4 ຂ້າພະເຈົ້າໄດ້ເຮັດວຽກງານທີ່ຍິ່ງໃຫຍ່ສຳເລັດ ຂ້າພະເຈົ້າໄດ້ປຸກເຮືອນໄວ້ຫລາຍຫລັງ ແລະປູກສວນອະງຸ່ນໄວ້ຫລາຍບ່ອນເພື່ອຕົນເອງ.
ພວກເຂົາເວົ້າວ່າ, “ບັດນີ້ ຈົ່ງພາກັນສ້າງເມືອງກັບທັງໃຫ້ມີຫໍຄອຍທີ່ມີຍອດສູງຈຸຟ້າສະຫວັນ ເພື່ອພວກເຮົາຈະໄດ້ສ້າງຊື່ສຽງໄວ້ ແລະຈະບໍ່ຖືກພັດພາກຈາກກັນໄປທົ່ວເທິງແຜ່ນດິນໂລກນີ້.”
ເມື່ອອັບຊາໂລມຍັງມີຊີວິດຢູ່ນັ້ນ ລາວໄດ້ສ້າງອະນຸສາວະລີສ່ວນຕົວໄວ້ທີ່ຮ່ອມພູຂອງກະສັດ ເພາະລາວບໍ່ມີລູກຊາຍໄວ້ສືບໜໍ່ແທນແນວ. ດັ່ງນັ້ນ ອັບຊາໂລມຈຶ່ງເອີ້ນຊື່ອະນຸສາວະລີນັ້ນຕາມຊື່ຂອງຕົນ ແລະທຸກວັນນີ້ກໍຍັງເປັນທີ່ຮູ້ຈັກກັນວ່າ ອະນຸສາວະລີອັບຊາໂລມ.
“ຂໍໃຫ້ພວກເຮົາເປັນພັນທະມິດກັນ ຕາມທີ່ພໍ່ຂອງພວກເຮົາເຄີຍໄດ້ເປັນມານັ້ນ. ເງິນແລະຄຳເຫຼົ່ານີ້ເປັນຂອງຂວັນສຳລັບທ່ານ. ຂໍໃຫ້ທ່ານເລີກເປັນພັນທະມິດກັບບາອາຊາກະສັດແຫ່ງອິດສະຣາເອນ ເພື່ອວ່າລາວຈະໄດ້ຖອນກອງທັບຂອງລາວອອກໄປຈາກເຂດແດນຂອງຂ້າພະເຈົ້າ.”
ຫລັງຈາກກະສັດໂຊໂລໂມນສ້າງພຣະວິຫານຂອງພຣະເຈົ້າຢາເວ, ຣາຊວັງ ແລະທຸກໆສິ່ງທີ່ເພິ່ນຢາກສ້າງນັ້ນສຳເລັດລົງແລ້ວ;
ເພິ່ນໄດ້ສ້າງຫໍຄອຍທີ່ມີປ້ອມປ້ອງກັນນອກເມືອງເຊັ່ນກັນ ພ້ອມທັງໄດ້ຂຸດອ່າງເກັບນໍ້າໄວ້ດ້ວຍ ຍ້ອນເພິ່ນມີຝູງງົວຢ່າງຫລວງຫລາຍຢູ່ຕາມຈ້າຍພູແລະຕາມທົ່ງພຽງ. ຍ້ອນເພິ່ນມັກການປູກຝັງ ເພິ່ນຈຶ່ງສົ່ງເສີມປະຊາຊົນໃຫ້ປູກຕົ້ນອະງຸ່ນຕາມເມືອງພູດອຍແລະໃຫ້ເຮັດສວນຕາມດິນທີ່ອຸດົມສົມບູນ.
ໂຊໂລໂມນໄດ້ຍ້າຍເມຍຂອງເພິ່ນ ລູກສາວຂອງກະສັດແຫ່ງເອຢິບອອກຈາກເມືອງຂອງດາວິດ ແລະໃຫ້ໄປຢູ່ໃນເຮືອນທີ່ເພິ່ນໄດ້ສ້າງສຳລັບນາງໂດຍສະເພາະ. ເພິ່ນເວົ້າວ່າ, “ນາງບໍ່ສົມຄວນຢູ່ໃນວັງຂອງກະສັດແຫ່ງອິດສະຣາເອນ ເພາະບ່ອນໃດທີ່ມີຫີບຂອງພຣະເຈົ້າຢາເວກໍເປັນບ່ອນສັກສິດ.”
ຂຸມຝັງສົບ ເປັນບ້ານເຮືອນຂອງເຂົາຕະຫຼອດໄປ ແມ່ນວ່າຄັ້ງໜຶ່ງພວກເຂົາມີທີ່ດິນເປັນຂອງຕົນເອງກໍຕາມ.
ຄົນຮັກຂອງນ້ອງເປັນດັ່ງບັນດາດອກໄມ້ປ່າ ທີ່ຈູມບານອອກດອກໃນສວນອະງຸ່ນທີ່ເອນເກດີ.
ພວກເຮົາຈະລຸກແຕ່ເຊົ້າເພື່ອໄປເບິ່ງເຄືອອະງຸ່ນ ເບິ່ງວ່າເຄືອອະງຸ່ນປົ່ງຍອດແລ້ວຫລືບໍ່ ເລາະເບິ່ງຕົ້ນໄມ້ ເບິ່ງຕົ້ນໝາກພີລາທີ່ນັ້ນຄືກັນ ແລະນ້ອງຈະມອບຄວາມຮັກໃຫ້ແກ່ອ້າຍທີ່ນັ້ນ.
ເມື່ອຂ້ອຍຮ້ອງເພງນີ້ ຂໍທ່ານຈົ່ງຟັງເອົາເດີ ທີ່ເອີ່ຍເຖິງສວນອະງຸ່ນກັບໝູ່ເພື່ອນຂອງຂ້ອຍ: ເພື່ອນຂອງຂ້ອຍມີສວນອະງຸ່ນຕອນໜຶ່ງ ຊຶ່ງສວນນີ້ຕັ້ງຢູ່ຕາມເນີນພູທີ່ມີດິນດີ.
ເພິ່ນໄດ້ກ່າວວ່າ, “ເບິ່ງດູ ນະຄອນບາບີໂລນນີ້ເປັນເມືອງໃຫຍ່ຫລາຍ ເຮົາໄດ້ສ້າງໃຫ້ເປັນເມືອງຫລວງຂອງເຮົາ ເພື່ອສະແດງເຖິງອຳນາດ ແລະຄວາມຍິ່ງໃຫຍ່ ກຽດຕິຍົດ ແລະສະຫງ່າຣາສີຂອງເຮົາ.”