst'ayäwi  

ອັບຣາມ​ເປັນ​ຄົນ​ຮັ່ງມີ; ເພິ່ນ​ມີ​ຝູງແກະ, ຝູງແບ້ ແລະ​ຝູງງົວ ພ້ອມ​ທັງ​ເງິນຄຳ​ຢ່າງ​ຫລວງຫລາຍ.


ເມື່ອ​ອັບຣາມ​ໄດ້ຍິນ​ວ່າ ຫລານຊາຍ​ຂອງຕົນ​ຖືກ​ຈັບ​ໄປ; ເພິ່ນ​ຈຶ່ງ​ລະດົມ​ເອົາ​ນັກຮົບ​ຈຳນວນ 318 ຄົນ ໃນ​ຄ້າຍພັກ​ຂອງຕົນ ແລະ​ໄລ່​ຕິດຕາມ​ກະສັດ​ທັງ​ສີ່​ໄປ​ຈົນເຖິງ​ເມືອງ​ດານ.


ພຣະອົງ​ບໍ່​ໃຫ້​ຂ້ານ້ອຍ​ມີ​ລູກ ແລະ​ຄົນ​ຮັບໃຊ້​ຄົນ​ໜຶ່ງ​ຂອງ​ຂ້ານ້ອຍ​ຈະ​ເປັນ​ຜູ້​ໄດ້​ຮັບ​ມໍຣະດົກ.”


ງົວ​ຕຸ້ຍພີ​ສິບ​ໂຕ, ງົວ​ລ້ຽງ​ຈາກ​ທົ່ງນາ​ຊາວ​ໂຕ, ແກະ​ໜຶ່ງຮ້ອຍ​ໂຕ. ນອກຈາກນີ້ ຍັງ​ມີ​ກວາງ, ມັ່ງ, ໂອງ ແລະ​ໄກ່​ໂຕ​ອ້ວນພີ.


ກະສັດ​ເມຊາ​ແຫ່ງ​ໂມອາບ​ໄດ້​ລ້ຽງ​ແກະ​ໄວ້​ຢ່າງ​ຫລວງຫລາຍ; ແລະ​ທຸກ​ປີ​ໃດ ເພິ່ນ​ໄດ້​ເສຍສ່ວຍ​ໃຫ້​ກະສັດ​ແຫ່ງ​ອິດສະຣາເອນ ລູກແກະ​ໜຶ່ງແສນ​ໂຕ ແລະ​ຂົນແກະ​ຈາກແກະ​ໜຶ່ງແສນ​ໂຕ.


ເພິ່ນ​ໄດ້​ສ້າງ​ຫໍຄອຍ​ທີ່​ມີ​ປ້ອມ​ປ້ອງກັນ​ນອກເມືອງ​ເຊັ່ນກັນ ພ້ອມ​ທັງ​ໄດ້​ຂຸດ​ອ່າງ​ເກັບ​ນໍ້າ​ໄວ້​ດ້ວຍ ຍ້ອນ​ເພິ່ນ​ມີ​ຝູງງົວ​ຢ່າງ​ຫລວງຫລາຍ​ຢູ່​ຕາມ​ຈ້າຍ​ພູ​ແລະ​ຕາມ​ທົ່ງພຽງ. ຍ້ອນ​ເພິ່ນ​ມັກ​ການ​ປູກຝັງ ເພິ່ນ​ຈຶ່ງ​ສົ່ງເສີມ​ປະຊາຊົນ​ໃຫ້​ປູກ​ຕົ້ນອະງຸ່ນ​ຕາມ​ເມືອງ​ພູດອຍ​ແລະ​ໃຫ້​ເຮັດ​ສວນ​ຕາມ​ດິນ​ທີ່​ອຸດົມສົມບູນ.


ຕະກຸນ​ຕ່າງໆ​ຂອງ​ຄົນ​ຮັບໃຊ້​ຂອງ​ກະສັດ​ໂຊໂລໂມນ ທີ່​ໄດ້​ກັບຄືນ​ມາ​ຈາກ​ການ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ ມີ​ດັ່ງນີ້: ໂສໄຕ, ຮາໂສເຟເຣັດ, ເປຣູດາ,


ຈຳນວນ​ເຊື້ອສາຍ​ທັງໝົດ​ຂອງ​ຄົນ​ເຮັດ​ວຽກ​ໃນ​ພຣະວິຫານ ແລະ​ຄົນ​ຮັບໃຊ້​ຂອງ​ກະສັດ​ໂຊໂລໂມນ ທີ່​ໄດ້​ກັບຄືນ​ມາ​ຈາກ​ການ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ ມີ​ທັງໝົດ 392 ຄົນ.


ຕະກຸນ​ຕ່າງໆ​ຂອງ​ຄົນ​ຮັບໃຊ້​ຂອງ​ກະສັດ​ໂຊໂລໂມນ ທີ່​ໄດ້​ກັບຄືນ​ມາ​ຈາກ​ການ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ ມີ​ດັ່ງນີ້: ໂສໄຕ, ໂສເຟເຣັດ, ເປຣີດາ,


ພ້ອມ​ທັງ​ມີ​ແກະ​ເຈັດພັນ​ໂຕ, ອູດ​ສາມພັນ​ໂຕ, ງົວ​ໜຶ່ງພັນ​ໂຕ ແລະ​ລໍ​ຫ້າຮ້ອຍ​ໂຕ. ເພິ່ນ​ຍັງ​ມີ​ຄົນຮັບໃຊ້​ຈຳນວນ​ຫລວງຫລາຍ ແລະ​ທັງ​ເປັນ​ຄົນ​ຮັ່ງມີ​ທີ່ສຸດ​ຢູ່​ທາງ​ພາກ​ຕາເວັນອອກ.


ພຣະເຈົ້າຢາເວ​ໄດ້​ອວຍພອນ​ຊີວິດ​ບັ້ນປາຍ​ຂອງ​ໂຢບ ຫລາຍກວ່າ​ພຣະອົງ​ໄດ້​ອວຍພອນ​ຊີວິດ​ບັ້ນຕົ້ນ​ຂອງ​ເພິ່ນ. ໂຢບ​ມີ​ແກະ​ສິບສີ່ພັນ​ໂຕ, ອູດ​ຫົກພັນ​ໂຕ, ງົວ​ສອງພັນ​ໂຕ ແລະ​ລໍ​ໜຶ່ງພັນ​ໂຕ.


ແຕ່​ຖ້າ​ຄົນ​ໃຊ້​ຜູ້​ນັ້ນ​ຄິດ​ວ່າ ຍັງ​ອີກ​ດົນ​ນາຍ​ຂອງຕົນ​ຈະ​ກັບ​ມາ ແລະ​ຖ້າ​ລາວ​ລົງ​ມື​ຂ້ຽນ​ຕີ​ຄົນ​ຮັບໃຊ້​ຜູ້​ອື່ນໆ ທັງ​ຊາຍ​ແລະ​ຍິງ ທັງ​ກິນ​ແລະ​ດື່ມ​ຈົນ​ມືນ​ເມົາ​ດ້ວຍ,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka