Biblia Todo Logo
Internet tuqin Biblia

- Anuncios ukanaka -




ປັນຍາຈານ 2:6 - ພຣະຄຳພີສັກສິ

6 ຂ້າພະເຈົ້າ​ຂຸດ​ບໍ່ນໍ້າ​ຫລາຍແຫ່ງ​ໄວ້ ເພື່ອ​ໃຊ້​ຫົດ​ພືດພັນ​ຕົ້ນໄມ້.

Uka jalj uñjjattʼäta Copia luraña




ປັນຍາຈານ 2:6
7 Jak'a apnaqawi uñst'ayäwi  

ແລ້ວ​ຈາກ​ດ້ານ​ທິດ​ຕາເວັນອອກ​ຂອງ​ເມືອງ ຂ້າພະເຈົ້າ​ໄດ້​ໄປ​ທາງ​ດ້ານ​ເໜືອ​ສູ່​ປະຕູ​ນໍ້າພຸ ແລະ​ສູ່​ສະ​ອາບນໍ້າ​ຂອງ​ກະສັດ. ທາງ​ເສັ້ນ​ນີ້​ບໍ່ມີ​ບ່ອນ​ພໍ​ໃຫ້​ລໍ​ຂອງ​ຂ້າພະເຈົ້າ​ຜ່ານ​ໄປ​ໄດ້​ເລີຍ;


ຂ້າພະເຈົ້າ​ຍັງ​ຂໍຮ້ອງ​ເພິ່ນ​ໃຫ້​ຂຽນ​ຈົດໝາຍ​ໄປ​ຫາ​ອາສັບ ຜູ້​ຮັກສາ​ປ່າໄມ້​ຂອງ​ກະສັດ ໂດຍ​ແນະນຳ​ເພິ່ນ​ໃຫ້​ຈັດຫາ​ໄມ້ ສຳລັບ​ສ້າງ​ປະຕູ​ປ້ອມ​ທີ່​ຮັກສາ​ພຣະວິຫານ, ສຳລັບ​ສ້າງ​ກຳແພງ​ເມືອງ ແລະ​ສຳລັບ​ສ້າງ​ເຮືອນ​ທີ່​ຂ້າພະເຈົ້າ​ຈະ​ຢູ່​ດ້ວຍ. ກະສັດ​ກໍໄດ້​ອະນຸຍາດ​ໃຫ້​ທຸກສິ່ງ ຕາມ​ທີ່​ຂ້າພະເຈົ້າ​ຂໍຮ້ອງ ເພາະ​ພຣະເຈົ້າ​ສະຖິດ​ຢູ່​ນຳ​ຂ້າພະເຈົ້າ.


ຊານລູມ​ລູກຊາຍ​ຂອງ​ໂກນໂຮເຊ ຜູ້ປົກຄອງ​ເມືອງ​ມີຊະປາ​ໄດ້​ສ້າງ​ປະຕູ​ນໍ້າພຸ. ເພິ່ນ​ໄດ້​ມຸງ​ທາງຍ່າງ ແລະ​ໃສ່​ປະຕູ​ໃນ​ບ່ອນ​ຂອງ​ມັນ ພ້ອມທັງ​ໃຊ້​ເຫລັກແທ່ງ​ເປັນ​ໄລຄັດ. ຢູ່​ໃນ​ບ່ອນ​ອາບນໍ້າ​ຂອງ​ເຊລາ ເພິ່ນ​ໄດ້​ສ້າງ​ກຳແພງ​ໄປ​ຕໍ່​ໃສ່​ກັບ​ສວນ​ຂອງ​ກະສັດ ຈົນເຖິງ​ຂັ້ນໄດ​ລົງ​ໄປ​ເຖິງ​ເມືອງ​ຂອງ​ດາວິດ.


ເນເຫມີຢາ​ລູກຊາຍ​ຂອງ​ອາຊະບຸກ ຜູ້ປົກຄອງ​ເຄິ່ງ​ໜຶ່ງ​ຂອງ​ເມືອງ​ເບັດຊູເຣ ໄດ້​ສ້າງ​ສ່ວນ​ຕໍ່ໄປ ຈົນຮອດ​ອຸບມຸງ​ຂອງ​ກະສັດ​ດາວິດ, ສະ​ອາບນໍ້າ ແລະ ທີ່​ພັກ​ຂອງ​ທະຫານ.


ພວກເຂົາ​ເປັນ​ດັ່ງ​ຕົ້ນໄມ້​ທີ່​ໃຫຍ່​ຢູ່​ໃກ້​ລຳນໍ້າ ຊຶ່ງ​ເກີດ​ໝາກ​ຕາມ​ລະດູການ ແລະ​ໃບ​ກໍ​ບໍ່​ຫ່ຽວແຫ້ງ​ຈັກເທື່ອ. ທຸກສິ່ງ​ທີ່​ພວກເຂົາ​ກະທຳ​ກໍ​ຈະເລີນ​ຮຸ່ງເຮືອງ​ຂື້ນ.


ລຳຄໍ​ນ້ອງ​ກໍ​ເປັນ​ດັ່ງ​ຫໍຄອຍ​ສູງ ຊຶ່ງ​ກ້ຽງ​ກົມ ແລະ​ຂາວ​ງາມ​ດັ່ງ​ງາ​ຊ້າງ. ຕາ​ນ້ອງ​ທັງສອງ​ເປັນ​ດັ່ງ​ສະ​ນໍ້າ​ທີ່​ເຮັດຊະໂບນ ທີ່​ຢູ່​ໃກ້​ປະຕູ​ເຂົ້າ​ໄປ​ສູ່​ເມືອງ​ໃຫຍ່​ນັ້ນ. ດັງ​ນ້ອງ​ກໍ​ງາມ​ດັ່ງ​ຫໍຄອຍ​ສູງ​ທີ່​ເລບານອນ ທີ່​ເປັນ​ບ່ອນ​ເຝົ້າຍາມ​ຢູ່​ກົງກັບ​ດາມັສກັດ​ພຸ້ນ.


ພວກເຂົາ​ເປັນ​ດັ່ງ​ຕົ້ນໄມ້​ທີ່​ເກີດ​ໃກ້​ແຄມ​ລຳທານ ຢັ່ງຮາກ​ລົງ​ດູດ​ນໍ້າ​ຕາມ​ລຳທານ​ນັ້ນ. ພວກເຂົາ​ຈະ​ບໍ່​ຢ້ານ​ເມື່ອ​ອາກາດ​ຮ້ອນ​ພັດ​ຜ່ານ​ມາ ເພາະ​ໃບ​ກໍ​ດົກ ແລະ​ຂຽວ​ຢູ່​ເລື້ອຍໆ; ມັນ​ຈະ​ບໍ່​ເດືອດຮ້ອນ​ເມື່ອ​ບໍ່ມີ​ຝົນ​ຕົກ ຈະ​ສືບຕໍ່​ເກີດດອກ​ອອກຜົນ​ຢູ່​ຢ່າງນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka