Biblia Todo Logo
Internet tuqin Biblia

- Anuncios ukanaka -




ປັນຍາຈານ 2:3 - ພຣະຄຳພີສັກສິ

3 ດ້ວຍ​ຄວາມຢາກ​ມີ​ປັນຍາ ຂ້າພະເຈົ້າ​ຈຶ່ງ​ຕັດສິນໃຈ​ດື່ມ​ເຫຼົ້າ​ອະງຸ່ນ ເພື່ອ​ເຮັດ​ໃຫ້​ຂ້າພະເຈົ້າ​ດີໃຈ​ແລະ​ສະໜຸກ. ຂ້າພະເຈົ້າ​ຄິດວ່າ​ສິ່ງ​ນີ້​ອາດ​ເປັນ​ວິທີ​ດີທີ່ສຸດ​ກໍໄດ້ ທີ່​ມະນຸດ​ນຳ​ເອົາ​ໄປ​ໃຊ້​ໄດ້​ໃນ​ຊີວິດ​ອັນ​ສັ້ນໆ​ຂອງຕົນ​ຢູ່​ໃນ​ໂລກນີ້.

Uka jalj uñjjattʼäta Copia luraña




ປັນຍາຈານ 2:3
22 Jak'a apnaqawi uñst'ayäwi  

ຢາໂຄບ​ຕອບ​ວ່າ, “ຊີວິດ​ທີ່​ທ່ອງທ່ຽວ​ໄປມາ​ຂອງ​ຂ້ານ້ອຍ ມີ​ຢູ່ 130 ປີ. ເປັນ​ເວລາສັ້ນ​ແລະ​ລຳບາກ ບໍ່​ຄື​ຊີວິດ​ທີ່​ທ່ອງທ່ຽວ​ໄປມາ​ຂອງ​ບັນພະບຸລຸດ​ຂອງ​ຂ້ານ້ອຍ.”


ຖ້າ​ຄົນຕາຍ​ແລ້ວ ເຂົາ​ຈະ​ຄືນ​ມີ​ຊີວິດ​ອີກ​ບໍ? ແຕ່​ຂ້ານ້ອຍ​ຈະ​ລໍຄອຍ​ໃຫ້​ວັນ​ເວລາ​ນັ້ນ​ດີຂຶ້ນ ລໍຄອຍ​ຢູ່​ຈົນກວ່າ​ວັນ​ເວລາ​ນັ້ນ​ຈະ​ມາເຖິງ ຄື​ວັນ​ຄວາມ​ທຸກລະທົມ​ຈະ​ສິ້ນສູນ​ຈາກ​ໄປ.


ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ປູກຝັງ​ຕາມ​ຜືນ​ແຜ່ນດິນ ແລະ​ຜະລິດ​ເຫຼົ້າ​ອະງຸ່ນ​ທີ່​ໃຫ້​ຄວາມ​ມ່ວນຊື່ນ ນໍ້າມັນ​ໝາກກອກເທດ​ທີ່​ໃຫ້​ຄວາມ​ຊື່ນບານ ແລະ​ເຂົ້າ​ທີ່​ໃຫ້​ພວກເຂົາ​ມີ​ເຫື່ອແຮງ​ຂຶ້ນໃໝ່.


ດື່ມ​ເຫຼົ້າ​ເກີນສ່ວນ​ພາ​ໃຫ້​ເກເລ ມີ​ແຕ່​ຄົນ​ໂງ່ຈ້າ​ອັບ​ປັນຍາ​ທີ່​ປ່ອຍ​ຕົນ​ໃຫ້​ເມົາ​ເຫຼົ້າ.


ຂ້າພະເຈົ້າ​ຕັ້ງໃຈ​ຮໍ່າຮຽນ​ໄຈ້ແຍກ ລະຫວ່າງ​ຄວາມຮູ້​ແລະ​ຄວາມ​ໂງ່ຈ້າ, ປັນຍາ​ແລະ​ຄວາມ​ບ້າຄັ່ງ, ແຕ່​ຂ້າພະເຈົ້າ​ໄດ້​ພົບ​ວ່າ ຂ້າພະເຈົ້າ​ກຳລັງ​ແລ່ນ​ໄລ່​ໄປ​ຕາມ​ລົມ​ຄືກັນ.


ການ​ກິນລ້ຽງ​ເຮັດ​ໃຫ້​ມີ​ຄວາມສຸກ ແລະ​ເຫຼົ້າ​ອະງຸ່ນ​ກໍ​ເຮັດ​ໃຫ້​ໂຮຮ້ອງ, ແຕ່​ທັງສອງ​ຢ່າງ​ນັ້ນ​ເປັນ​ໄປ​ບໍ່ໄດ້ ຖ້າ​ບໍ່ມີ​ເງິນ.


ໃນທີ່ສຸດ​ນີ້ ຍັງ​ມີ​ພຽງ​ສິ່ງດຽວ​ທີ່​ຈະ​ເວົ້າ ຈົ່ງ​ຢຳເກງ​ພຣະເຈົ້າ ແລະ​ເຮັດ​ຕາມ​ຂໍ້ຄຳສັ່ງ​ຂອງ​ພຣະອົງ ເພາະ​ພຣະອົງ​ໄດ້​ສ້າງ​ມະນຸດ​ຂຶ້ນ​ມາ​ກໍ​ເພື່ອ​ສິ່ງ​ທັງໝົດ​ນີ້.


ຄວາມສຸກ​ຢ່າງ​ດຽວ​ຂອງ​ມະນຸດ​ກໍ​ຄື​ກິນ​ແລະ​ດື່ມ ແລະ​ສະໜຸກ​ຢູ່​ກັບ​ສິ່ງ​ທີ່​ຕົນ​ຫາ​ມາ​ໄດ້. ຢ່າງໃດ​ກໍຕາມ ຂ້າພະເຈົ້າ​ຍັງ​ສຳນຶກ​ໄດ້​ວ່າ ສິ່ງ​ເຫຼົ່ານີ້​ແມ່ນ​ລ້ວນແຕ່​ມາ​ຈາກ​ພຣະເຈົ້າ​ທັງສິ້ນ.


ອັນນີ້ ແມ່ນ​ສິ່ງ​ທີ່​ຂ້າພະເຈົ້າ​ໄດ້​ຄົ້ນພົບ​ຄື: ສິ່ງ​ດີທີ່ສຸດ​ທີ່​ຜູ້ໃດໆ​ກໍ​ເຮັດ​ໄດ້ ແມ່ນ​ກິນ​ແລະ​ດື່ມ ແລະ​ສະໜຸກ​ຢູ່​ກັບ​ສິ່ງ​ທີ່​ຕົນ​ຫາ​ມາ​ໄດ້ ໃນ​ຊີວິດ​ອັນ​ສັ້ນໆ​ທີ່​ພຣະເຈົ້າ​ໂຜດ​ໃຫ້ ອັນນີ້ ແມ່ນ​ຊາຕາກຳ​ຂອງ​ມະນຸດ​ຢູ່ໃຕ້​ດວງຕາເວັນ.


ຊີວິດ​ມະນຸດ​ຜ່ານ​ພົ້ນ​ໄປ​ດັ່ງ​ເງົາ. ໃຜ​ຮູ້​ໄດ້​ແດ່​ວ່າ​ມີ​ຫຍັງ​ດີ​ສຳລັບ​ມະນຸດ​ຢູ່​ໃນ​ໂລກ​ອະນິຈັງ​ອັນ​ສັ້ນໆ​ນີ້? ໃຜ​ຮູ້​ໄດ້​ແດ່​ວ່າ​ຈະ​ມີ​ຫຍັງ​ເກີດຂຶ້ນ​ຢູ່​ໃຕ້​ດວງ​ຕາເວັນ ຫລັງຈາກ​ທີ່​ລາວ​ຕາຍໄປ​ແລ້ວ?


ຈົ່ງ​ຫລີກລ້ຽງ​ທັງສອງ​ຢ່າງ​ນີ້ ຖ້າ​ເຈົ້າ​ຢຳເກງ​ພຣະເຈົ້າ ເຈົ້າ​ກໍ​ຈະ​ພົ້ນ​ຈາກ​ສອງ​ສິ່ງ​ທີ່​ກ່າວ​ມາ.


ແຕ່​ຂ້າພະເຈົ້າ​ໄດ້​ອຸທິດ​ຊີວິດ​ໃສ່​ການ​ສຶກສາ​ແລະ​ການ​ຫາຄວາມຮູ້; ຂ້າພະເຈົ້າ​ຕັ້ງໃຈ​ຄົ້ນຄ້ວາ​ຊອກຫາ​ປັນຍາ ແລະ​ຕອບ​ບັນຫາ​ຕ່າງໆ​ທັງ​ຊອກ​ຮຽນຮູ້​ວ່າ ຄວາມ​ໂງ່ຈ້າ​ນັ້ນ​ມັນ​ຊົ່ວຊ້າ​ແລະ​ບ້າ​ບໍ່ມີ​ສະຕິ​ສໍ່າໃດ.


ສະນັ້ນ ຂ້າພະເຈົ້າ​ຈຶ່ງ​ແນ່ໃຈ​ໄດ້​ວ່າ ມະນຸດ​ຄວນ​ເຮັດ​ໃຫ້​ຕົນ​ສະໜຸກ​ສະໜານ ເພາະ​ຄວາມສຸກ​ຢ່າງດຽວ​ທີ່​ມະນຸດ​ມີ​ຢູ່​ໃຕ້​ດວງ​ຕາເວັນ​ຄື: ກິນ​ແລະ​ດຶ່ມ​ແລະ​ເຮັດ​ໃຫ້​ຕົນ​ສະໜຸກ​ສະໜານ ຢ່າງໜ້ອຍ​ລາວ​ກໍ​ເຮັດ​ສິ່ງ​ນີ້​ໄດ້ ໃນ​ຂະນະທີ່​ບຸກບືນ​ເຮັດ​ວຽກ​ຕະຫລອດ​ຊີວິດ ທີ່​ພຣະເຈົ້າ​ປະທານ​ໃຫ້​ແກ່​ຕົນ​ຢູ່ໃຕ້​ດວງຕາເວັນ.


“ບໍ່​ຫ່ອນ​ມີ​ຜູ້ໃດ​ເປັນ​ຂ້າ​ສອງ​ເຈົ້າ ບ່າວ​ສອງ​ນາຍ​ໄດ້​ຄື: ເຂົາ​ຈະ​ຊັງ​ນາຍ​ຜູ້​ນີ້ ແລະ​ໄປ​ຮັກ​ນາຍ​ຜູ້​ນັ້ນ ເຂົາ​ຈະ​ສັດຊື່​ຕໍ່​ນາຍ​ຜູ້​ນີ້ ແລະ​ໝິ່ນປະໝາດ​ນາຍ​ຜູ້​ນັ້ນ ພວກເຈົ້າ​ຮັບໃຊ້​ພຣະເຈົ້າ ແລະ​ເງິນຄຳ​ພ້ອມ​ກັນ​ກໍ​ບໍ່ໄດ້.”


ແລະ​ຢ່າ​ເມົາ​ເຫລົ້າແວງ ຊຶ່ງ​ພາ​ໃຫ້​ເສຍ​ຄົນ ແຕ່​ຈົ່ງ​ເຕັມ​ລົ້ນ​ດ້ວຍ​ພຣະວິນຍານ​ກໍດີກວ່າ.


ແຕ່​ຕົ້ນອະງຸ່ນ​ຕອບ​ວ່າ, ‘ຖ້າ​ຂ້ອຍ​ປົກຄອງ​ພວກເຈົ້າ ຂ້ອຍ​ຈະ​ຕ້ອງ​ເຊົາ​ຜະລິດ​ເຫຼົ້າ​ອະງຸ່ນ ທີ່​ເຮັດ​ໃຫ້​ບັນດາ​ພະ​ແລະ​ມວນ​ມະນຸດ​ມີ​ຄວາມສຸກ.’


ນາງ​ອາບີກາຍ​ກັບຄືນ​ເມືອ​ຫາ​ນາບານ​ທີ່​ກຳລັງ​ກິນລ້ຽງ​ຢ່າງ​ໃຫຍ່ໂຕ ດັ່ງ​ກະສັດ​ຢູ່​ໃນ​ເຮືອນ​ຂອງຕົນ. ລາວ​ກຳລັງ​ມືນເມົາ​ແລະ​ມ່ວນຊື່ນ​ຢູ່. ສະນັ້ນ ນາງ​ອາບີກາຍ​ຈຶ່ງ​ບໍ່ໄດ້​ເວົ້າ​ຫຍັງ​ສູ່​ລາວ​ຟັງ​ຈົນເຖິງ​ມື້ອື່ນ​ເຊົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka