Biblia Todo Logo
Internet tuqin Biblia

- Anuncios ukanaka -




ປັນຍາຈານ 2:26 - ພຣະຄຳພີສັກສິ

26 ພຣະເຈົ້າ​ໃຫ້​ປັນຍາ, ຄວາມຮູ້ ແລະ​ຄວາມສຸກ​ແກ່​ຜູ້​ທີ່​ພຣະອົງ​ພໍພຣະໄທ​ນຳ. ແຕ່​ພຣະອົງ​ເຮັດ​ໃຫ້​ຄົນບາບ​ເຮັດ​ວຽກ​ໜັກ, ຫາຢູ່​ຫາກິນ ແລະ​ທ້ອນໂຮມ​ໄວ້ ເພື່ອ​ວ່າ​ພຣະອົງ​ຈະ​ເອົາ​ສິ່ງ​ທີ່​ລາວ​ຫາ​ມາ​ໄດ້​ນັ້ນ ໃຫ້​ແກ່​ຜູ້​ທີ່​ພຣະອົງ​ພໍພຣະໄທ​ນຳ. ທຸກສິ່ງ​ລ້ວນແຕ່​ອະນິຈັງ​ທັງສິ້ນ ເປັນ​ດັ່ງ​ກຳລັງ​ແລ່ນ​ໄລ່​ໄປ​ຕາມ​ລົມ.

Uka jalj uñjjattʼäta Copia luraña




ປັນຍາຈານ 2:26
24 Jak'a apnaqawi uñst'ayäwi  

ພຣະເຈົ້າຢາເວ​ໄດ້​ບອກ​ໂນອາ​ວ່າ, “ຈົ່ງ​ເຂົ້າ​ໄປ​ໃນ​ເຮືອ​ກັບ​ຄອບຄົວ​ທັງໝົດ​ຂອງ​ເຈົ້າ; ເຮົາ​ເຫັນ​ແລ້ວ​ວ່າ ແມ່ນ​ເຈົ້າ​ຜູ້​ດຽວ​ເທົ່ານັ້ນ​ໃນ​ໝົດ​ທັງ​ໂລກນີ້​ທີ່​ເຮັດ​ສິ່ງ​ຊອບທຳ.


ແຕ່​ແມ່ນ​ວິນຍານ​ຂອງ​ພຣະເຈົ້າ​ອົງ​ຊົງຣິດອຳນາດ​ຍິ່ງໃຫຍ່ ທີ່​ໄດ້​ມາ​ຫາ​ມະນຸດ​ແລະ​ໃຫ້​ປັນຍາ​ແກ່​ເຂົາເຈົ້າ.


ຜູ້ໃດ​ບອກ​ອີບິດ ເມື່ອ​ແມ່ນໍ້ານິນ​ໄຫລ​ຖ້ວມ​ຝັ່ງ​ໄປ ຫລື​ຜູ້ໃດ​ບອກ​ໄກ່ຜູ້​ວ່າ​ຝົນ​ຈະ​ຕົກ​ມາ​ສູ່​ໂລກ?


ບໍ່ມີ​ຫຍັງ​ດີ​ລື່ນ​ເພາະ​ເປັນ​ພຽງແຕ່​ເງົາ ພວກເຂົາ​ສະສົມ​ຊັບສິນ ແຕ່​ບໍ່​ຮູ້​ວ່າ​ຜູ້ໃດ​ຈະ​ໄດ້​ສິ່ງນັ້ນ.


ຄວາມຈິງ​ກັບ​ຄວາມສັດຊື່​ຄື​ສິ່ງ​ທີ່​ພຣະອົງ​ຕ້ອງການ ຂໍ​ໃຫ້​ແນວ​ຄິດ​ຈິດໃຈ​ຂອງ​ຂ້ານ້ອຍ​ເຕັມ​ດ້ວຍ​ພຣະ​ປັນຍາ​ເຖີດ.


ຄົນດີ​ປະ​ຊັບສົມບັດ​ໄວ້​ໃຫ້​ລູກຫລານ, ແຕ່​ຊັບສົມບັດ​ຂອງ​ຄົນບາບ​ກໍ​ສະສົມ​ໄວ້​ສຳລັບ​ຄົນ​ຊອບທຳ.


ແມ່ນ​ພຣະເຈົ້າຢາເວ​ທີ່​ເປັນ​ຜູ້​ໂຜດ​ໃຫ້​ປັນຍາ, ຄວາມຮູ້ ແລະ​ຄວາມ​ເຂົ້າໃຈ​ແມ່ນ​ມາ​ຈາກ​ພຣະອົງ.


ເປັນ​ຄົນ​ຮັ່ງມີ​ຍ້ອນ​ໂກງ​ດອກເບ້ຍ​ແລະ​ເອົາ​ປຽບ​ຄົນອື່ນ ຊັບສົມບັດ​ຂອງຕົນ​ກໍ​ຈະ​ຖືກ​ເອົາ​ໄປ​ໃຫ້​ຄົນ​ໃຈ​ບຸນ​ທີ່​ເຮັດ​ດີ​ຕໍ່​ຄົນທຸກ.


ຂ້າພະເຈົ້າ​ໄດ້​ຕັ້ງໃຈ​ພິຈາລະນາ​ແລະ​ສຶກສາ​ເບິ່ງ ສິ່ງ​ທັງໝົດ​ທີ່​ໄດ້​ເກີດຂຶ້ນ​ໃນ​ໂລກນີ້. ພຣະເຈົ້າ​ໄດ້​ກຳນົດ​ຊາຕາກຳ​ອັນ​ແສນ​ລຳບາກ​ເໜືອ​ມະນຸດ.


ຂ້າພະເຈົ້າ​ເຄີຍ​ເຫັນ​ສັບພະທຸກສິ່ງ​ທີ່​ຄົນ​ໄດ້​ເຮັດ​ຢູ່ໃຕ້​ດວງຕາເວັນ ແລະ​ຂ້າພະເຈົ້າ​ຂໍ​ບອກ​ວ່າ, ສິ່ງ​ເຫຼົ່ານັ້ນ​ລ້ວນແຕ່​ອະນິຈັງ​ທັງສິ້ນ. ເປັນ​ດັ່ງ​ການ​ແລ່ນ​ໄລ່​ໄປ​ຕາມ​ລົມ.


ຖ້າ​ບໍ່ມີ​ພຣະອົງ​ແລ້ວ ທ່ານ​ຈະ​ມີ​ກິນ​ຫລື​ສະໜຸກ​ໄດ້​ຢ່າງໃດ?


ຂ້າພະເຈົ້າ​ຮູ້ຈັກ​ພາລະ​ອັນ​ໜັກໜ່ວງ​ທີ່​ພຣະເຈົ້າ​ວາງ​ໄວ້​ເທິງ​ມະນຸດ.


ສອງ​ຜົວ​ເມຍ​ນີ້​ດຳເນີນ​ຊີວິດ​ຢ່າງ​ຖືກຕ້ອງ​ຕໍ່​ສາຍ​ພຣະເນດ​ຂອງ​ພຣະເຈົ້າ ໂດຍ​ເຊື່ອຟັງ​ກົດບັນຍັດ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ແລະ​ຂໍ້ຄຳສັ່ງ​ຂອງ​ພຣະອົງ​ຢ່າງ​ບໍ່ມີ​ທີ່ຕິ.


ຈົນເຖິງ​ບັດນີ້ ພວກເຈົ້າ​ບໍ່ໄດ້​ຂໍ​ສິ່ງໃດ​ໃນ​ນາມ​ຂອງເຮົາ, ຈົ່ງ​ຂໍ​ແລ້ວ​ພວກເຈົ້າ​ຈະ​ໄດ້​ຮັບ ເພື່ອ​ຄວາມ​ຍິນດີ​ຂອງ​ພວກເຈົ້າ​ຈະ​ຄົບ​ບໍລິບູນ.”


ແຕ່​ປັນຍາ​ທີ່​ມາ​ຈາກ​ເບື້ອງ​ເທິງ​ນັ້ນ ກ່ອນ​ອື່ນ​ໝົດ​ກໍ​ບໍຣິສຸດ ແລະ​ປະກອບ​ດ້ວຍ​ຄວາມ​ສະຫງົບສຸກ ຄວາມ​ສຸພາບ​ອ່ອນໂຍນ ຄວາມ​ເປັນ​ມິດ ເຕັມ​ໄປ​ດ້ວຍ​ຄວາມ​ເມດຕາ ແລະ​ໃຫ້​ຜົນ​ດີ ບໍ່​ເລືອກ​ໜ້າ​ຄົນ​ແລະ​ບໍ່​ໜ້າຊື່​ໃຈຄົດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka